ຢາກພິມໄວ ຕ້ອງເຮັດແນວໃດ ມາເບິ່ງວິທີການ ແລະແນວທາງນຳກັນ

ສຳລັບຄົນທີ່ຕ້ອງເຮັດວຽກກັບຄອມພິວເຕີຢູ່ຕະຫຼອດ ການພິມໄວເປັນອີກທັກສະໜຶ່ງທີ່ມີຄວາມຈຳເປັນຫຼາຍໃນວຽກງານ ເຊິ່ງຈະດີກວ່າຖ້າເຮົາພິມໂດຍບໍ່ຕ້ອງເບິ່ງຄີບອດ, ແຕ່ຖ້າຢາກພິມໄວຕ້ອງໄດ້ໝັ່ນຝຶກຝົນຢູ່ເລື້ອຍໆ ເຊິ່ງເຮົາຈະມາແນະນຳແນວທາງໃນການພິວໄວເພື່ອເພີ່ມທັກສະໃຫ້ຕົວເອງ ແລ້ວຈະເຮັດໃຫ້ພິມໄວຂຶ້ນແນ່ນອນໄປເບິ່ງເລີຍ

ພະຍາຍາມຢ່າເບິ່ງແປ້ນພິມ

ໃນຊ່ວງທຳອິດອາດຈະບໍ່ລຶ້ງປານໃດ ແຕ່ຖ້າຝຶກໄປດົນໆກໍຈະເຮັດໃຫ້ມີຄວາມແນ່ນອນຂຶ້ນ ຈົນບໍ່ຈຳເປັນຕ້ອງເບິ່ງແປ້ນພິມ

ພິມຊ້າໆແຕ່ແນ່ນອນ

ການພິມຊ້າໆແຕ່ແນ່ນອນ ດີກວ່າການພິມຜິດ ເຊິ່ງເປັນສິ່ງທີ່ຫຼາຍໆຄົນມັກຈະເຮັດໃນຊ່ວງທຳອິດຄືການພິມໄວແຕ່ບໍ່ແນ່ນອນ ຈຶ່ງເຮັດໃຫ້ຜິດ ແລະຕ້ອງເສຍເວລາໃນການກົດລົບ ຖ້າທຽບກັນແລ້ວຈະເຮັດໃຫ້ຊ້າກວ່າການພິມໃຫ້ຊ້າໆແຕ່ຖືກ

ທ່ານັ່ງທີ່ຖືກຕ້ອງ

ການນັ່ງຊື່ໆ ໃຫ້ແຂນແລະໃຫ້ຂໍ້ສອກຢູ່ໃນມຸມ 90 ອົງສາ ໂດຍຢູ່ໃນແນວເສັ້ນຊື່ ເປັນທ່າທີເໝາະສົມສຳລັບການພິມ

ວາງຕໍາແໜ່ງນິ້ວໃຫ້ຖືກຕ້ອງ

ພະຍາຍາມວາງຕຳແໜ່ງນິ້ວຢູ່ທີ່ (ເບື້ອງຊ້າຍ asdf) (ເບື້ອງຂວາ jkl;) ຖ້າເປັນພາສາລາວກໍ່ແມ່ນ (ເບື້ອງຊ້າຍ ັຫກດ) (ເບື້ອງຂວາ ່າສວ) ເພື່ອສ້າງຄວາມລຶ້ງເຄີຍ ແລະງ່າຍຕໍ່ການພິມໃນສ່ວນຂອງການກົດ Shift ກົດ Enter ແລະບ່ອນກົດ Backspace ຢູ່ໄກເລີຍຍາກ ຕ້ອງພະຍາຍາມຝຶກໃຫ້ລຶ້ງ

ລອງພະຍາຍາມຝຶກຝົນພາສາອັງກິດກ່ອນກໍ່ໄດ້ ຈຶ່ງມາຝຶກຝົນພິມພາສາລາວ ຝຶກໄປເລື້ອຍໆກໍ່ຈະເຫັນຜົນຢ່າງແນ່ນອນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...