ຫຼວງພະບາງ ອະນຸຍາດ! ໃຫ້ຈັດງານ ບຸນອອກພັນສາ ພ້ອມກິດຈະກຳທີ່ຫຼາກຫຼາຍ.

ກຽມກັບມາອີກຄັ້ງກັບບັນຍາກາດທີ່ຄຶກຄື້ນ ໃນການຈັດງານບຸນອອກພັນສາປະວຳລະນາ ທີ່ ຫຼວງພະບາງ ຫຼັງຈາກທີ່ໂຈະການເຮັດກິດຈະກຳດັ່ງກ່າວມາໄດ້ 2 ປີ ຈາກການລະບາດຂອງ ພະຍາດ ໂຄວິດ-19.

ຫຼ້າສຸດ ຫ້ອງວ່າການແຂວງ ຫຼວງພະບາງ ໄດ້ອອກໜັງສືແຈ້ງການ ເຫັນດີ ໃຫ້ຈັດງານບຸນປະເພນີ ອອກພັນສາປະວໍລະນາ ແລະ ກິດຈະກຳປະກອບໃນງານບຸນດັ່ງກ່າວ ຕາມຮີດຄອງປະເພນີອັນດີງາມ ຂອງຊາວຫຼວງພະບາງ ປະຈຳປີ ພສ 2565 ຄສ 2022 ຕາມແຈ້ງການສະບັບເລກທີ່ 865/ຫວຂ.ຫຼບ ລົງວັນທີ 8 ກັນຍາ 2022 ເຊິ່ງລາຍລະອຽດມີດັ່ງນີ້.

  1. ເຫັນດີ ໃຫ້ມີການຈັດງານບຸນປະເພນີ ອອກພັນສາປະວໍລະນາ ແລະ ກິດຈະກໍາປະກອບໃນງານບຸນດັ່ງກ່າວ ຕາມຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ ທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ;
  2. ໃຫ້ນະຄອນ ຫຼວງພະບາງ, ບັນດາເມືອງ ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດ ຕໍ່ກັບການຈັດງານບຸນປະເພນີ ດັ່ງກ່າວ ເປັນຕົ້ນແມ່ນ: ການຈັດງານບຸນໄຫຼເຮືອໄຟ, ລອຍປະທີບ (ກະໂທງ) ຢູ່ນະຄອນ-ຫຼວງພະບາງ, ງານ ບຸນຊ່ວງເຮືອຢູ່ ເມືອງ ຈອມເພັດ,ມືອງຊຽງເງິນ, ເມືອງນານ ແລະ ເມືອງອື່ນໆ (ຖ້າມີ) ຕ້ອງໃຫ້ມີບັນຍາກາດ ເບີກບານມ່ວນຊື່ນ, ຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ເປັນມູນເຊື້ອ, ເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ ໂດຍສະເພາະ ໃຫ້ເອົາໃຈໃສ່ຢ່າງມີຄວາມຮັບຜິດຊອບສູງ ຕໍ່ການຈັດງານບຸນໄຫຼເຮືອໄຟ, ລອຍປະທີບ (ກະໂທງ) ທີ່ນະຄອນ-ຫຼວງພະບາງ ເຊິ່ງແມ່ນຫນຶ່ງໃນກິດຈະກໍາທີ່ໂດດເດັ່ນ, ມີຊື່ສຽງ, ທັງໄດ້ຮັບຄວາມນິຍົມຊົມ ຊອບຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມ; ປຸກລະດົມການມີສ່ວນຮ່ວມຈາກ ບ້ານ, ສະຖາບັນການສຶກສາ, ຫົວຫນ່ວຍທຸລະກິດ, ພະແນກການ-ອົງ ການຈັດຕັ້ງ, ຊາວຫນຸ່ມ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມງານດັ່ງກ່າວ ໃຫ້ເປັນຂະບວນຟົດຟື້ນ, ມີ ບັນຍາກາດ ແລະ ມີຜົນສໍາເລັດເປັນຢ່າງດີ;
  3. ການສະເຫຼີມສະຫຼອງງານບຸນປະເພນີ ອອກພັນສາປະວໍລະນາ ຢູ່ ນະຄອນ-ຫຼວງພະບາງ, ບັນດາເມືອງ ຕ້ອງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ ແລະ ຄວາມປອດໄພ ຢ່າງເຂັ້ມງວດ;
  4. ໃຫ້ ນະຄອນ-ຫຼວງພະບາງ, ບັນດາເມືອງ ເອົາໃຈໃສ່ໂຄສະນາເຜີຍແຜ່ຜ່ານສື່ຕ່າງໆ ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດຮັບຮູ້ ເພື່ອດຶງດູດການທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າຊາວຫຼວງພະບາງ;
  5. ໃຫ້ເອົາໃຈໃສ່ຕໍ່ວຽກງານການປ້ອງກັນ, ສະກັດກັ້ນການແຜ່ລະບາດ ຂອງພະຍາດ ໂຄວິດ -19 ຢ່າງເຂັ້ມງວດ.
    ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການນີ້ດ້ວຍ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...