Monday, May 19, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 10 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ກອງພັນທີ 9 ເປັນເຈົ້າການໃນການກວດວັດອຸນຫະພູມຫາພະຍາດໂຄວິດ-19



ໝູ່ແພດກອງພັນທະຫານຮາບທີ 9 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ເຄື່ອນໄຫວກວດວັດແທກອຸນຫະພູມຮ່າງກາຍໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງ ໂດຍປະຕິບັດຕາມແຜນການຂອງພະແນກເສນາຮັກ ຫ້ອງພະລາທິການກອງພົນທະຫານຮາບທີ 4 ກ່ຽວກັບການເຜົ້າລະວັງຄວບຄຸມ ແລະ ຕ້ານເຊື້ອພະຍາດໂຄວິດ-19 ເພື່ອບໍ່ໃຫ້ແຜ່ລະບາດເປັນວົງກວ້າງນັ້ນ

ຄະນະບັນຊາກອງພັນທີ 9 ໄດ້ແຕ່ງຕັ້ງໝູ່ແພດ, ກວດກາພະນັກງານ – ນັກຮົບ ເຂົ້າອອກປະຕູໂຂງຂອງກົມກອງເພື່ອກວດວັດແທກອຸນຫະພູມ, ເພື່ອປ້ອງກັນ ແລະ ສະກັດກັ້ນປ້ອງກັນການຕິດເຊື້ອໃນກຳລັງປ້ອງກັນຊາດ ຜ່ານການກວດກາຕົວຈິງເຫັນວ່າ ບໍ່ມີພະນັກງານ-ນັກຮົບທີ່ມີອຸນຫະພູມສູງກວ່າປົກກະຕິ…ອ່ານຕໍ່

ການນຳນະຄອນໄກສອນ ພົມວິຫານ ລົງຊຸກຍູ້ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19



ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະສະເພາະກິດຂັ້ນນະຄອນໄດ້ລົງສຶບຕໍ່ເຄື່ອນໄຫວ ຊຸກຍູ້ຢູ່ໃນສອງກຸ່ມບ້ານ

ເຊິ່ງມີກຸ່ມ 11 ປະກອບມີ 7 ບ້ານຄື:ບ້ານນາເຕີຍ,ດົງບັງ,ໝໍເມືອງ,ຍາງໂພສີ,ເຄືອເຂົາກາດ,ນາຈະຫຼີດ ແລະ ບ້ານໜອງໂກມ ແລະ ກຸ່ມ12ປະກອບມີ: ບ້ານ ດົງດຳດວນ, ຂອນແກ່ນ, ຕົ້ນເຜິ້ງ ແລະ ບ້ານເລົ່າງາມ

ໃນໂອກາດໄດ້ລົງມາເຄື່ອນໄຫວຊຸກຍູ້ຄັ້ງນີ້,ຄະນະການນຳນະຄອນ ຍັງໄດ້ນຳເອົາຜ້າປິດປາກ-ດັງ, ເຈວລ້າງມື ,ນ້ຳດື່ມແລະ ກາເຟດາວເຮືອງມາມອບໃຫ້ອົງການປົກຄອງບ້ານທັງສອງກຸ່ມບ້ານຕື່ມອີກ…ອ່ານຕໍ່

ປະທານແນວລາວສ້າງຊາດແຂວງ ລົງຊຸກຍູ້ວຽກງານປ້ອງກັນໂຄວິດ-19 ຢູ່ເມືອງອາດສະພອນ



ທ່ານ ຄຳແພງ ເພັດທຸມພອນ ຄະນະປະຈຳພັກແຂວງ ປະທານ ແນວລາວສ້າງຊາດແຂວງ ສະຫວັນນະເຂດ ພ້ອມຄະນະ ໄດ້ນຳເອົານຳ້ດື່ມ ຈຳນວນ100ແພັກ ແລະເງິນສົດຈຳນວນ 5ລ້ານກີບ, ໃຫ້ກັບເມືອງອາດສະພອນ

ພ້ອມນັ້ນໄດ້ກວດກາຄົນເຂົ້າ-ອອກເມືອງຕາມຈຸດຊາຍແດນ ແລະໄດ້ກຳນົດສູນກັກກັນບັນດາຜູ້ຄົນທີ່ທີ່ມາຈາກສະຖານທີ່ໆມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ມີ 4 ສູນຄື: ສູນ ມສ ອາດສະພອນ, ສູນ ມສ ໂພນງາມ, ສູນ ມສ ນາເລົ່າ ແລະສູນ ມສ ໂນນມີໄຊ ໄວ້ສຳລັບເປັນບ່ອນກັກກັນຕົວຂອງຄົນທີ່ເດີນທາງມາແຕ່ເຂດທີ່ມີຄວາມສ່ຽງສູງໃນການຕິດເຊື້ອໃຫ້ຄົບກຳນົດ 14 ວັນ…ອ່ານຕໍ່

ເຈົ້າໜ້າ ປກສ ເມືອງທ່າປາງທອງ ມ້າງຄະດີຄ້າ-ຂາຍຢາເສບຕິດ



ປກສ ເມືອງ ທ່າປາງທອງ ໄດ້ກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດ ຢູ່ ບ້ານລະວາງໃຫຍ່ ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ ໄດ້ 01 ຄົນ ຊື່ ທ້າວ ຫຼວງສີ ວົງແສງ ອາຍຸ 35 ປີ, ອາຊີບເຮັດນາ ບ້ານ ລະວາງໃຫຍ່ ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ ພ້ອມຂອງກາງຢາບ້າ ຈໍານວນ 198 ເມັດ, ໄດ້ຊື້ມາຈາກ ທ້າວ ກ ( ນາມສົມມຸດ ) ອາຍຸ 50 ປີ

ແລະໄດ້ກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດ ຢູ່ບ້ານ ບຸດຕະພານ ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ ໄດ້ 01 ຄົນ ຊື່ ທ້າວ ໂອເລ້ ອາຍຸ 24 ປີ, ອາຊີບເຮັດນາ ບ້ານກຸດຮີ ເມືອງ ທ່າປາງທອງ ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າ ຈໍານວນ 69 ເມັດ

ປກສ ເມືອງ ທ່າປາງທອງ ຈຶ່ງໄດ້ນຳພວກກ່ຽວທັງ 2 ຄົນ ເພື່ອດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ…ອ່ານຕໍ່

ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ວຽກງານຂອງຄະນະສະເພາະກິດເມືອງພີນ



ໂອກາດທີ່ໄດ້ເດີນທາງມາເມືອງ ພີນ ແລະ ເມືອງ ເຊໂປນໃນຄັ້ງນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດກໍ່ໄດ້ ຜ້າຮົ່ມ , ນ້ຳດື່ມ ແລະ ຜ້າປິດປາກ – ປິດດັ່ງ ແລະ ເຈວລ້າງມືຈໍານວນໜຶ່ງໃຫ້ແກ່ທັງ 2 ເມືອງຕື່ມອີກເພື່ອນຳໄປໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັກກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19

ທາງການນຳເມືອງ ກໍຍັງໄດ້ເອົາໃຈໃສ່ຊຸກຍູ້ການຜະລິດນາປີຂອງປະຊາຊົນ ເພື່ອໃຫ້ທ່ວງທັນກັບລະດູການ ເຊິ່ງໃນທົ່ວເມືອງ ມີເນື້ອທີ່ນາປີ 9.400 ກ່ວາເຮັກຕາ ໃນນັ້ນປະຊາຊົນສາມາດຕົກກ້າໄດ້ແລ້ວ 50% ແລະ ກຳລັງຂຸ້ນຂ້ຽວໄຖຮຸດນາ…ອ່ານຕໍ່

ເປີດຂະບວນການຮັບວັກຊີນປ້ອງກັນພະຍາດໂຄວິດ 19 ໃຫ້ພົນທະຫານ



ໂຮງໝໍບໍລິເວນ 109 ໄດ້ເປີດຂະບວນການຮັບວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍການປະຕິບັດງານຂອງແພດໝໍເອົາໃຈໃສ່ສືບຕໍ່ໃຫ້ວັກຊີນແກ່ພະນັກງານນັກຮົບໃນຖັນແຖວກອງທັບ

ເພື່ອຊ່ວຍໃຫ້ບັນດານັກຮົບຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ, ຖ້າວ່າມີການຕິດເຊື້ອກໍ່ຈະເປັນການຫຼຸດຜ່ອນຄວາມຮຸນແຮງໃຫ້ຢູ່ໃນລະດັບຄ່ອຍ ຫຼື ເບົາບາງຈະບໍ່ເປັນອັນຕະລາຍຮ້າຍແຮງເຖິງຊີວິດ…ອ່ານຕໍ່

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້