Thursday, July 10, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 1 ມັງກອນ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ່ວ່າ:

ໂຄງການທາງລົດໄຟ ລາວ-ຈີນ ເປັນໝາກຜົນທີ່ຈະສົ່ງເສີມຫຼາຍວຽກງານໃນ ສປປ ລາວ

ໂຄງການດັ່ງກ່າວມີມູນຄ່າການລົງທຶນທັງໝົດ ປະມານ 5.986 ລ້ານໂດລາ ຫຼື ປະມານ 37,4 ຕື້ຢວນ ໃນນີ້ 40% ຂອງມູນຄ່າການລົງທຶນທັງໝົດ ເປັນເງິນຕົ້ນທຶນ, ສ່ວນອີກ 60% ແມ່ນກູ້ຢືມ ຈາກທະນາຄານຂາເຂົ້າ-ຂາອອກ ສປ ຈີນ

ໂຄງການທາງລົດໄຟ ລາວ-ຈີນ ເປັນການລົງທຶນທີ່ຄຸ້ມຄ່າທີ່ສຸດ ໂດຍຈະນໍາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະເທດລາວ ໂດຍສະເພາະໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າ, ການທ່ອງທ່ຽວ, ການລົງທຶນ…ອ່ານຕໍ່

ລາວອະນຸຍາດໃຫ້ນັກທ່ອງທ່ຽວ 31 ປະເທດສາມາດເດີນທາງເຂົ້າມາລາວໄດ້ໃນໄລຍະທີ 1

ລັດຖະບານລາວໄດ້ເລີ່ມເປີດປະເທດເພື່ອຕ້ອນນບນັກທ່ອງທ່ຽວມາທ່ຽວຊົມແຫຼ່ງທ່ອງທ່ຽວເຂດສີຂຽວ ໃນໄລຍະທີ 1 ແລ້ວນັບແຕ່ວັນທີ 1 ມັງກອນ 2022

ເຊິ່ງປະກອບມີ: ສປ ຈີນ, ສສ ຫວຽດນາມ, ກໍາປູເຈຍ, ໄທ, ມາເລເຊຍ, ສິງກະໂປ, ສ ເກົາຫຼີ, ຍີ່ປຸ່ນ, ຝຣັ່ງ, ອັງກິດ, ເຢຍລະມັນ, ໂຮນລັງ, ສະເປນ, ອີຕາລີ, ອາເມລິກາ, ການາດາ, ອົດສະຕຣາລີ…ອ່ານຕໍ່

106 ບໍລິສັດທີ່ໄດ້ຮັບລາງວັນ ທຸລະກິດດີເດັ່ນປະຈໍາປີ 2021

ລາງວັນດັ່ງກ່າວມອບເມື່ອວັນທີ 29 ທັນວາ 2021 ທີ່ຜ່ານມາ ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ເຊິ່ງ 106 ບໍລິສັດທີ່ໄດ້ຮັບລາງວັນດັ່ງກ່າວແມ່ນມີເງື່ອນໄຂຕາມທີ່ ສຄອຊ ກໍານົດ ໂດຍສະເພາະແມ່ນໄດ້ມີການປະກອບສ່ວນພັນທະອາກອນ ຕາມລະບຽບກົດໝາຍເປັນປົກກະຕິ, ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກໍຕາມ ແຕ່ຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ…ອ່ານຕໍ່

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.