ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທິ 18 ກັນຍາ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ນໍ້າຖ້ວມຢູ່ເມືອງແກ່ນທ້າວ ເຮັດໃຫ້ການສັນຈອນໄປມາລໍາບາກ

ໃນໄລຍະ 2 ວັນທີ່ຜ່ານມາຍ້ອນອິດທິພົນຂອງພາຍຸ ໂກນເຊີນພັດຜ່ານ ແລະ ໄດ້ກໍ່ໃຫ້ເກີດນໍ້າຖ້ວມ ເນື້ອທີ່ກະສິກໍາ, ສິ່ງປຸກສ້າງ, ເສັ້ນທາງ ແລະ ຂົວບາງແຫ່ງຖືກນໍ້າຖ້ວມ ຈົນບໍ່ສາມາດ ສັນຈອນໄປ-ມາໄດ້ໂດຍສະເພາະເມືອງແກ່ນທ້າວ

ປັດຈຸບັນນີ້, ສະພາບນໍ້າຖ້ວມຢູ່ 5 ບ້ານ ຂອງເມືອງແກ່ນທ້າວ ແຂວງໄຊຍະບູລີນັ້ນ ລະດັບນໍ້າໄດ້ລົດລົງສູ່ສະພາບປົກກະຕິແລ້ວ ແຕ່ການສັນຈອນພົບຄວາມຫຍຸ້ງຍາກ ບາງຈຸດລົດນ້ອຍບໍ່ສາມາດທຽວໄດ້, ນໍ້າຖ້ວມຂົວ 8 ແຫ່ງ…ອ່ານຕໍ່

ການຄ້າລາວອາດຈະພົບຄວາມຫຍຸ້ງຍາກກວ່າເກົ່າຫຼັງຈາກປີ 2029

ຄາດວ່າປິ 2029 ປະເທດລາວຈະສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ສະນັ້ນພວກເຮົາອາດຈະບໍ່ໄດ້ຮັບສິດທິພິເສດທາງດ້ານການຄ້າຄືດັ່ງທີ່ເຄີຍໄດ້ຮັບຜ່ານມາ

ດັ່ງນັ້ນຈຶ່ງຮຽກຮ້ອງສະຫະພາບເອີຣົບ ສືບຕໍ່ສະໜັບສະໜູນ ສປປ ລາວ ໃຫ້ສາມາດຜ່ານພົ້ນໄລຍະຫຍຸ້ງຍາກ ສັບສົນດັ່ງ ກ່າວນີ້ໄປໄດ້ຢ່າງມີຜົນສໍາເລັດ…ອ່ານຕໍ່

ສປປ ລາວ ເປັນປະເທດກິດຕິມະສັກ ຂອງລັດຖະບານແຫ່ງ ສປ ຈີນ ເປັນປີທີ 2 ຕິດຕໍ່ກັນ

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວຄໍາປາໄສ ແບບທາງໄກ ໃນພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 18

ເຊິ່ງໃນນັ້ນ ສປປ ລາວ ເປັນປະເທດກິດຕິມະສັກ ຂອງລັດຖະບານແຫ່ງ ສປ ຈີນ ເປັນປີທີ 2 ຕິດຕໍ່ກັນ, ງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 18 ຈັດຂຶ້ນແມ່ນໃນຮູບແບບທາງໄກ ແລະ ເຂົ້າຮ່ວມກັບທີ່ຊຶ່ງໄດ້ຈັດຂຶ້ນທ່າມກາງບັນຍາກາດທີ່ ອາຊຽນ ແລະ ສປ ຈີນ ສະເຫຼີມສະຫຼອງການພົວພັນຮ່ວມມືຄົບຮອບ 30 ປີ…ອ່ານຕໍ່

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.