Wednesday, March 19, 2025

ປະຊາຊົນພາກັນເອົາເງິນຄືນ! ເນື່ອງຈາກກະຊວງແຮງງານ ໂຈະການສົ່ງແຮງງານໄປເຮັດວຽກຕາມລະດູການຢູ່ ສ.ເກົາຫຼີ

ບໍລິສັດ ສະຫວັນ ບໍລິການຈັດຫາງານ ຈຳກັດ ໄດ້ສົ່ງເງິນຄືນໃຫ້ກັບຜູ້ທີ່ໄດ້ລົງທະບຽນມັດຈຳໄວ້ ເພື່ອທີ່ຈະໄປເຮັດວຽກຕາມລະດູການຂະແໜງກະສິກຳ ຢູ່ ສ.ເກົາຫຼີ ໃນວັນທີ 22-30 ກັນຍາ 2022 ຍ້ອນສາເຫດທີ່ບັນຫາການໂຕນໜີ ຂອງແຮງງານ ຢູ່ ສ.ເກົາຫລີ ຈຶ່ງໄດ້ໂຈະການຈັດສົ່ງແຮງງານໄປເຮັດວຽກລະດູການ, ພ້ອມນີ້ກໍເນື່ອງຈາກໝົດລະດູການທຳການຜະລິດກະສິກຳ ເລີຍໄດ້ເລື່ອນການຈັດສົ່ງແຮງງານໄປເຮັດວຽກຕາມລະດູການອອກໄປ ເຮັດໃຫ້ຫຼາຍຄົນທີ່ບໍ່ໄດ້ໄປເຮັດວຽກ ມາເອົາເງຶນມັດຈຳຄືນ.

ຍ້ອນສາເຫດນັ້ນ ເຮັດໃຫ້ມີຜູ້ສະໝັກຈຳນວນໜຶ່ງໄດ້ມາຮຽກຮ້ອງຕໍ່ວ່າບໍລິສັດສະຫວັນບໍລິການ ຈັດຫາງານ ເນື່ອງຈາກວ່າ ລົງທະບຽນແລ້ວ ບໍ່ມີລາຍຊື່ອອກໄປເຮັດວຽກ ແລະ ຢາກມາຂໍຖອນເງີນຄືນ, ອັນໄດ້ສ້າງຄວາມສັບສົນໃຫ້ກັບຫຼາຍໆຄົນທີ່ລົງທະບຽນໄປກ່ອນໜ້ານັ້ນ ແລະ ຕໍ່ກັບປະເດັນດັ່ງກ່າວ, ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ອະທິບາຍເພີ່ມເຕີມກ່ຽວກັບ ເງື່ອນໄຂຂອງການລົງທະບຽນສະໝັກໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ ລວມທັງລະບຽບໃນການຈັດສົ່ງ, ພ້ອມທັງ ຊີ້ແຈງບາງເງື່ອນໄຂຄວາມຕ້ອງການທີ່ຕະຫຼາດແຮງງານຂອງ ສ.ເກົາຫຼີ ຮັບແຮງງານຈາກ ສປປ ລາວ.

ດັ່ງນັ້ນ ຜູ້ທີ່ລົງທະບຽນກ່ອນແລ້ວ ຫາກມີຄວາມຕ້ອງການເງິນຄືນ ແມ່ນໃຫ້ມາລົງທະບຽນກັບໜ່ວຍງານທີ່ກ່ຽວຂ້ອງ ແລະ ພາຍຫຼັງສັງລວມໄດ້ແລ້ວ ແມ່ນຈະແຈ້ງໃຫ້ຜູ້ລົງທະບຽນມາຮັບເງິນຄືນ.

ປະຈຸບັນມີຜູ້ມາຖອນເງິນລວມທັງຫມົດ 260 ຄົນ ຮອດວັນທີ 28 ກັນຍາ 2022 ຖອນໄປແລ້ວ 260 ຄົນ ແລະ ຍັງຈຳນວນ 60 ຄົນ ແມ່ນບໍ່ຕ້ອງການຖອນຈະລໍຖ້າການຈັດສົ່ງໄປເຮັດວຽກໃນລະດູການໜ້າ.

ສຳລັບທ່ານໃດທີ່ຕ້ອງການທີ່ຈະໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ ກໍສາມາດມາລົງທະບຽນຄືນໃຫມ່ ກັບກົມການຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິສັດຈັດຫາງານ ທີ່ທາງກະຊວງກຳນົດເທົ່ານັ້ນໃນໂມງລັດຖະການ.

ທີ່ມາ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.