Wednesday, March 19, 2025

ມາຮູ້ຈັກກັບ “Laolaw” ແອັບລວມກົດໝາຍຂອງ ສປປ ລາວ

ເຄີຍເປັນບໍ່ ຢາມທີ່ເຮົາຢາກຮູ້ ຫຼືຢາກສຶກສາກ່ຽວກັບກົດໝາຍໃນຫົວຂໍ້ຕ່າງໆຂອງ ສປປ ລາວ ແຕ່ກໍ່ຫາຂໍ້ມູນບໍ່ເຫັນ ຊອກຢາກ ແລະເຖິງຈະຊອກເຫັນກໍ່ບໍ່ແມ່ນສະບັບລ້າສຸດ

ແອັບພິເຄຊັນ Laolaw ເປັນແອັບທີ່ໃຊ້ງ່າຍສະດວກສະບາຍ, ມີຂໍ້ມູນທັງໝົດກ່ຽວກັບກົດໝາຍໃນ ສປປປ ລາວ ເຊິ່ງເປັນຂໍ້ມູນຈາກກະຊວງຍຸຕິທຳ, ຂໍ້ຕົກລົງ ແລະນິຕິກຳຕ່າງໆບໍ່ວ່າຈະເປັນສະບັບລ້າສຸດ ຫຼືສະບັບເກົ່າກໍ່ມີເຊັ່ນກັນ ສາມາດດາວໂຫລດນິຕິກຳທີ່ເຮົາສົນໃຈມາອ່ານໄດ້ໃນແບບ Offline ແລະເຖິງເຮົາຈະອ່ານແລ້ວອອກ ກໍ່ສາມາດກັບມາອ່ານຕໍ່ໂຕເກົ່າໄດ້ເລີຍ

Laolaw ເປັນແອັບພິເຄຊັນ ລວມກົດໝາຍຂອງ ສປປ ລາວ ທັງຂໍ້ຫ້າມ, ການປະຕິບັດ ແລະການປັບໄໝລົງໂທດກໍ່ມີທັງໝົດ ສາມາດຄົ້ນຫາຄຳສັບກົດໝາຍ ແລະຄຳສັບທາງການໄດ້ທັງ ພາສາລາວ ແລະພາສາອັງກິດ ເຊິ່ງສາມາດໂຫລດມາໃຊ້ງານໄດ້ທັງໃນລະບົບ Android ແລະ iOS

ການປະມວນກົດໝາຍຕ່າງໆໃນ ສປປ ລາວ ຈະງ່າຍຂຶ້ນ ແລະສາມາດກວດສອບກົດໝາຍຕ່າງໄດ້ດ້ວຍແອັບພິເຄຊັນດຽວ ໂດຍບໍ່ຕ້ອງໄປຫາໃຫ້ຍຸ້ງຍາກ ແລະຍັງເປັນຜົນດີສຳລັບນັກສຶກສາອີກດ້ວຍ ຮູ້ກົດໝາຍຕ່າງໆເພື່ອເອົາໄວ້ໃຊ້ໃນຊີວິດປະຈຳວັນ

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.