Friday, April 18, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 1 ມັງກອນ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ເດັກກ່ອນໄວຮຽນທີ່ໄດ້ຮັບທຶນຊວ່ຍເຫຼືອຈາກອົງການຢູນີເຊັບ

ເນື່ອງ​ໃນ​ໂອ​ກາດ​ວັນ​ຄົບ​ຮອບ​ສະ​ເຫຼີມ​ສະຫຼອງວັນ​ຢູ​ນີ​ເຊັບ​ຄົບ​ຮອບ 75 ປີ ນັກ​ຂ່າວ​ມີ​ເດຍ​ລາວ ​ພ້ອມ​ດ້ວຍ​ວິ​ຊາ​ການ​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ​ ແລະ ຊຸກ​ຍູ້​ນ້ອງໆນັກ​ຮຽນຢູ່ 3 ໂຮງ​ຮຽນ​ຄື: ໂຮງ​ຮຽນ​ບ້ານ​ເພຍ, ໂຮງ​ຮຽນ​ບ້ານ​ກົກ​ງີ້ວ ແລະ ໂຮງ​ຮຽນ​ກີ່ວ​ກະ​ຈຳ ເມືອງ​ໃໝ່ ແຂວງຜົ້ງ​ສາ​ລີ 

ຈຸດ​ປະ​ສົງ​ຂອງ​ການ​ລົງ​ເກັບ​ກຳ​ຂໍ້​ມູນ​ໃນ​ຄັ້ງ​ນີ້​ກໍ່​ເພື່ອ​​ເປັນ​ການ​ສະ​ເຫຼີມ​ສ​ະຫຼອງວັນ​ຄົບ​ຮອບ​ຂອງ​ອົງ​ການ​ຢູ​ນີ​ເຊັບ 75 ປີ ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ​ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ​ໄດ້​ຮັບ​ການ​ຊວ່ຍ​ເຫຼືອ​ຈາກ​ຢູ​ນີ​ເຊັບຫຼາຍ​ດ້ານ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເຂົ້າ​ໃນ​ການ​ຮຽນ-ການ​ສອນ​ຂອງ​ໂຮງ​ຮຽນ​ແຫ່ງ​ຕ່າງໆ…ອ່ານຕໍ່

ຜະລິດຕະພັນຈາກຄ້າຍຄຸມຂັງ-ດັດສ້າງແກ້ງຄັນ ໂດຍສີມືຂອງຜູ້ຖືກດັດສ້າງ

ທ່ານ ພັນໂທ ສີນະຄອນ ນາມມະລາດ ຫົວໜ້າຄ້າຍຄຸມຂັງ-ດັດສ້າງແກ້ງຄັນ ທີ່ເມືອງເຊໂປນ ໃນໂອກາດຈັດພິທີ ປະກາດອະໄພຍະໂທດ ປ່ອຍຕົວ ແລະຫຼຸດຜ່ອນໂທດ ແກ່ນັກໂທດປະຈຳປີ 2021

ຫຼັງຈາກໄດ້ຮັບການປ່ອຍໂຕ ກໍ່ໃຫ້ກາຍມາເປັນພົນລະເມືອງດີ,ກັບຄືນເມືອຢູ່ກັບຄອບຄົວຢ່າງອົບອຸ່ນແລະສ້າງສາພັດທະນາຄອບຄົວ ເອົາໃຈໃສ່ສ້າງຜົນງານ,ປະຕິບັດລະບຽບກົດໝາຍ, ເປັນແບບຢ່າງໃນການອອກແຮງງານ, ນອກຈາກນັ້ນຍັງໄດ້ມີການຝຶກອົບຮົມວິຊາຊີບຫຼາຍຢ່າງ ເຊິ່ງມີຜະຫຼິດຕະພັນຕ່າງໆ ແມ່ນເປັນທີ່ຍອມຮັບແລະເປັນທີ່ສົນໃຈຂອງສັງຄົມ…ອ່ານຕໍ່

ການພັດທະນາເສດຖະກິດ ຂອງແຂວງເຊກອງຂະຫຍາຍຕົວຢ່າງຕໍ່ເນື່ອງ

อาจเป็นรูปภาพของ 1 คน และ กำลังยืน

ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ໂດຍສະເພາະແມ່ນການປະຕິບັດ 6 ເປົ້າໝາຍ 8 ແຜນງານ 170 ໂຄງການ ໃນນີ້ໄດ້ຖືເອົາການພັດທະນາເສດຖະກິດເປັນໃຈກາງ, ປຸກລະດົມສົ່ງເສີມປະຊາຊົນ, ຫົວໜ່ວຍທຸລະກິດ, ຜູ້ປະກອບ ແລະ ທຸກພາກສ່ວນເສດຖະກິດລົງທຶນເຂົ້າໃນການຜະລິດເປັນສິນຄ້າ ແລະ ການບໍລິການດ້ານຕ່າງໆ

ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວເພີ່ມຂຶ້ນ 3,3% ລວມຍອດຜະລິດຕະພັນພາຍໃນ ຫຼື GDP ບັນລຸ 2.210 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 16,9 ລ້ານກີບ ຫຼື ເທົ່າກັບ 1.735 ໂດລາຕໍ່ຄົນຕໍ່ປີ…ອ່ານຕໍ່

ແຂວງບໍລິຄຳໄຊ ມີຄອບຄົວພົ້ນທຸກແລ້ວຫລາຍກ່ວາ 96%

อาจเป็นรูปภาพของ 2 คน และ ผู้คนกำลังยืน

ໃນ 1 ປີຜ່ານມາ ແຂວງບໍລິຄຳໄຊ ໄດ້ສຸມໃສ່ໃນການພັດທະນາພື້ນຖານໂຄງລ່າງ ລວມທັງໝົດ 35 ໂຄງການ ມູນຄ່າ 4.693 ຕື້ກວ່າກີບ ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ ຢູ່ເຂດຊົນນະບົດທຸກຍາກ ຫ່າງໄກສອກຫຼີກ

ຊຶ່ງກວມເອົາ 10 ຈຸດສຸມ, 60 ບ້ານ 7.972 ຄອບຄົວ, ແກ້ໄຂຄອບຄົວທຸກຍາກໄດ້ 903 ຄອບຄົວ, ລື່ນແຜນ 178 ຄອບຄົວ, ທົ່ວແຂວງມີຄອບຄົວພົ້ນທຸກ 55.414 ຄອບຄົວ, ກວມ 96,09%…ອ່ານຕໍ່

ໂຄງການພັດທະນາຊົນນະບົດ ແຂວງວຽງຈັນວາງມອບເຄື່ອງອຸປະກອນໄອທີໃຫ້ 11 ເມືອງ

ໃນໄລຍະຜ່ານມາແຂວງວຽງຈັນໄດ້ຮັບ ໂຄງການຊ່ວຍເຫຼືອລ້າຈາກປະເທດລຸກຊຳບວກ ມາຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດຮອບດ້ານຢູ່ແຂວງວຽງຈັນ ມີມູນຄ່າການລົງທຶນທັງໝົດ 8 ລ້ານໂດລາສະຫາລັດ

ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ 4 ເມືອງຂອງແຂວງວຽງຈັນຄື: ເມືອງຫີນເຫີບ, ເມືອງເຟືອງ, ເມືອງແມດ ແລະ ເມືອງກາສີ ໂດຍພິທີມອບ-ຮັບເຄື່ອງອຸປະໄອທີໃນຄັ້ງນີ້ກໍແມ່ນແຜນງານອັນໜຶ່ງທີ່ໄດ້ສ້າງຄວາມເຂັ້ມແຂງໃຫ້ບັນດາຫ້ອງການແຜນການ 11 ເມືອງ, ບັນດາບ້ານ ແລະ ໂຮງຮຽນ ຕາມເປົ້າໝາຍແຜນງານຂອງໂຄງການ…ອ່ານຕໍ່

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.