ຮອງປະທານປະເທດ ລົງເຮັດວຽກ ແລະ ຢ້ຽມຢາມ ພະນັກງານຫລັກແຫລ່ງ ແຂວງຊຽງຂວາງ

ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ລົງຮັບຟັງລາຍງານການປະຕິບັດວຽກງານ ການຈັດຕັ້ງປະຕິບັດ, ຜັນຂະຫຍາຍແນວທາງຂອງພັກ-ລັດ ແລະ ຢ້ຽມຢາມ ກວດກາການກໍ່ສ້າງພະເຈົ້າອົງຫລວງ ທີ່ວັດໄຫຫີນມີໄຊຍະຣາມ.

ໃນການລົງຢ້ຽມຢາມຄັ້ງນີ້ ທ່ານ ຮອງປະທານປະເທດໄດ້ຮັບຟັງກ່ຽວກັບ ຄວາມກຽມພ້ອມເປັນເຈົ້າພາບທີ່ດີ ໃນການຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 11 (ຊຽງຂວາງເກມ), ການແກ້ໄຂຄວາມທຸກຍາກ, ການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ, ລວມທັງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.

ຈາກນັ້ນ, ທ່ານ ຮອງປະທານປະເທດ ຍັງໄດ້ໄປຢ້ຽມຢາມ ກວດກາການກໍ່ສ້າງພະເຈົ້າອົງຫລວງ ທີ່ວັດໄຫຫີນມີໄຊຍະຣາມ, ສະໜາມກິລາເປີດ-ປິດ, ສະໜາມກິລາບານສົ່ງ, ໂຮງງານເຈຍຫີນອ່ອນຂອງບໍລິສັດ ແຈງຫົງກໍ່ສ້າງຂົວທາງ ຈຳກັດ ທີ່ບ້ານນາຫອຍ ເມືອງແປກນຳອີກ.

ທີ່ມາ: ຫ້ອງວ່າການສູນກາງພັກ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...