ຢ່າລືມກວດເບິ່ງ! ສະພາບລົດກ່ອນອອກເດີນທາງໄກ ໃນຊ່ວງປີໃຫມ່ລາວ

ຊ່ວງປີໃຫມ່ລາວ ກໍເປັນມື້ພັກຍາວຂອງໃຜຫຼາຍໆຄົນ ເຊິ່ງຈຳນວນຫຼາຍກໍພາກັນເດີນທາງ ບໍ່ວ່າຈະເປັນການໄປທ່ຽວກັບຄອບຄົວ, ກັບບ້ານຢູ່ຕ່າງແຂວງ ແລະ ການຂີ່ລົດໄປສົງພະ ສິ່ງທິ່ເຮົາຄວນຈະກຽມເປັນອັນດັບທຳອິດແມ່ນ ການກວດສະພາບລົດກ່ອນທີ່ຈະອອກເດີນທາງ ເພື່ອປ້ອງກັນການເກີດເຫດສຸກເສີນ ເຮົາມາເບິ່ງກັນເລີຍວ່າຄວນກວດເບິ່ງຫຍັງແນ່.

ເບິ່ງສັນຍານໄຟ

ສັນຍານໄຟຖືວ່າມີຄວາມຈຳເປັນຫຼາຍສຳລັບການອອກເດີນທາງໄກ ແລະ ການຈາລະຈອນ, ໄຟໜ້າ ກໍໃຫ້ແສງສະຫວ່າງໃນຕອນກາງຄືນ ແລະ ກໍມີໄຟສັນຍານບອກເຫດຕ່າງໆ  ຄວນເບິ່ງວ່າໄຟໂຕໃນແນ່ທິ່ໃຊ້ການບໍ່ໄດ້ ກໍຄວນປ່ຽນເພາະມັນຈຳເປັນໃນການໃຊ້ງານ

ລະບົບເບກ

ທັງເບກໜ້າ, ເບກຫຼັງ ແລະ ລະດັບນໍ້າມັນເບກ ຄວນຢູ່ໃນລະດັບທີ່ກຳນົດ ເບິ່ງໃຫ້ດີກ່ອນອອກເດີນທາງທຸກຄັ້ງ ເພາະຖ້າເບກບໍ່ຢູ່ຈະເປັນບັນຫາກັບເຮົາ ແລະ ຜູ້ໃຊ້ຖະໜົນຫົນທາງ ເພື່ອຄວາມປອດໄພເບກຈຶ່ງເປັນສິ່ງສຳຄັນ

ເບິ່ງໂສ້ລົດ

ກວດເຊິ່ງວ່າມັນຕຶງ ຫຼື ຍານຢູ່ໃນລະດັບປົກກະຕິຫຼືບໍ່ ແລະ ກໍ່ໃສ່ນໍ້າມັນເຄື່ອງ ກໍເປັນສິ່ງທີ່ເຮົາຄວນເຮັດອັນດັບທຳອິດ

ເບິ່ງນ໋ອດທຸກໂຕ

ເບິ່ງນ໋ອດທຸກໂຕທີ່ຢູ່ໃນລົດ ເຊັກເບິ່ງວ່າແໜ້ນດີແລ້ວບໍ່ ເພາະຖ້ານ໋ອດຫຼຸດອອກໄປແລ້ວ ອາດຈະເກີດອຸບັດເຫດໄດ້ຄືກັນ

ເຕີມນໍ້າມັນເຕັມຖັງ

ຖ້າບໍ່ມີນໍ້າມັນ ລົດກະຊິແລ່ນບໍ່ໄດ້ ເຮົາຄວນເຕີມນໍ້າມັນໄວ້ຫຼາຍໆເພື່ອເດີນທາງໄລຍະໄກ

ເບິ່ງຄວາມພ້ອມຂອງຜູ້ຂັບຂີ່

ອັນດັບສຸດທ້າຍ ຖ້າລົດພ້ອມແລ້ວ ເຮົາຄວນມາເບິ່ງຄວາມພ້ອມຂອງເຮົາກໍຄື ສຸຂະພາບຮ່າງກາຍ ແລະ ສະພາບຈິດໃຈ ກໍເປັນສິ່ງສຳຄັນ

ການກວດເບິ່ງສະພາບຂອງລົດ ແລະ ສະພາບຂອງຜູ້ຂັບຂີ່ ເປັນສິ່ງສຳຄັນກ່ອນທີ່ຮົາຄວນເບິ່ງກ່ອນຈະອອກເດີນທາງໄກ ເພື່ອຄວາມປອດໄພຂອງເຮົາ ແລະ ຜູ້ໃຊ້ລົດໃຊ້ຖະໜົນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...