ບຣາເດີ ສົ່ງເສີມວັດທະນາທໍາຍີ່ປຸ່ນ ຜ່ານ Digital Origami Letter ໃນຊ່ວງອາທິດການຂຽນຈົດໝາຍສາກົນ ໃນງານ Expo 2020 Dubai

Brother Industries, Ltd. (ໂດຍປະທານ ອິຊິໂຮ ຊາຊາກິ) ນໍາເນື້ອຫາຄອນເທັນອອນລາຍ ເລື່ອງ Origami Letter ມາປັບປຸງໃໝ່ ໂດຍການເພີ່ມຄຸນປະໂຫຍດໃນການໃຊ້ວຽກທີ່ເກີດຂື້ນຈາກຄວາມເຫັນຂອງຜູ້ໃຊ້ ແລະ ຈັດສະແດງໃນຊ່ວງອາທິດການຂຽນຈົດໝາຍສາກົນນີ້ (*International Letter Writing Week) ລະຫວ່າງວັນທີ 9-15 ຕຸລາ 2021 ໂດຍຄອນເທັນນີ້ ສ້າງຂື້ນເພື່ອສົ່ງເສີມການສະໜັບສະໜູນຂອງບຣາເດີ ໃນອາຄານ Japan Pavilion ງານ Expo 2020 Dubai ທີ່ປະເທດດູໄບ.

ວິດີໂອ Origami Letter ນີ້ ໄດ້ນໍາສະເໜີເນື້ອຫາໃຫ້ຜູ້ເຂົ້າຮ່ວມງານໄດ້ສຳພັດເຖິງການສື່ສານອັນອົບອຸ່ນຜ່ານທາງຈົດໝາຍເຊິ່ງສະແດງເຖິງການສົ່ງຂໍ້ຄວາມຢ່າງຈິງໃຈ ດ້ວຍການໃຊ້ Origami ທີ່ເປັນສິລະປະການພັບເຈ້ຍແບບດັ້ງເດີມໃນວັດທະນາທໍາຍີ່ປຸ່ນ ເຖິງວ່າເຮົາກຳລັງຜະເຊິນກັບສະຖານະການທີ່ການສື່ສານທີ່ຫຍຸ້ງຍາກຂື້ນ ເພາະການແຜ່ລະບາດຂອງໂຄວິດ-19 ນີ້.

ງານ Expo 2020 Dubai ຈັດຂື້ນໃນວັນທີ 1 ຕຸລາ 2021 ພາຍໃຕ້ສະໂລແກນ “Connecting Minds, Creating the Future” ເປັນງານລະດັບນານາຊາດຄັ້ງທຳອິດໃນຕະເວັນອອກກາງ ໂດຍມີການສ້າງອາຄານ Japan Pavilion ຢູ່ໃນພື້ນທີ່ຈັດສະແດງ ພາຍໃຕ້ແນວຄິດ “Where ideas meet” ໂດຍອາຄານນີ້ຖືກອອກແບບດ້ວຍແຮງບັນດານໃຈຈາກ Origami ໃນຂະນະທີ່ບໍລິສັດ Brother Industries ໄດ້ເປີດວິດີໂອກ່ຽວກັບ Origami ໃນບໍລິເວນແຖວປະຕູອາຄານ Japan Pavilion, ພ້ອມຈັດແຄມເປນຜ່ານທາງສື່ອອນລາຍໃນຊ່ວງອາທິດຂຽນຈົດໝາຍສາກົນ ເພື່ອເປັນການສົ່ງເສີມວັດທະນາທໍາຂອງປະເທດຍີ່ປຸ່ນໃນງານອີກດ້ວຍ

“Origami ເປັນງານຝີມືອັນເກົ່າແກ່ທີ່ສະແດງໃຫ້ເຫັນເຖິງຄວາມເປັນຍີ່ປຸ່ນ ແລະ ທີ່ອາຄານ Japan Pavilion ກໍໄດ້ອອກແບບອາຄານພາຍໃຕ້ແນວຄິດຂອງ Origami ນີ້” ໄອຊາໂອະ ອັນໂດະ ຜູ້ອໍານວຍການ Japan Pavilion ກ່າວວ່າ “ໃນຊ່ວງ 1 ອາທິດຕັ້ງແຕ່ເປີດງານ Expo ພື້ນທີ່ຂອງເຮົາດຶງດູດ ຜູ້ເຂົ້າມາຢ້ຽມຊົມເປັນຈໍານວນຫຼາຍ ໂດຍບາງຄົນເຖິງຂະໜາດລໍຖ້າຄິວດົນຮອດ 2 ຊົ່ວໂມງເພື່ອເຂົ້າຍ້ຽມຍາມ ນອກຈາກນີ້ ເຮົາຍັງເປີດ ວິດີໂອ Origami Letter ເພື່ອສົ່ງເສີມວັດທະນາທໍາເກົ່າແກ່ຂອງຍີ່ປຸ່ນໃຫ້ແກ່ຜູ້ເຂົ້າໃນງານ”

ທັງນີ້ Digital Origami Letter ຂອງບຣາເດີ ໄດ້ຮັບລາງວັນ iF GOLD AWARD ໃນງານ iF DESIGN AWARD 2021 ເຊິ່ງເປັນອົງກອນດ້ານການອອກແບບອິດສະຫຼະທີ່ເກົ່າແກ່ທີ່ສຸດຂອງໂລກ ໂດຍ iF GOLD AWARD ສະແດງໃຫ້ເຫັນເຖິງການຍອມຮັບຜົນງານຊັ້ນດີ ທີ່ໂດດເດັ່ນເໜືອຜົນງານອື່ນໆ ທີ່ສົ່ງເຂົ້າປະກວດ

*International Letter Writing Week: ເປັນອາທິດສາກົນເພື່ອສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຜ່ານການຂຽນຈົດໝາຍເຊິ່ງເປັນການຊ່ວຍສ້າງຄວາມຄໍານຶງຮັບຮູ້ເຖິງສັນຕິພາບຂອງໂລກນໍາອີກດ້ວຍ

ວິທີການສົ່ງ Digital Origami Letter ໃຫ້ໝູ່ ຫຼືຄອບຄົວ ຫຼືຄົນທີ່ທ່ານຮັກແພງ

1. ເຂົ້າໄປທີ່ລິ້ງ

2. ເລືອກແບບອໍຣິກາມິທີ່ທ່ານຕ້ອງການ ຈາກນັ້ນພິມຂໍ້ຄວາມທີ່ທ່ານຕ້ອງການຈະສົ່ງ

3. ເລື່ອນເຄີເຊີ (Cursor) ເທິງໜ້າຈໍຕາມທິດທາງລູກສອນ ເພື່ອເປັນການພັບອໍຣິກາມິ ແລ້ວສົ່ງໄປຍັງຄົນທີ່ທ່ານຕ້ອງການ ດ້ວຍການຄລິກທີ່ໄອຄອນ WhatsApp ຫຼື Facebook Messenger ຫຼືຄລິກທີ່ໄອຄອນຮູບຕ່ອງໂຊ່ ເພື່ອກ໋ອປປີ້ເປັນລິ້ງ ສົ່ງໃຫ້ທາງໂຊຊ່ຽວມີເດຍອື່ນໆກ່ອນລິ້ງຈະໝົດອາຍຸ

Digital Origami Letter

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...