ປະຈຳວັນທີ 30 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:
ແຂວງຄຳມ່ວນ ມີແຮງງານຕົກຄ້າງ ຢູ່ປະເທດໄທ ຫຼາຍປະມານ 13 ພັນກວ່າຄົນ

ການເກັບກຳສະຖິຕິແຮງງານລາວທີ່ກັບມາຈາກປະເທດໄທ ໃນຊ່ວງທີ່ມີການແຜ່ລະບາດ ຂອງພະຍາດ ໂຄວິດ-19 ແລະ ແຮງງານວ່າງງານພາຍໃນ ມີຈຳນວນທັງໝົດ 14.589 ຄົນ ໃນນີ້ແຮງງານລາວທີ່ກັບມາ ຈາກໄທ 13.264 ຄົນ
ຕາມການເກັບກໍາຂໍ້ມູນມາຮອດເດືອນກໍລະກົດ 2021 ຈຳນວນແຮງງານທີ່ຍັງຕົກຄ້າງຢູ່ປະເທດໄທ ໃນປະຈຸບັນແມ່ນມີປະມານ 13.745 ຄົນ ໃນນັ້ນ ເມືອງທ່າແຂກ 3.926 ຄົນ, ໜອງບົກ 4.446 ຄົນ, ຫີນບູນ 1.737 ຄົນ, ມະຫາໄຊ 1.208 ຄົນ, ເຊບັ້ງໄຟ 537 ຄົນ, ຄູນຄຳ 705 ຄົນ, ຍົມມະລາດ 192 ຄົນ, ໄຊບົວທອງ 563 ຄົນ, ບົວລະພາ 403 ຄົນ ແລະ ເມືອງນາກາຍ 28 ຄົນ…ອ່ານຕໍ່
ເຈົ້າເມືອງ ວິລະບູລີ ລົງເກັບກໍາຂໍ້ມູນຄວາມເສຍຫາຍຈາກໄພນໍ້າຖ້ວມໃນຜ່ານມາ

ພາຍຫຼັງທີ່ສະພາບນໍ້າຖ້ວມໄດ້ບົກແຫ້ງລົງ ທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງ ວິລະບູລີ ພ້ອມດ້ວຍຄະນະກໍາມະການຕ້ານໄພພິບັດຂັ້ນເມືອງ ໄດ້ພ້ອມກັນລົງຕິດຕາມເບິ່ງສະພາບຄວາມເສຍຫາຍ ແລະ ເກັບກໍາເອົາຂໍ້ມູນຄວາມເສຍຫາຍເບື້ອງຕົ້ນ
ໃນນີ້ມີບ້ານທີ່ໄດ້ຮັບຜົນກະທົບທີ່ນໍ້າໄດ້ໄຫຼເຂົ້າຖ້ວມບ້ານມີຈໍານວນ 6 ບ້ານຄື : ບ້ານທາດ, ບ້ານນາເຕີ້, ບ້ານໄຮ່, ບ້ານດົງບັງ, ບ້ານນາຍົມ ແລະບ້ານນາແອະ ເຊິ່ງໄດ້ຂຶ້ນແຜນສ້ອມແປງເສັ້ນທາງ…ອ່ານຕໍ່
ນາຍົກລັດຖະມົົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຢ້ຽມຢາມ ຜູ້ຕິດເຊື້ອໂຄວິດ-19 ແຂວງຈໍາປາສັກ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ໂອ້ລົມ ແລະ ໃຫ້ກຳລັງໃຈ ແກ່ແພດໝໍ, ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ກຳລັງປິ່ນປົວ ຢູ່ສູນວິທະຍາໄລການເງິນພາກໃຕ້ ທີ່ນະຄອນປາກເຊ, ແຂວງຈຳປາສັກ
ທ່ານ ຍັງໄດ້ເນັ້ນໜັກ ໃຫ້ຜູ້ທີ່ຕິດເຊື້ອ ແລະ ກຳລັງປິ່ນປົວ ຈົ່ງໃຫ້ການຮ່ວມມື ປະຕິບັດຕາມຄຳແນະນຳຂອງແພດໝໍ ແລະ ລະບຽບຂອງສູນ ຢ່າງເຂັ້ມງວດ; ຈົ່ງໃຊ້ເຫດຜົນ ບໍ່ໃຊ້ອາລົມ, ສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະກັນ…ອ່ານຕໍ່
ແຂວງສະຫວັນນະເຂດຮັບວັກຊີນ 143.900 ໂດສ ເຊິ່ງໄດ້ຈັດແບ່ງໃຫ້ກັບ 15 ເມືອງ 1 ນະຄອນ

ປະຈຸບັນແຂວງສະຫວັນນະເຂດໄດ້ຮັບວັກຊີນ ຈອນສັນ ແອນ ຈອນສັນ ຈາກທາງສູນກາງ ຈຳນວນ 143,900 ໂດສ ໂດຍໄດ້ແບ່ງປັນອອກໄປ 15 ເມືອງ ແລະ 1 ນະຄອນ ຄາດໝາຍໃນປີນີ້ຈະສູ້ຊົນວຽກງານສັກວັກຊີນໃຫ້ໄດ້ 50% ຂອງປະຊາກອນ
ເຂິ່ງມີແຮໄວ້ສຳຮອງເພື່ອກໍລະນີຈຳເປັນຈຳນວນໜື່ງ ວັກຊີນດັ່ງກ່າວຈະເລີມສັກ ວັນທີ 2 ສິງຫາ 2021 ເປັນຕົ້ນໄປ ໂດຍເນັ້ນໃສ່ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ເຊັ່ນ ເຈົ້າໜ້າທີ່ແພດໝໍ, ເຈົ້າໜ້າທີ່ຕຳຫຼວດ, ເຈົ້າໜ້າທີ່ທະຫານ ທີ່ເຮັດວຽກໃກ້ຊິດກັບກຸ່ມສ່ຽງ…ອ່ານຕໍ່