Thursday, March 20, 2025

ມາດຕະການປ້ອງກັນໂຄວິດ-19 ໃນນະຄອນຫຼວງວຽງຈັນ 19-30 ກັນຍາ 2021

ເນື່ອງຈາກວ່າ ໂຕເລກການຕິດເຊື້ອພະຍາດ COVID-I9 ໃນຊຸມຊົນ ໄດ້ເພີ່ມຂຶ້ນ ແລະ ກະຈາຍອອກໄປຫຼາຍ ບ້ານຫຼາຍເມືອງ ຢ່າງວ່ອງໄວ ໂດຍສະເພາະໃນວັນທີ 18 ກັນຍາ 2021, ຊຶ່ງຫຼາຍກວ່າໝູ່ ແມ່ນມາຈາກໂຮງງານ ຢູ່ ບ້ານໜອງທາເໜືອເມືອງຈັນທະບູລີ ແລະ ມີຄວາມສ່ຽງສູງ ທີ່ຈະເກີດມີການແຜ່ລະບາດຂອງພະຍາດດັ່ງກ່າວ ຢູ່ ນະຄອນຫຼວງວຽງຈັນ ໃນຮອບໃໝ່ ແລະ ຈະຄວບຄຸມໄດ້ຍາກກວ່າທຸກຄັ້ງທີ່ຜ່ານມາ.

ເຈົ້າຄອງນະຄອນຫຼວງວຽງຈັນ ອອກຄຳສັ່ງ:

  1. ໃຫ້ພະແນກການ, ອົງການທຽບເທົ່າພະແນກ, ອົງການປົກຄອງເມືອງ ແລະ ບ້ານ ຈົ່ງເພີ່ມທະວີການ ໂຄສະນາເຜີຍແຜ່, ສຶກສາອົບຮົມ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ ພະນັກງານ – ລັດຖະກອນວິສາຫະກິດ, ອົງການຈັດຕັ້ງສາກົນ, ທະຫານ, ຕຳຫຼວດ, ກຳມະກອນ, ນັກຮຽນ, ນັກສຶກສາ, ຜູ້ ປະກອບການ, ປະຊາຊົນລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ເຄື່ອນໄຫວຢູ່ ນະຄອນຫຼວງວຽງຈັນ ເຫັນໄດ້ໄພອັນຕະລາຍຂອງພະຍາດ COVID-19, ໃຫ້ຮູ້ຈັກປ້ອງກັນພະຍາດນີ້ ດ້ວຍຕົນເອງຢ່າງຖືກຕ້ອງ ແລະ ເຂັ້ມ ງວດ. ພ້ອມທັງ ເຂົ້າໃຈໃນຄວາມຈຳເປັນຂອງນະຄອນຫຼວງວຽງຈັນ ທີ່ຕ້ອງປະກາດໃຊ້ມາດຕະການຕ່າງໆ ຕໍ່ການ ສະກັດກັ້ນ, ປ້ອງກັນຄວບຄຸມ ແລະ ການແຜ່ລະບາດຂອງພະຍາດດັ່ງກ່າວ ເພື່ອປົກປ້ອງ ສຸຂະພາບ ແລະ ຊີວິດ ຂອງ ປະຊາຊົນ ແລະ ທຸກຄົນຢູ່ ນະຄອນຫຼວງວຽງຈັນ
  2. ໃຫ້ພະນັກງານ – ລັດຖະກອນ, ວິສາຫະກິດ, ອົງການຈັດຕັ້ງສາກົນ ຢຸດການມາເຮັດວຽກຢູ່ຫ້ອງການ ແຕ່ ວັນທີ 20 ເຖິງ 30 ກັນຍາ 2021, ຍົກເວັ້ນທະຫານຕໍາຫຼວດ, ເຈົ້າຫນ້າທີ່ດັບເພີງ, ແພດໝໍ, ພະນັກງານ, ອາສາສະໝັກ ຮັບຜິດຊອບລະບົບການບໍລິການໄຟຟ້າ, ນໍ້າປະປາ, ການສື່ສານ ແລະ ເຮັດວຽກສະກັດກັ້ນກັນການລະບາດ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ, ໃຫ້ບັນດາສໍານັກງານ, ອົງການ, ພະແນກການ, ເມືອງ ແລະ ບ້ານ ທົ່ວນະຄອນຫຼວງ ວຽງຈັນ ຈັດຕັ້ງ ແລະ ແນະນໍາພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຮັດວຽກທາງລັດຖະການ ຢູ່ເຮືອນ ຫຼື ທີ່ ພັກອາໄສ ຜ່ານລະບົບການສື່ສານ ອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ, ສື່ສັງຄົມອອນ ລາຍ ແລະ ລະບົບກອງປະຊຸມທາງໄກ, ຕ້ອງຈັດຕັ້ງແບງຜູ້ມາປະຈຳການ ເພື່ອແກ້ໄຂວຽກງານ, ຕ້ອງມີການປ້ອງກັນ ເວນຍາມສຳນັກງານ, ອົງການ ຢ່າງເປັນປົກກະຕິ ໃຫ້ສາມາດປະສານໄດ້ໃນກໍລະນີມີວຽກຈຳເປັນ ເພື່ອປ້ອງກັນບໍ່ໃຫ້ ເກີດເຫດຮ້າຍສ້າງຄວາມເສຍຫາຍຕ່າງໆ ຢ່າງເດັດຂາດ.
  3. ຫ້າມ ປະຊາຊົນ, ພະນັກງານ – ລັດຖະກອນວິສາຫະກິດ, ອົງການຈັດຕັ້ງສາກົນ, ທະຫານ, ຕຳຫຼວດ, ກໍ ມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ເຄື່ອນໄຫວຢູ່ ນະຄອນຫຼວງວຽງຈັນ ອອກຈາກເຮືອນ ຫຼື ທີ່ພັກອາໄສ ເດີນທາງໄປມາ ຢູ່ພາຍໃນນະຄອນຫຼວງວຽງຈັນ, ຍົກເວັ້ນກໍລະນີ ທີ່ຈຳເປັນ ເຊັ່ນໄປຊື້ອາຫານຢາປົວພະຍາດ, ໄປໂຮງຫມໍໄປປະຕິບັດຫນ້າທີ່ ທີ່ລະບຸໄວ້ໃນຂໍ້ທີ 14 ຂອງຄໍາສັ່ງ ສະບັບນີ້ ແລະ ໄປປະຕິບັດຫນ້າທີ່ຕາມການມອບຫມາຍຂອງການຈັດຕັ້ງ.

ສຳລັບ ຜູ້ທີ່ຈຳເປັນຕ້ອງໄປທຳການຜະລິດກະສິກຳ ແມ່ນສາມາດໄປໄດ້ ແຕ່ມອບໃຫ້ອົງການປົກຄອງບ້ານ ເປັນຜູ້ກວດກາ ແລະ ຄຸ້ມຄອງ ດ້ານຈຳນວນ ແລະ ຂອບເຂດ ຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງ ພະຍາດ ໂດຍບໍ່ໃຫ້ເກັບຄ່າທຳນຽມ ຫຼື ຄ່າບໍລິການໃດໆ.

ໃຫ້ກຳລັງ ປກຊ-ປກສ ສົມທົບກັບອົງການປົກຄອງເມືອງ, ບ້ານກ່ຽວຂ້ອງ ຕັ້ງຈຸດກວດກາ, ປ້ອງກັນ ແລະ ລາດຕະເວນຕາມເສັ້ນທາງ ເພື່ອສະກັດກັ້ນ ບໍ່ໃຫ້ຄົນທີ່ບໍ່ໄດ້ຮັບອະນຸຍາດ ເດີນທາງໄປມາໃນ 7 ເມືອງ ຢ່າງເຂັ້ມງວດ ຄື: ເມືອງຈັນທະບູລີ, ເມືອງສີໂຄດຕະບອງ, ເມືອງໄຊເສດຖາ, ເມືອງສີສັດຕະນາກ, ເມືອງໄຊທານີເມືອງຫາດຊາຍຟອງ ແລະ ເມືອງນາຊາຍທອງ. ສຳລັບ ເມືອງສັງທອງ ແລະ ເມືອງປາກງື່ມ ແມ່ນໃຫ້ສືບຕໍ່ປ້ອງກັນເວນຍາມ ຕາມປົກກະຕິ.

  1. ຫ້າມບຸກຄົນ ແລະ ພາຫະນະຂົນສົ່ງໂດຍສານ ຢູ່ນະຄອນຫຼວງວຽງຈັນ ເດີນທາງໄປຕ່າງແຂວງ ຫຼື ເຂດທີ່ ມີການຕິດເຊື້ອ ຫຼື ເຂດທີ່ມີຄວາມສຽງ ຍົກເວັ້ນແຕ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ ຂັ້ນສູນກາງ ຫຼື ນະຄອນຫຼວງວຽງຈັນ ຍ້ອນເຫດຜົນຈໍາເປັນ ເຊັ່ນຂົນສົ່ງສິນຄ້າໂຄງການ ແລະ ວຽກງານບູລິມະສິດ ຂອງ ລັດຖະບານ. ໃຫ້ເຈົ້າໜ້າທີ່ ປກຊ-ປກສ ຕັ້ງດ່ານກວດກາເອກະສານ, ເກັບກຳຂໍ້ມູນ ແລະ ສະກັດກັ້ນ ບໍ່ໃຫ້ບຸກຄົນທີ່ ບໍ່ໄດ້ຮັບອະນຸຍາດ ເດີນທາງໄປຕ່າງແຂວງ ຢ່າງເດັດຂາດ.
  2. ຫ້າມບຸກຄົນຢູ່ແຂວງ ທີ່ມີການແຜ່ລະບາດໃນຊຸມຊົນ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຖ້າຈຳເປັນ ຕ້ອງເຂົ້າມາ ຕ້ອງຈຳກັດບໍລິເວນໃຫ້ຄົບ 14 ວັນ ຢູ່ສູນ ຫຼື ໂຮງແຮມຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງ ວຽງຈັນ ກຳນົດໄວ້ ແລະ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ດ້ວຍຕົນເອງ, ຖ້າຜູ້ໃດບໍ່ຍິນຍອມເຂົ້າຈຳກັດບໍລິເວນ ແມ່ນໃຫ້ກັບຄືນເມືອແຂວງຂອງຕົນທັນທີ. ສຳລັບ ຄົນນະຄອນຫຼວງວຽງຈັນ ທີ່ຍັງຕົກຄ້າງຢູ່ຕ່າງແຂວງ ແມ່ນສາມາດ ເດີນທາງກັບຄືນມາພູມລຳເນົາຂອງຕົນໄດ້ ແຕ່ຖ້າມາຈາກແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງໄດ້ຈຳກັດບໍລິເວນໃຫ້ ຄົບ 14 ວັນ ຢູ່ສູນ ຫຼື ໂຮງແຮມຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ກຳນົດໄວ້ ແລະ ຕ້ອງ ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ດ້ວຍຕົນເອງເຊັ່ນກັນ. ໃຫ້ເຈົ້າໜ້າທີ່ ປກຊ-ປກສ ຕັ້ງດ່ານກວດກາເອກະສານ, ເກັບກໍາຂໍ້ມູນ ແລະ ສະກັດກັ້ນ ບໍ່ໃຫ້ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດ ເດີນທາງເຂົ້າມານະຄອນຫຼວງວຽງຈັນ ຢ່າງເດັດຂາດ.
  3. ຫ້າມຜູ້ທີ່ຕິດເຊື້ອ ແລະ ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດ COVID-19 ປິດອໍາ ຫຼື ຕົວະປະຫວັດ ການເຄື່ອນໄຫວຂອງຕົນ ແລະ ຫຼົບໜີການເຂົ້າປິ່ນປົວຢູ່ໂຮງໝໍ ຫຼື ສູນຈຳກັດບໍລິເວນ ຕາມຄຳສັ່ງຂອງແພດໝໍ ຫຼື ຄະນະສະເພາະກິດ ຢ່າງເດັດຂາດ, ຖ້າສືບຮູ້ວ່າມີການປິດອໍ ຫຼື ຕົວະ ຫຼື ຫຼົບໜີ ຕ້ອງຖືກປັບໄໝ ແລະ ດຳເນີນຄະດີ ຕາມລະບຽບກົດໝາຍ ລວມທັງໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ກໍ່ຂຶ້ນທັງໝົດ ຢ່າງເຂັ້ມງວດ;
  4. ຫ້າມການຈັດປະຊຸມ, ໂຮມຊຸມນຸມ ແລະ ກິດຈະກຳຕ່າງໆ ເຊັ່ນ: ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ ແລະ ຫ້າມການຈັດງານສັງສັນ, ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່. ສຳລັບ ການງັນເຮືອນດີ, ງານຊາປະນາ ກິດສົບ ແລະ ເຮັດບຸນແຈກທານ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດ COVID-19 ຕາມຄຳແນະນຳຂອງຄະນະສະເພາະກິດ ສະບັບເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021 ວາງອອກຢ່າງເຂັ້ມງວດ ເຊັ່ນ: ວັດແທກອຸນຫະພູມ, ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ ສະບຸ ຫຼື ນໍ້າຢາຂ້າເຊື້ອ.
  5. ປິດດ່ານບ້ານໂດນ ເມືອງປາກງື່ມ, ດ່ານທ່າເດື່ອ ເມືອງຫາດຊາຍຟອງ, ດ່ານໜອງດາ ເມືອງສີໂຄດຕະບອງ, ດານໂຄກແຫ ເມືອງສັງທອງ ຢ່າງເຂັ້ມງວດ. ສໍາລັບ ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ແມ່ນປິດການອະນຸຍາດເດີນທາງ ເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະ ກິດ ຂັ້ນສູນກາງ; ສ່ວນພາຫະນະ ຂົນສົ່ງສິນຄ້າ ຂອງຜູ້ປະກອບການດ້ານການຂົນສົ່ງ ທີ່ໄດ້ຮັບອະນຸຍາດດຳເນີນທຸລະ ກິດ ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ ສາມາດເຂົ້າ-ອອກໄດ້, ແຕ່ຕ້ອງປະຕິບັດຕາມຂັ້ນຕອນ ແລະ ຄຳແນະ ນໍາ ຂອງດ່ານສາກົນວາງອອກ ຢ່າງເຂັ້ມງວດ.
  6. ປິດຮ້ານຄາຣາໂອເກະ, ສະຖານບັນເທິງ, ກາຊີໂນ, ຮ້ານອິນເຕີເນັດຄາເຟ, ຮ້ານເກມ, ໂຮງສາຍຮູບເງົາ, ຮ້ານ ສະນຸກເກີ, ຮ້ານນວດ, ຮ້ານສະປາ, ຮ້ານຕັດຜົມ, ຮ້ານເສີມສວຍ, ສູນການຄ້າ, ຕະຫຼາດກາງຄືນ, ສວນອາຫານ, ສະຖານທີ່ ທ່ອງທ່ຽວ, ເຮືອນພັກ, ຣີສອດ, ຮ້ານກິນ-ດື່ມ, ຮ້ານປະເພດປີ້ງຕ່າງໆ ທີ່ມີການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ການ ຂາຍເຄື່ອງຊະຊາຍຕາມແຄມທາງເຊັ່ນ: ການຂາຍຫວຍ, ເຄື່ອງຂອງ, ອາຫານ ແລະ ອື່ນໆ.
  7. ຫ້າມໄປອອກກຳລັງກາຍຢູ່ກາງແຈ້ງ ຕາມສະຖານທີ່ສາທາລະນະຕ່າງໆເຊັ່ນ: ສະໜາມຫຼວງ, ບຶງທາດຫຼວງ, ສວນເຈົ້າອານຸວົງ ແລະ ບ່ອນອື່ນໆ, ປິດສູນກິລາໃນຮົ່ມຕ່າງໆ ເຊັ່ນ: ສູນອອກກຳລັງກາຍ, ເດີ່ນດອກປີກໄກ່, ເດີ່ນບານເຕະ ເດີນເປຕັງ, ສະໜາມຕີມວຍ, ສະໜາມຕີກ໊ອຟ, ສະລອຍນໍ້າ, ສັງວຽນຕິໄກ ແລະ ກິລາປະເພດອື່ນໆ ທີ່ຮ່າງກາຍສຳຜັດກັນ.
  8. ປິດໂຮງງານຕັດຫຍິບ, ໂຮງງານອື່ນໆ ແລະ ບັນດາໂຄງການໃຫຍ່ ເພື່ອປະເມີນຄວາມສ່ຽງ, ຖ້າຮັບປະກັນໄດ້ວ່າ ບໍ່ມີຄວາມສ່ຽງໃນການແຜ່ລະບາດພະຍາດ COVID-19 ຈິ່ງພິຈາລະນາອະນຸຍາດໃຫ້ເປີດໂຮງງານຄືນ. ໃຫ້ໂຮງງານທີ່ປິດ ຄຸ້ມຄອງ ແລະ ຊ່ວຍເຫຼືອພະນັກງານ ແລະ ກຳມະກອນຂອງຕົນ ໃນໄລຍະພັກວຽກ.
  1. ຫ້າມກັກຕູນ ແລະ ຂຶ້ນລາຄາສິນຄ້າ ທີ່ຈຳເປັນຕໍ່ການກັນການລະບາດ, ການອຸປະໂພກ ແລະ ບໍລິໂພກ ເປັນຕົ້ນຜ້າອັດປາກ-ດັງ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນໍ້າດື່ມ ແລະ ອື່ນໆ. ໃຫ້ ເຈົ້າຫນ້າທີ່ກວດກາການຄ້າ ເອົາໃຈໃສ່ເປັນພິເສດ ໃນການຕິດຕາມ ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ, ພ້ອມກັນ ນັ້ນ ກໍ່ໃຫ້ສົມທົບກັບເຈົ້າຫນ້າທີ່ຕຳຫຼວດ ດຳເນີນມາດຕະການປັບໄຫມ ແລະ ລົງໂທດ ຕໍ່ຜູ້ລະເມີດຢ່າງເຂັ້ມງວດ.
  2. ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບໃດຫນຶ່ງ ຜ່ານສືຕ່າງໆ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ I ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ. ໃຫ້ເຈົ້າຫນ້າທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມ ແລະ ດຳເນີນມາດຕະການຕໍ່ຜູ້ລະເມີດ ຢ່າງເຂັ້ມງວດ.
  1. ອະນຸຍາດໃຫ້ເປີດການຊື້-ຂາຍ ເຄື່ອງອຸປະໂພກ-ບໍລິໂພກ ດ້ວຍການຈັດຊື້, ຈັດສົ່ງ ແລະ ຮັບເອົາ ທີ່ ຮັບປະກັນການປ້ອງກັນການແຜ່ເຊື້ອພະຍາດໄດ້ ແລະ ອະນຸຍາດໃຫ້ເປີດກິດຈະການທີ່ມີຄວາມຈຳເປັນອື່ນໆ ເຊັ່ນ: ທະນາຄານ, ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ, ໂຮງຫມໍ, ຫ້ອງກວດພະຍາດເອກະຊົນ, ຮ້ານຂາຍຢາ, ຫນ່ວຍກູ້ ໄພ, ກິດຈະການໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນໍ້າປະປາ, ປໍ້ານໍ້າມັນ ແລະ ການບໍລິການເກັບມ້ຽນຂີ້ເຫຍື້ອ. ຜູ້ ໃຫ້ບໍລິການຕ້ອງໄດ້ຮັບວັກຊີນຄົບໂດສ ແລະ ຕ້ອງປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດ COVID-19 ທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ.
  2. ໃຫ້ຄະນະສະເພາະກິດ ນະຄອນຫຼວງວຽງຈັນ, ເມືອງ ເພີ່ມທະວີການປະຕິບັດບົດບາດ, ສິດ ແລະ ຫນ້າທີ່ ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ເປັນໃຈກາງໃນການປະສານກັບທຸກພາກສ່ວນທີ່ກ່ຽວຂ້ອງ ຊີ້ນຳ, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານສະກັດກັ້ນການແຜ່ລະບາດ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອ, ເກັບຕົວຢ່າງກວດຫາເຊື້ອ ແລະ ນໍາຕົວຜູ້ສຳຜັດໃກ້ຊິດໄປຈຳກັດບໍລິເວນ ໃຫ້ຄົບຖ້ວນ, ວ່ອງໄວ ແລະ ທັນການ; ສະຫຼຸບຕີລາຄາ ແລະ ລາຍງານສະພາບການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ແລະ ນະຄອນຫຼວງ ວຽງຈັນ ວາງອອກ ໃນແຕ່ລະວັນໃຫ້ການນຳນະຄອນຫຼວງວຽງຈັນ ຊາບ ແລະ ຊີ້ນຳຢ່າງທັນການ.
  1. ໃຫ້ກອງບັນຊາການ ປກຊ-ປກສ ນະຄອນຫຼວງວຽງຈັນ, ສົມທົບກັບອົງການປົກຄອງເມືອງ ຕິດຕາມ ກວດກາ, ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດ ມາດຕະການທີ່ ໄດ້ກຳນົດໄວ້ ໃນຄຳສັ່ງສະບັບນີ້ ຢ່າງເຂັ້ມງວດ. ຖ້າມີການລະເມີດ ຕໍ່ຄໍາສັ່ງສະບັບນີ້ ແມ່ນໃຫ້ເຈົ້າຫນ້າທີ່ປ້ອງກັນ ຄວາມສະຫງົບ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ດຳເນີນມາດຕະການຕາມກົດຫມາຍ ແລະ ລະບຽບການ ຢ່າງເຂັ້ມງວດ. 17. ມາດຕະການຕໍ່ຜູ້ລະເມີດ: ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດມາດຕະການຂອງຄະນະສະເພາະກິດຂັ້ນສູນກາງ,

ນະຄອນຫຼວງວຽງຈັນ ແລະ ຄໍາສັ່ງສະບັບນີ້ ຕ້ອງຖືກປັບໄໝ ຢ່າງເຂັ້ມງວດ ແລະ ເດັດຂາດ ດັ່ງນີ້:

  • ບຸກຄົນລະເມີດ: ໃຫ້ປັບໄໝ 3.000.000 ກີບ/ຄົນ/ຄັ້ງ; – ນິຕິບຸກຄົນລະເມີດ: ໃຫ້ປັບໄໝ 10.000.000 ກີບ/ນິຕິບຸກຄົນ/ຄັ້ງ.

ມອບໃຫ້ກຳລັງ ປກສ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາ ໂດຍເລີ່ມຈາກການປັບໄໝ, ສັ່ງໂຈະ ຫຼື ສັ່ງປິດກິດຈະການ ແລະ ກ້າວໄປເຖິງດຳເນີນຄະດີຕາມລະບຽບກົດໝາຍ ຕາມກໍລະນີ ແຕ່ເບົາ ຫາ ໜັກ.

  1. ໃຫ້ພະນັກງານ – ລັດຖະກອນ, ວິສາຫະກິດ, ອົງການຈັດຕັ້ງສາກົນ, ທະຫານ, ຕຳຫຼວດ, ກຳມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ປະຊາຊົນລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ເຄື່ອນ ໄຫວຢູ່ ນະຄອນຫຼວງວຽງຈັນ ຕ້ອງຍົກລະດັບຄວາມມີສະຕິເຄົາລົບ ແລະ ຕື່ນຕົວ ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-I9 ຢ່າງເຂັ້ມງວດ, ພ້ອມທັງເປັນຫູ ເປັນຕາ ຕິດຕາມ ແລະ ລາຍງານ ກໍລະນີພົບເຫັນການລັກລອບເຂົ້າເມືອງ ແລະ ການລະເມີດມາດຕະການຕ່າງໆ ໃຫ້ ຄະນະສະເພາະກິດ ລົງກວດກາ ແລະ ແກ້ໄຂ ຢ່າງທັນການ,
  2. ຄໍາສັ່ງສະບັບນີ້ ມີຜົນບັງຄັບໃຊ້ ເລີ່ມແຕ່ເວລາ 12:00 ໂມງ ຂອງວັນທີ 19 ກັນຍາ ເຖິງເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2021. ໃນກໍລະນີ ມີການປ່ຽນແປງນະຄອນຫຼວງວຽງຈັນ ຈະແຈ້ງໃຫ້ຊາບຕື່ມ ເປັນແຕ່ ລະໄລຍະ

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.