Thursday, July 10, 2025
Kbank Laos โอน รับ จ่าย

ປະກາດແຕ່ງຕັ້ງຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດຈຳນວນ 2 ທ່ານ

ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະກາດການແຕ່ງຕັ້ງທ່ານຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ ແລະເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍທ່ານຮອງອະທິການບໍດີ, ຄະນະ-ຮອງຄະນະບໍດີ, ແຂກຖືກເຊີນ, ພະນັກງານ,  ຄູ-ອາຈານ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງສຶກສາທິການ ແລະກີລາ ກໍໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 118/ນຍ, ລົງວັນທີ 6 ກຸມພາ 2020 ວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໂດຍແຕ່ງຕັ້ງທ່ານ ຮສ. ດຣ. ຄຳຜົງ ນາມມະວົງມີໄຊ ເປັນຮອງອະທິການບໍດີ ແລະຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 119/ນຍ, ລົງວັນທີ 6 ກຸມພາ 2020 ວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໂດຍແຕ່ງຕັ້ງທ່ານ ຮສ. ໂພສີ ທິບດາວັນ ເປັນຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

ພ້ອມກັນນັ້ນ ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຮສ. ປອ. ກອງສີ ແສງມະນີ ເຊິ່ງທ່ານໄດ້ກ່າວສະແດງຄວາມຍໍຍ້ອງຊົມເຊີຍໃນການປະຕິບັດ ໜ້າທີ່ຂອງຄະນະພັກ ຄະນະນຳມະຫາວິທະຍາໄລແຫ່ງຊາດໃນໄລຍະຜ່ານມາ, ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກກ່ຽວກັບການມີວິໄສທັດທີ່ກວ້າງໄກ, ມີການພັດທະນາຢ່າງຮອບດ້ານ ໃຫ້ທຽບເທົ່າກັບພາກພື້ນ ແລະສາກົນ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນໃຫ້ເໝາະສົມ.

ແຫຼ່ງຂໍ້ມູນ: ເວບໄຊ ມຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.