Thursday, March 20, 2025

ທະນາຄານ ແຫ່ງ ສປປ ລາວ ຫັນການເງິນເຖື່ອນເຂົ້າສູ່ລະບົບລັດຄຸ້ມຄອງ

ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ບອກວ່າ:

ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງສະຖາບັນການເງິນຈຸລະພາກນັ້ນເປັນບັນຫາສຳຄັນ ແລະເປັນ ແກນກາງຊຶ່ງໃນຜ່ານມາພວກເຮົາໄດ້ສ້າງທຸກເງື່ອນໄຂ,ທັງອຳນວຍຄວາມສະດວກ ແລະລະດົມຂົນຂວາຍໃຫ້ສະຖາບັນການເງິນນອກລະບົບທີ່ບໍ່ທັນຖືກຕ້ອງຫັນເຂົ້າສູ່ລະບົບ ແລະໄດ້ອອກໃບອະນຸຍາດສ້າງຕັ້ງສະຖາບັນການເງິນໃໝ່ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບຈຳນວນ 60 ແຫ່ງ ທຽບໃສ່ແຜນປີ 2014 ຢ່າງໜ້ອຍປີລະ 10 ແຫ່ງ ສາມາດປະຕິບັດ 100%;

ປະຈຸບັນສະຖາບັນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ ມີ 177 ແຫ່ງ.

ໃນຂະນະດຽວກັນກໍ່ເຜີຍແຜ່ຄວາມຮູ້ພື້ນຖານທາງດ້ານການເງິນ, ລະຄອນເລື່ອງສັ້ນ “ຮອບຮູ້ເລື່ອງເງິນແກ່ສັງຄົມ” ແລະສະຖາບັນການສຶກສາຕ່າງໆ 54 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 16.200 ເທື່ອຄົນ; ສຳເລັດ ການຈັດຝຶກອົບຮົມ-ສຳມະນາໃນຫົວຂໍ້ຕ່າງໆ 80 ກວ່າຄັ້ງ ມີຜູ້ເຂົ້າຮ່ວມ 9.106 ເທື່ອຄົນທຽບໃສ່ແຜນປີ 2014 ໄດ້ຢ່າງໜ້ອຍ 10 ຄັ້ງຕໍ່ປີສາມາດປະຕິບັດ 100%;

ພາບປະກອບ

ຕິດຕາມກວດກາ,ແກ້ໄຂສະພາບປາກົດການຫຍໍ້ທໍ້ໃນທົ່ວລະບົບສະຖາບັນການເງິນທີ່ໄດ້ຮັບອະນຸຍາດຈາກ ທຫລ ຢ່າງເຂັ້ມງວດໃນ 115 ແຫ່ງ, ກວດກາສຸກເສີນສະຖາບັນການເງິນທີ່ມີຄວາມສ່ຽງໃນການດຳເນີນງານ 12 ແຫ່ງ;ແກ້ໄຂສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ 2 ແຫ່ງທີ່ມີບັນຫາໂດຍສະເໜີຂັ້ນເທິງແຕ່ງຕັ້ງຄະນະສະເພາະກິດລົງຕິດຕາມຢ່າງໃກ້ຊິດ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອດໍາເນີນການແກ້ໄຂຊຳລະສະ ສາງໄປຕາມລະບຽບຫຼັກການ ແລະລາຍງານຂໍທິດຊີ້ນຳຈາກຂັ້ນເທິງ.

ໃນຜ່ານມາຍັງມີຫຼາຍບໍລິສັດທີ່ເຄື່ອນໄຫວທາງການເງິນທີ່ບໍ່ສອດຄ່ອງກັບລະບຽບກົດໝາຍກໍ່ຄືບໍ່ໄດ້ຮັບອະນຸຍາດຈາກ ທຫລ; ກົມຄຸ້ມຄອງສະຖາບັນການເງິນໄດ້ເອົາໃຈໃສ່ຕິດຕາມເກັບກໍາຂໍ້ມູນ ແລະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດມາດຕະການແກ້ໄຂຕາມລະບຽບກົດໝາຍ,

ພ້ອມນັ້ນ, ກໍ່ອອກແຈ້ງເຕືອນ, ໂຄສະນາທາງສື່ມວນຊົນ ແລະປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນເພື່ອເຜີຍແຜ່ໃຫ້ຂໍ້ມູນແກ່ປະຊາຊົນໃຫ້ມີສະຕິລະວັງຕົວ ແລະບໍ່ຫຼົງເຊື່ອຕໍ່ກົນອຸບາຍຂອງບັນດາບໍລິສັດດັ່ງກ່າວເປັນຕົ້ນແມ່ນບໍລິສັດ ພີເອັດສ໌ ສົ່ງເສີມກະສິ ກຳຄົບວົງຈອນຂາເຂົ້າ-ຂາອອກ ຈຳກັດ, ບໍລິສັດ ເອຊຽນເຟສ ຈຳກັດ, ບໍລິສັດ ລາວຄຳ ຈຳກັດ ແລະບໍລິສັດຟາຍແນນໂຊໂອກນອກນີ້ໄດ້ເປັນເຈົ້າການຄົ້ນຄວ້າສະເໜີຂັ້ນເທິງໂຈະຊົ່ວຄາວໃນການອອກອະນຸຍາດສ້າງຕັ້ງສະຖາບັນການເງິນເພື່ອປະເມີນຜົນການເຄື່ອນໄຫວ.

ກົມຄຸ້ມຄອງສະຖາບັນການເງິນໄດ້ເອົາໃຈໃສ່ພັດທະນາລະບົບບໍລິຫານສະຖາບັນການເງິນຫັນໄປສູ່ທັນສະໄໝໂດຍໄດ້ພັດທະນາໂປຣແກຣມຖານຂໍ້ມູນສະຖິຕິຂອງສະຖາ ບັນການເງິນຈຸລະພາກ 5 ຮູບແບບ ຕາມຜັງບັນຊີໃໝ່ໃຫ້ມີຄວາມຖືກຕ້ອງແລະສອດຄ່ອງກັບມາດຕະຖານສາກົນສາມາດຕິດຕາມການລາຍງານຖານະການເງິນຂອງສະຖາບັນການເງິນໄດ້ແຕ່ລະເດືອນ;

ຮ່ວມມືກັບກົມເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະກົມບັນຊີ-ການເງິນພັດທະນາໂປຼແກມບັນຊີສະຖາບັນການເງິນສຳເລັດ ແລະ ໄດ້ຕິດຕັ້ງໃຫ້ກັບສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກນຳໃຊ້ແລ້ວ 50 ແຫ່ງ; ຮ່ວມກັບພາກສ່ວນກ່ຽວຂ້ອງສ້າງ ແລະປັບປຸງນິຕິກຳໄດ້ 26 ສະບັບ ແລະໃນໄລຍະໂຈະການຂໍສ້າງຕັ້ງສະຖາບັນການເງິນໃນປີ 2017 ໄດ້ສຳເລັດສ້າງ,ປັບປຸງນິຕິກຳ 2 ສະບັບ ແລະນິຕິກຳລຸ່ມກົດໝາຍ 10 ສະບັບກຳລັງຢູ່ໃນຂັ້ນຕອນການປັບປຸງ, ປັບ ປຸງເງື່ອນໄຂການຂໍສ້າງຕັ້ງຂອງສະຖາບັນການເງິນຈຸລະພາກ 9 ສະບັບ.

ນອກນີ້, ຍັງສຳເລັດການສ້າງແຜນດຳເນີນງານໃນການເຂົ້າເຖິງການບໍລິການທາງການເງິນຂອງ ສປປ ລາວ ໃນໄລຍະ 8 ປີ(2018-2025); ສົມທົບກັບສະຖາບັນການທະນາຄານ ແລະ ຄູ່ຮ່ວມພັດທະນາຂອງສາກົນໃນການສ້າງຫຼັກສູດການເງິນຈຸລະພາກ, ຈັດພິມປຶ້ມຕໍາລາຮຽນ 9 ວິຊາ ມີ 1.680 ເຫຼັ້ມ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາການແກ່ຄູອາຈານຂະແໜງການເງິນຈຸລະພາກ;

ພາບປະກອບ

ຊຸກຍູ້ສະມາຄົມການເງິນຈຸລະພາກສ້າງຫຼັກສູດໄລຍະສັ້ນການບໍລິຫານການເງິນຈຸລະພາກໂດຍສຳເລັດ ການສ້າງຄູຝຶກ 24 ຄົນ, ຝຶກອົບຮົມໃຫ້ພະນັກງານ ທຫລ ສາຂາ ແລະສະຖາບັນການເງິນສຳເລັດ 16 ຮຸ່ນມີ 560 ຄົນ.

ທ່ານຫົວໜ້າກົມດັ່ງກ່າວຍັງກ່າວເຖິງການຈັດຕັ້ງປະຕິບັດໂຄງການຮ່ວມມືກັບອົງການສາກົນຊຶ່ງຜ່ານມາໄດ້ປະກອບສ່ວນໃນການລະດົມທຶນຊ່ວຍເຫຼືອລ້າຈາກສາກົນ ໂຄງການ MRA-AFP ຈຳນວນ 8,59 ລ້ານກ່ວາເອີໂຣແຕ່ປີ 2015-2018 ແລະສືບຕໍ່ໂຄງການໄລຍະ 5 ແຕ່ປີ 2019-2021 ຈໍານວນ 4 ລ້ານ ເອີໂຣ; ສ້າງເງື່ອນໄຂ ແລະ ຊວ່ຍເຫຼືອທາງດ້ານວິຊາການໃນການຫັນກອງທຶນຈຳນວນໜຶ່ງມາເປັນສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດຢ່າງເຕັມຮູບແບບທຽບໃສ່ແຜນປີ 2014 ປະຕິບັດໄດ້ 100%;

ມາຮອດເດືອນກັນຍາ 2019 ມີທະນາຄານບ້ານທີ່ຢູ່ພາຍໃຕ້ການສະໜັບສະໜູນຂອງໂຄງການ 712 ກອງທຶນບ້ານ, ມີສະມາຊິກທັງ ໝົດ 106.885 ບັນຊີ, ຍອດເງິນຝາກ 315 ຕື້ກວ່າກີບ, ຍອດເງິນກູ້ 288 ຕື້ກວ່າກີບ ສາມາດຮັກສາໜີ້ບໍ່ເກີດດອກອອກຜົນສະເລ່ຍຂອງທະນາຄານບ້ານຢູ່ໃນລະ ດັບ 3,43% ຂອງຍອດສິນເຊື່ອທັງໝົດ.

ແຜນການໃນຕໍ່ໜ້າຍັງສືບຕໍ່ຄຸ້ມຄອງສະຖາບັນການເງິນໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ໝັ້ນຄົງ ແລະຕິດຕາມກວດກາການເຄື່ອນໄຫວຂອງສະຖາບັນການເງິນຢ່າງເຂັ້ມງວດ; ຄົ້ນຄວ້າປັບປຸງສ້າງແຜນຍຸດທະສາດການພັດທະນາ ແລະຄຸ້ມຂອງສະຖາບັນການເງິນໃຫ້ເປັນລະບົບຄົບຊຸດສາມາດຕອບສະໜອງຕາມການຂະຫຍາຍຕົວຂອງສະຖາບັນການເງິນ; ປັບປຸງດຳລັດວ່າດ້ວຍການເຊົ່າສິນເຊື່ອ ແລະ ດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກຜ່ານຂັ້ນເທິງເພື່ອພິຈາລະນາຮັບຮອງ ແລະ ປະກາດໃຊ້; ສ້າງ ແລະປັບປຸງຂັ້ນຕອນ, ຄູ່ມືການຄົ້ນຄວ້າອອກອະນຸຍາດດຳເນີນທຸລະກິດຂອງສະຖາບັນການເງິນທີ່ຍັງທັນຄົບຖ້ວນໃຫ້ສຳເລັດ, ກະທັດຮັດ ແລະ ປັບປຸງຄູ່ມືການວິເຄາະ, ກວດກາໃຫ້ສອດຄ່ອງກັບເງື່ອນໄຂຄວາມເປັນຈິງ ແລະຫຼັກການສາກົນໃນແຕ່ລະໄລຍະ.

ສືບຕໍ່ຊຸກຍູ້ສະມາຄົມການເງິນຈຸລະພາກຈັດຝຶກອົບຮົມຫຼັກສູດໄລຍະສັ້ນການບໍລິຫານການເງິນຈຸລະພາກໃຫ້ພະນັກງານ ທຫລ ແລະສະຖາບັນການເງິນຢ່າງໜ້ອຍ 2 ຮຸ່ນຕໍ່ປີ; ສືບຕໍ່ຮ່ວມມືກັບກົມບັນຊີ-ການເງິນຕິດຕາມການຫັນມາໃຊ້ຜັງບັນຊີສະຖາບັນການເງິນຂອງບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈໍາໃຫ້ສອດຄ່ອງກັບການເຄື່ອນໄຫວຕົວຈິງ; ສືບຕໍ່ຮ່ວມມື 3 ຝ່າຍລະຫວ່າງກົມຄຸ້ມຄອງສະຖາບັນການເງິນ, ໂຄງການ DGRV ແລະສະຫະພັນສະຫະກອນສິນເຊື່ອອາຊີ, ສ້າງຫຼັກສູດການບໍລິຫານສະຫະ ກອນສິນເຊື່ອໄລຍະສັ້ນ ແລະຈັດຝຶກ ອົບຮົບ ໃຫ້ທົ່ວເຖິງສະຫະກອນສິນເຊື່ອ ແລະເງິນຝາກປະຢັດ;

ຮ່ວມມືກັບອົງການ GIZ, ໂຄງການ AFP ເພື່ອຊຸກຍຸ້ສົ່ງເສີມການພັດທະນາທະນາຄານບ້ານ, ອົງການເຄືອຂ່າຍໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຄື່ອນໄຫວຢ່າງຍືນຍົງ; ເອົາໃຈໃສ່ຍາດແຍ່ງການຊ່ວຍເຫຼືອດ້ານວິຊາ ການຈາກອົງການຈັດຕັ້ງການເງິນສາກົນຕ່າງໆ ເພື່ອພັດທະນາສະຖາບັນການເງິນໃຫ້ເຕີບໃຫຍ່ເຂັ້ມແຂງ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ທຫລ ແລະ ສະ ຖາບັນການເງິນຈຸລະພາກດ້ວຍການຈັດຝຶກອົບຮົມ ແລະສຳມະນາໃນຫົວຂໍ້ຕ່າງໆບໍ່ໃຫ້ຫຼຸດ 20 ຄັ້ງ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ຣັດສະໝີ ດວງສັດຈະ, ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.