Saturday, April 26, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 18 ກັນຍາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ລ້ຽງປາຊີ້ນຂາຍເປັນສິນຄ້າທົ່ວແຂວງຈຳປາສັກ ເພີ່ມການຜະລິດ ແລະ ຫຼຸດຜ່ອນຕົ້ນທຶນ

ຄວາມສຳຄັນຂອງວຽກງານຂະແໜງລ້ຽງສັດ ແລະ ການປະມົງ ປັດຈຸບັນແມ່ນສຸມໃສ່ 2 ໜ້າວຽກຫຼັກຄື: ໜຶ່ງແມ່ນການປົກປັກຮັກສາ ແລະ ຄຸ້ມຄອງສັດນ້ຳຕາມທຳມະຊາດ ແລະການຊຸກຍູ້,ສົ່ງເສີມໃຫ້ຊາວກະສິກອນພາຍໃນແຂວງຈຳປາສັກລ້ຽງປາ ເພື່ອບໍລິໂພກພາຍໃນຄອບຄົວ ແລະ ຂາຍເປັນສີນຄ້າສ້າງລາຍຮັບໃຫ້ກັບຄອບຄົວ

ປັດຈຸບັນແຂວງຈຳປາສັກ ມີຟາມປາກະຊັງທັງໝົົດ 17 ຟາມ, ມີກະຊັງລ້ຽງປາຢູ່ທັງໝົດ 1.500 ກ່ວາກະຊັງ ແລະ ມີສະຖານີເພາະພັນລູກປາທີ່ເປັນຂອງລັດມີ 2 ແຫ່ງ ແລະ ຂອງເອກະຊົນອີກຈຳນວນໜື່ງ…ອ່ານຕໍ່

ທ່ານເຈົ້້າເມືອງໆຫ້ວຍຊາຍ ລົງຕິດຕາມກວດກາສັດຕູຜຶດທຳລາຍເຂົ້ານາປີຂອງປະຊາຊົນ

ທ່ານ ຫົງແກ້ວ ວິໄນວົງ ເຈົ້້າເມືອງໆຫ້ວຍຊາຍ ແລະ ທ່ານ ສີບຸນເຮືອງ ພັນທຸລັກ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ລົງຕິດຕາມກວດກາສັດຕູຜຶດທຳລາຍເຂົ້າປີຂອງປະຊາຊົນຢູ່ກຸ່ມປາກງາວ, ມີບັນດາຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫ້ວຍຊາຍ

ເຊິ່ງໄດ້ລົງກວດກາເບີ່ງໂຕຈິງໃຫ້ວ່າສັດຕູພຶດ (ແມ່ນ ປະເພດ ເພ້ຍຈັກຈັ່ນ) ທໍາລາຍເຂົ້ານາປີຂອງປະຊາຊົນກຸ່ມບ້ານປາກງາວມີ 2ບ້ານຄື: ບ້ານປາກງາວ, ມີ 35 ຄອບຄົວ, ມີເນື້ອທີ່ທັງໝົດ 112,72 ແຮັກຕາ…ອ່ານຕໍ່

ທ່ານເຈົ້າເມືອງໆໂຂງ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງສູນກັກກັນໂຕ

ທ່ານ ນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ ຫົວໜ້າຄະນະສະເພາະກິດຂັ້ນເມືອງພ້ອມຄະນະໄດ້ລົງຕິດຕາມເບີ່ງໂຄງການກໍ່ສ້າງສູນກັກກັນໂຕເຫັນໄດ້ວ່າມີຄວາມຄືບໜ້າເກືອບຫ້າສິບເປິເຊັນແລ້ວ

ຄາດວ່າໃນທ້າຍເດືອນກັນຍາ2021ນີ້ອາດຈະສຳເລັດຮ້ອຍສ່ວນຮ້ອຍຕໍ່ມາທ່ານພ້ອມຄະນະສະເພາະກິດຂັ້ນເມືອງໄດ້ລົງໂອ້ລົມສ້າງຂັວນກຳລັງໃຈໃຫ້ຄວາມອົບອຸ່ນແກ່ອ້າຍນ້ອງແຮງງານຕາມສູນກັກກັນໂຕທັງສີ່ຈຸດພາຍໃນເມືອງ…ອ່ານຕໍ່

ເມືອງນອງໃຫ້ບໍລິການວັກຊີນຕ້ານພະຍາດໂຄວິດ19 ໃນກຸ່ມເປົ້າໝາຍໄດ້ທັງໝົດ 4.195 ໂດສ

ທ່ານ ນາງ ພົງສາລີ ຫົວໜ້າໜ່ວຍງານແມ່ ແລະ ເດັກ ຫ້ອງການສາທາລະນະສຸກເມືອງນອງ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ ມາຮອດປັດຈຸບັນເມືອງນອງສາມາດໃຫ້ບໍລິການວັກຊີນປ້ອງກັນພະຍາດໂຄວິດ 19 ໄດ້ທັງໝົດ 4.195 ໂດສ

ເຊິ່ງມີ ຊີໂນຟາມ 1.200 ໂດສ,ແອັດສະຕຣ້າເຊເນກ້າ 1.115 ໂດສ ແລະຈອນສັນແອນຈອນສັນ (J&J) 1.520 ໂດສ ແລະ ຍັງຈະສືບຕໍ່ໃຫ້ບໍລິການວັກຊີນປ້ອງກັນພະຍາດໂຄວິດ 19 ໃນກຸ່ມເປົ້າໝາຍຜູ້ທີ່ມີອາຍຸ 18 ປີຂຶ້ນໄປພາຍໃນເມືອງຈົນກວ່າຈະບັນລຸຕາມແຜນການທີ່ວາງໄວ້…ອ່ານຕໍ່

ຄະນະກຳມະການຄຸ້ມຄອງໄພພິບັດເມືອງຊະນະສົມບູນ ສຶບຕໍ່ລົງມອບເຄື່ອງຊ່ວຍເຫຼືອ 1 ຄອບຄົວປະຊາຊົນບ້ານນາຊອນ

ທ່ານ ສອນສະຫວັນ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊະນະສົມບູນ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ນໍາເອົາເຂົ້າສານໜຽວຈຳນວນ 2 ກະສອບ ແລະ ສັງກະສີຈຳນວນ 50 ແຜ່ນ ມອບໃຫ້ກັບຄອບຄົວທ້າວ ເສີມ ແລະ ນາງ ແຕ໋ນ ປະຊາຊົນບ້ານພັດທະນານາຊອນ ເມືອງຊະນະສົມບູນ ແຂວງຈຳປາສັກ

ເຊີ່ງແມ່ນໜຶ່ງຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບຈາກລົມພາຍຸ ( ໂກນເຊີນ ) ພັດເຮືອນເປ້ເພເສຍຫາຍຈຳນວນ 1 ຫຼັງໂດຍປະເມີນລວມມູນຄ່າເສຍຫາຍທັງໝົດ 57.450.000 ກີບ…ອ່ານຕໍ່

ເຈົ້າແຂວງຫຼວງພະບາງ ລົງກວດກາການກະກຽມສູນກັກກັນນາສ້າງເຫວີຍ

ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ແກ້ໄຂການລະບາດ ພະຍາດໂຄວິດ-19 ຂັ້ນແຂວງ ໄດ້ລົງຢ້ຽມຢາມກວດກາການກະກຽມສູນກັກກັນ ນາສ້າງເຫວີຍ ເປັນສູນທີ 4 ຂອງແຂວງ ຢູ່ນະຄອນຫຼວງພະບາງ

ເຊິ່ງປະກອບມີ 3 ຕຶກຄື: ຕຶກກິລາເດີ່ນໃນຮົ່ມ, ຕຶກບານບ້ວງ ແລະຕຶກບານສົ່ງເພື່ອສ້າງເປັນສູນກັກກັນເພື່ອຮັບເອົາແຮງງານລາວ ທີ່ມາຈາກຕ່າງປະເທດ ແລະຕ່າງແຂວງເຂົ້າມາກັກຕົວ ແລະເກັບຕົວຢ່າງຄົ້ນຫາເຊື້ອພະຍາດໂຄວິດ-19…ອ່ານຕໍ່

ການນຳແຂວງບໍ່ແກ້ວ ລົງມອບເຄື່ອງຊ່ວຍເຫຼືອແຮງງານມຽນມາ, ແຮງງານລາວທີ່ໄດ້ກັກຕົວຢູ່ສູນກັກກັນ

ຈາກການຂາດເຂີນທາງດ້ານສະບຽງອາຫານໃນການດຳລົງຊີວິດປະຈຳວັນ ຍ້ອນເຫັນໄດ້ແນວນັ້ນການນຳຂອງແຂວງຈຶ່ງໄດ້ສົມທົບການນຳຂອງເມືອງນຳເອົາເຄື່ອງຊ່ວຍເຫຼືອປະເພດ ເຂົ້າສານຈ້າວ ແລະ ໝີ່ສຳເລັດຮູບໄວໄວ

ນອກນັ້ນຍັງໄດ້ມອບໃຫ້ແຮງງານລາວ ແລະ ປະຊາຊົນໃນບ້ານເປົ້າໝາຍ 5 ບ້ານທີ່ໄດ້ຮັບການປິ່ນປົວ ຫຼື ໄດ້ກັກໂຕຢູ່ສູນກັກກັນຂອງເມືອງເປັນຕົ້ນແມ່ນ: ບ້ານໃຫຍ່ສີເມືອງງາມ, ບ້ານຂຸນບົງ, ບ້ານສາມສິບ, ບ້ານກໍ່ສ້າງ ແລະ ບ້ານປ່າສັກ ເມືອງຕົ້ນເຜິ້ງ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.