Friday, February 7, 2025

ຟູດແພນດ້າເດີນໜ້າສືບຕໍ່ຊ່ວຍເຫຼືອສັງຄົມໃນລາວ ແລະ ລ່າສຸດ ໄດ້ແຈກຢາຍ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ 210 ຄອບຄົວ

ຟູດແພນດ້າເດີນໜ້າສືບຕໍ່ຊ່ວຍເຫຼືອສັງຄົມໃນລາວ ແລະ ລ່າສຸດ ຟູດແພນດ້າໄດ້ແຈກຢາຍ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ 210 ຄອບຄົວທີ່ອາໄສຢູ່ໃນຊຸມຊົນແອອັດ ເນື່ອງໃນໂອກາດສະຫລອງຄົບຮອບ 2 ປີ ແລະ ໃຫ້ບໍລິການທົ່ວປະເທດ

ໃນຕອນເຊົ້າ ຂອງວັນທີ 18 ທັນວາ 2021 ທີ່ນະຄອນຫລວງວຽງຈັນ, ບໍລິສັດ Delivery Hero Lao ຫຼື ຟູດແພນດ້າ, ນໍາພາໂດຍ ທ່ານ ອາບຣາຮຳ ໄຊຍະວົງ, ຫົວໜ້າພະແນກ ການຕະຫລາດ ບໍລິສັດ Delivery Hero Lao ພ້ອມດ້ວຍພະນັກງານ ຟູດແພນດ້າ, ໄຣເດີ້ ແລະ ອາສາສະໝັກຈາກຫຼາຍພາກສ່ວນ  ໄດ້ລົງພື້ນທີ່ຊຸມຊົນແອອັດ 3 ໝູ່ບ້ານເຊັ່ນ: ບ້ານ ຫັດສະດີ, ບ້ານ ທົ່ງຂັນຄຳ ແລະ ບ້ານໜອງດ້ວງທົ່ງ ເພື່ອແຈກຢາຍຖົງ ປັນຄວາມສຸກ ໃຫ້ 210 ຄອບຄົວເຊິ່ງໃນຖົງປັນຄວາມສຸກ ດັ່ງກ່າວປະກອບມີ ເຄື່ອງອຸປະໂພກບໍລິໂພກຫຼາຍຢ່າງເຊັ່ນ: ເຂົ້າສານ, ໄຂ່, ສະອິວ, ໝີ່ ແລະ ອື່ນໆ.

ເນື່ອງຈາກການແຜ່ລະບາດ ຂອງພະຍາດໂຄວິດຍັງມີການເພີ່ມທະວີຕໍ່ເນື່ອງ, ຟູດແພນດ້າເອງ ຍັງ​ໄດ້​ ຮ່ວມກັບ​ ມູນນິທິ​ຊ່ວຍເຫລືອຄົນທຸກຍາກ ແຫ່ງ​ ສ.ປ.ປ.ລາວ​ ມອບອຸປະກອນພື້ນຖານໃນການປ້ອງກັນພະຍາດໂຄວິດ ເຊັ່ນ: ໜ້າກາກອານາໄມ ແລະ ສະເປແອວກໍຮໍ ໃຫ້ກັບແຕ່ລະຄອບຄົວ ແລະ ນອກຈາກນັ້ນ ຍັງໄດ້ສີດພົ່ນນໍ້າຢາຂ້າເຊື້ອໃນພື້ນທີ່ຂອງແຕ່ລະໝມູ່ບ້ານ ເພື່ອໃຫ້ປະຊາຊົນໃນເຂດດັ່ງກ່າວ ໄດ້ໃຊ້ຊີວິດຫ່າງຈາກເຊື້ອພະຍາດນຳອີກ. ເຄື່ອງທີ່ມອບໃຫ້ກັບ ຄອບຄົວທີ່ອາໄສໃນຊຸມຊົນແອອັດ ລວມມູນຄ່າ 25,000,000 ກີບ ເຊິ່ງປະກອບມີ: 

  • ເຂົ້າສານ ຈຳນວນ 1kg 210 ຖົງ
  • ນ້ຳປາ ຈຳນວນ 210 ຕຸກ
  • ສະອິວ ຈຳນວນ 210 ຕຸກ
  • ແປ້ງນົວ ຈຳນວນ 210 ຖົງ 
  • ເກືອຈຳນວນ 210 ຖົງ
  • ນ້ຳຕານ ຈຳນວນ 210 ຖົງ 
  • ຄະນໍ ຈຳນວນ 210 ຖົງ
  • ໄຂ່ໄກ່ ຈຳນວນ 1,260 ໜ່ວຍ  
  • ໝີ່ກຶ່ງສຳເລັດຮູບ ຈຳນວນ 1,050 ຫໍ່
  • ຜົງສັກຜ້າ ຈຳນວນ 210 ຫໍ່
  • ໜ້າກາກອານາໄມ ຈຳນວນ 210 ກັບ
  • ສະເປແອວກໍຮໍ ຈຳນວນ 210 ອັນ

ໃນກິດຈະກຳດັ່ງກ່າວ ທ່ານ ອາບຣາຮຳ ໄຊຍະວົງ ຍັງໄດ້ກ່າວຕໍ່ກັບບັນດານາຍບ້ານຂອງແຕ່ລະບ້ານວ່າ: “ຟູດແພນດ້າໄດ້ຢູ່ຄຽງຂ້າງ ແລະ ຊ່ວຍເຫຼືອສັງຄົມລາວມາຕະຫລອດໄລຍະ 2 ປີ ແລະ ພວກເຮົາຈະສຶບຕໍ່ໃນການຊ່ວຍເຫຼືອສັງຄົມລາວ ອີກຕໍ່ໄປ, ໂດຍສະເພາະຊ່ວງນີ້ ຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ແກ່ຍາວເວລາມາດົນ ອັນສົ່ງຜົນກະທົບຕໍ່ເສດຖະກິດ, ສັງຄົມ ແລະ ຊິວິດການເປັນຢູ່ປະຈໍາວັນຂອງພວກເຮົາ, ສະນັ້ນ ຈຶ່ງໄດ້ມີກຳຈະກຳນີ້ຂື້ນນມາ ໂດຍການແຈກຢາຍຖົງເຄື່ອງ ອຸປະໂພກ-ບໍລິໂພກ ຈຳນວນ 210 ຖົງ ແລະ ສີດຢາຂ້າເຊື້ອໃນພື້ນທີ່ບ້ານ, ເພື່ອເປັນກຳລັງໃຈໃຫ້ບັນດາ ຄອບຄົວທີ່ຢູ່ໃນຊຸມຊົນແອອັດນີ້ ເພື່ອໃຫ້ພວກເຮົາຂ້າມຜ່ານວິກິດນີ້ໄປພ້ອມໆກັນ.”

ນອກຈາກນີ້, ຟູດແພນດ້າ ໃນອີກ 17 ແຂວງກໍ່ໄດ້ ຮ່ວມສະຫລອງການຄົບຮອບ 2 ປີ ແລະ ເປີດບໍລິການທົ່ວປະເທດ ໂດຍການນຳພາຂອງ ຜູ້ຈັກການໃນແຕ່ລະແຂວງ ໄດ້ເຮັດກິດຈະກຳມອບເຄື່ອງ ອຸປະໂພກ-ບໍລິໂພກ ແລະ ອຸປະກອນໃຊ້ໃນການປ້ອງກັນພະຍາດໂຄວິດ ໃຫ້ກັບບັນດາຄະນະສະເພາະກິດປະຈຳແຂວງ ແລະ ຊຸມຊົນທີ່ຂາດແຂນໃນແຂວງຂອງຕົນ  ເຊິ່ງລວມມູນຄ່າທັງໝົດ 72,000,000 ກີບ.

ສະຫລຸບລວມແລ້ວ ພາຍໃນປີ 2021 ນີ້ ຟູດແພນດ້າ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມລາວ, ຄືນກຳໄລໃຫ້ລູກຄ້າ, ບັນດາຮ້ານຄ້າ, ຄູ່ຮ່ວມທຸລະກິດ ແລະ ໄຣເດີ້ທົ່ວປະເທດທັງໝົດ ລວມມູນຄ່າຫຼາຍກວ່າ 700,000,000 ກີບ!

#foodpandaLA

#foodpandadonates

#ຟູດແພນດ້າ

#ຟູດແພນດ້າບໍລິຈາກ
#ຟູດແພນດ້າຊ່ວຍເຫຼືອສັງຄົມ

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: