Lao E-Sports ກຽມພ້ອມສູ້ ໃນງານມະຫະກຳກິລາຊິເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ

ການແຂ່ງຂັນເກມ ຖືວ່າເປັນອີກໜຶ່ງກິລາ ທີ່ ສປປ ລາວ ເຮົາສົ່ງຕົວແທນເຂົ້າຮ່ວມໃນງານມະຫະກຳກິລາຊິເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເຊິ່ງມີນັກກິລາລົງແຂ່ງທັງໝົດ 68 ຄົນ ເຊິ່ງຈະແບ່ງອອກໄປແຂ່ງຂັນແຕ່ລະລານການເກມ ຄື:

  1. ARENA OF VALOR (AOV)
  2. LEAGUE OF LEGENDS WILD RIFT  MEN & WOMEN (LOL WILD RIFT)
  3. MOBILE LEGEND BANG BANG (MLBB)
  4. LEAGUE OF LEGENDS PC (LOL PC)
  5. PLAYER UNKNOWN BATTLEGROUND MOBILE (PUBGM)
  6. FREEFIRE (FF)
  7. CROSSFIRE (CF)
อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม

ສຳລັບເວລາ ແລະ ວັນທີ ໃນການແຂ່ງຂັນຂອງແຕ່ລະເກມນັ້ນໄດ້ມີການປະກາດອອກມາແລ້ວ ເຊີ່ງຈະມິການແຂ່ງຂັນຕັ້ງແຕ່ວັນທີ 13 – 22 ພຶດສະພາ 2022 ກຽມເຊຍນັກກິລາທີມຊາດລາວ ເພື່ອຊິງເອົາຫຼຽນມາໃຫ້ໄດ້ໃນແຕ່ລະເກມການແຂ່ງຂັນໄດ້ເລີຍ

ຕາຕາລາງເວລາ ຂອງການແຂ່ງຂັນຢ່າງເປັນທາງການຂອງພາກສ່ວນອີສະປອດ ໃນງານມະຫະກຳກິລາຊີເກມຄັ້ງທີ 31 ທີ່ ຮາໂນ່ຍ ສສ ຫວຽດນາມ ເຊິ່ງປະກອບມີ:

อาจเป็นรูปภาพของ ข้อความพูดว่า "SF AGAMES HANOI 2021 TIMELINE TABLE 31ST SEA GAMES ESPORTS EVENTS SCHEDULE MAY FINAL STAGE DAY PUBG TEAM FINAL STAGE DAY FIFA ONLINE4 18TH MAY ELIMINATION ROUND MAY MAY GROUP STAGE MOBILE EGENDS FINAL STAGE LEGENDS TEAM 18TH-19TH GROUP STAGE 20TH MAY STAGE 13RD-14TH MAY GROUP STAGE LEAGUEO LEGENDS STAGE LEGENDS GROUP STAGE 21S SEMI FINAL STAGE MAY GROUP STAGE AOV 18TH MAY FINAL STAGE PUBG SINGLE MOBILE 20TH 20TMAY GROUP STAGE 21ST MAY G.STAGE SEMI 22ND MAY FINAL STAGE 16TH-17TH MAY FINALST CROSSFIRE 21ST MAY GROUP STAGE 22ND MAY FINAL STAGE ဆ ZARADISE TPLUS ក HOBBY nitel"
  1. FREEFIRE ເລີ່ມແຂ່ງວັນທີ 13 – 15 ພຶດສະພາ 2022
  2. FIFA ONLINE 4 ເລີ່ມແຂ່ງວັນທີ 14 – 15 ພຶດສະພາ 2022
  3. LOL WILD RIFT ຊາຍ ເລີ່ມແຂ່ງວັນທີ 13 – 15 ພຶດສະພາ 2022
  4. LOL WILD RIFT ຍິງ ເລີ່ມແຂ່ງວັນທີ 17 – 18 ພຶດສະພາ 2022
  5. PUBG MOBILE ປະເພດດ່ຽວ ເລີ່ມແຂ່ງວັນທີ 16 – 17 ພຶດສະພາ 2022
  6. PUBG MOBILE ປະເພດທີມ ເລີ່ມແຂ່ງວັນທີ 18, 20 – 22 ພຶດສະພາ 2022
  7. MOBILE LEGEND BANG BANG ເລີ່ມແຂ່ງວັນທີ 19 – 20 ພຶດສະພາ 2022
  8. LOL PC ເລີ່ມແຂ່ງວັນທີ 20 – 22 ພຶດສະພາ 2022
  9. AOV ເລີ່ມແຂ່ງວັນທີ 20 – 22 ພຶດສະພາ 2022
  10. Crossfire ເລີ່ມແຂ່ງວັນທີ 21 – 22 ພຶດສະພາ 2022

ທັງໝົດມີ 7 ລາຍການເກມການແຂ່ງຂັນ ທີ່ເຮົາຈະໄດ້ມາລຸ້ນເອົາໄຊຊະນະມາໃຫ້ໄດ້ຫຼຽນ ແລະ ກຽມພ້ອມກັນເຊຍໃຫ້ກຳລັງໃຈ ຕົວແທນທີມຊາດທີ່ຈະແຂ່ງຂັນໃນແຕ່ລະເກມ ກັບການແຂ່ງຂັນທີ່ກຳລັງຈະເລີ່ມແຂ່ງໄວໆນີ້.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.