ໃນຂະບວນການແຂ່ງຂັນຮັກຊາດ ປະທານປະເທດ ໄດ້ເນັ້ນ 6 ບັນຫາສຳຄັນ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍໄດ້ເນັ້ນ 6 ບັນຫາສຳຄັນ ເພື່ອຊຸກຍູ້ໃຫ້ຂະບວນການແຂ່ງຂັນຈົນເຖິງປີ 2025.

ທ່ານ ທອງລຸນ ຍັງໄດ້ໃຫ້ຮູ້ອີກວ່າ ການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແມ່ນການສ້າງ ແລະ ຍົກລະດັບ ແນວຄິດ-ວັດທະນະທໍາຂອງຄົນລາວ ແລະ ຂອງສັງຄົມລາວ ແນໃສ່ສ້າງຄົນໃໝ່ ກ້າວໄປຕາມເສັ້ນທາງສັງຄົມນິຍົມ ທີ່ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ມີລະບຽບວິໄນ, ປະດິດສ້າງ, ສ້າງໄດ້ຜະລິດຕະພັນໃໝ່, ສ້າງໄດ້ຂະບວນການໃໝ່ ທີ່ກ້າວໜ້າ, ບຸກທະລຸໄປສູ່ແບບແຜນ ທີ່ຕິດພັນກັບຄຳຂວັນ: “ຕົນເພື່ອສັງຄົມ ແລະ ສັງຄົມເພື່ອຕົນ” ຫຼື ທີ່ພວກເຮົາເຄີຍເວົ້າກັນຜ່ານມາວ່າຖ້າເຮົາຢືດໝັ້ນຈິດໃຈ: “ແຕ່ລະຄົນ ເພື່ອທຸກຄົນ, ທຸກຄົນ ເພື່ອແຕ່ລະຄົນ”.

ນອກນັ້ນ, ທ່ານປະທານປະເທດ ກໍໄດ້ຝາກບາງຄຳເຫັນ ຕໍ່ບັນດາທ່ານ ແລະ ປະຊາຊົນລາວໃນທົ່ວປະເທດ 6 ບັນຫາສຳຄັນ ຄື:

  1. ຂໍໃຫ້ສືບຕໍ່ ປຸກລະດົມທົ່ວປວງຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆໃນທົ່ວປະເທດ ພ້ອມກັນຕັ້ງໜ້າເຂົ້າຮ່ວມໃນຂະບວນການແຂ່ງຂັນ «ຮັກຊາດ ແລະ ພັດທະນາ» ຕາມຄາດໝາຍ ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກຕ້ອງຕາມກົດໝາຍ.
  2. ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຕ້ອງສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.
  3. ການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕ້ອງເຮັດໃຫ້ແຕ່ລະຄົນ, ແຕ່ລະຄອບຄົວ ແລະ ສັງຄົມ ມີຄວາມພາກພູມໃຈໃນຄວາມເປັນລາວ-ເປັນຄົນລາວ, ມີສະຕິຊາດ ເອກະພາບ, ເອກະລາດ, ເປັນເຈົ້າຕົນເອງ ໃຫ້ໄດ້ຮັບການເຊີດຊູ ຂຶ້ນສູ່ລະດັບສູງ, ຜະລິດ ແລະ ຊົມໃຊ້ ຜະລິດຕະພັນພາຍໃນຂອງພວກເຮົາໃຫ້ຫຼາຍ, ແກ້ໄຂຄວາມຫຍໍ້ທໍ້ດ້ານເສດຖະກິດ, ຕີຖອຍ ແລະ ກໍາຈັດປັດເປົ່າສິ່ງຫຍໍ້ທໍ້ຕ່າງໆ.
  4. ຕ້ອງສ້າງຕົວແບບດີເດັ່ນ, ນໍາໜ້າ ຈາກນ້ອຍຫາໃຫຍ່, ຈາກແຕ່ລະດ້ານດຽວກ້າວສູ່ຫຼາຍດ້ານ ແລະ ຂະຫຍາຍອອກໃຫ້ກວ້າງຂວາງ, ມີຄຸນນະພາບ, ຍືນຍົງ ແລະ ຂະຫຍາຍຕົວ.
  5. ໃຫ້ຖືເອົາການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາວຽກດີ, ຄົນເດັ່ນ ທັງຈັດຕັ້ງຍ້ອງຍໍ ໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອສົ່ງເສີມຂະບວນການ ໃຫ້ຂະຫຍາຍຕົວ ນັບມື້ກວ້າງ ຂວາງ ແລະ ແຂງແຮງ.
  6. ບັນດາອົງການຈັດຕັ້ງໃນທົ່ວລະບົບການເມືອງ ຕ້ອງໄດ້ສືບຕໍ່ເພີ່ມທະວີ ການນໍາພາຊີ້ນໍາ, ບັນຊາ ແລະ ຕິດຕາມ, ກວດກາ ການຜັນຂະຫຍາຍຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...