Friday, November 7, 2025
Kbank Laos โอน รับ จ่าย

ຂ່າວດີສຳລັບນ້ອງໆນັກຮຽນ ຜູ້ທີ່ສົນໃຈຢາກທົດສອບ ຫຼື ວັດລະດັບຂອງຕົນເອງໃນດ້ານການຄິດໄລ່

ເຊິ່ງໃນວັນທີ 29 ເດືອນກຸມພາ 2020 ທີ່ຈະມາເຖິງນີ້,ພວກເຮົາຈະໄດ້ຈັດການແຂ່ງຂັນເລກປິດສະໜາສາ ກົນ(ISMO) ຄັ້ງທີ XII ເຊິ່ງຈະຈັດຂຶ້ນພ້ອມກັບງານວິທະຍາສາດ (STEM)ຄັ້ງທີ່ VI ທີ່ໂຮງຮຽນນານາຊາດລາວ, ສາຂາໜອງບອນ.

ບັນດາໂຮງຮຽນໃນນະຄອນຫຼວງວຽງຈັນໄດ້ຖືກເຊີນເຂົ້າຮ່ວມການແຂ່ງຂັນເລກປິດສະໜາສາກົນ ຄັ້ງທີ XII ແລະ ງານວິທະຍາສາດ (STEM)ໃນວັນດຽວກັນ.

? ມື້ເປີດຮັບລົງທະບຽນເລີ່ມວັນທີ 10- 25 ເດືອນ ກຸມພາ 2020 ທີ່ ໂຮງຮຽນ ນານາຊາດລາວ, ສາຂາ ໜອງບອນ ເທົ່ານັ້ນ
?ສ່ວນງານວິທະຍາສາດແມ່ນຈະເປີດໃຫ້ເຂົ້າຮ່ວມທຸກໆຄົນ.

ISMO ແມ່ນການແຂ່ງຂັນຄະນິດສາດ ແລະ ແກ້ໂຈດບັນຫາ ສໍາລັບຊັ້ນປະຖົມ ປໍ3 ປໍ4 ປໍ5 ແລະ ຊັ້ນມັດທະຍົມຕອນຕົ້ນ ມໍ1 ມໍ2 ມໍ3 ມໍ4.

ISMO ແມ່ນການແຂ່ງຂັນປະຕິບັດຕົວຈິງໃນການຕອບຄໍາຖາມ ແລະ ແກ້ໄຂໂຈດບັນຫາ.

ອີກຢ່າງໜຶ່ງ, ງານວິທະຍາສາດ (STEM) ຈະໃຫ້ແຮງບັນດານໃຈ ແລະ ຊຸກຍູ້ສົ່ງເສີມກິດຈະກຳ ດ້ານວິທະຍາ ສາດ, ວິສະວະກຳ, ເຕັກໂນໂລຊີ ແລະ ຄະນິດສາດໃນຫຼາຍດ້ານທີ່ແຕກຕ່າງກັນໄປ, ເຊິ່ງສາມາດເຂົ້າຮ່ວມ ແລະ ມ່ວນຊື່ນກັບງານນີ້ໂດຍບໍ່ເສຍຄ່າໃຊ້ຈ່າຍ.

#ສຳລັບຂໍ້ມູນເພີ່ມຕື່ມສາມາດຕິດຕໍ່ 021 261614/5.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.