Tuesday, April 22, 2025

ລິ່ນດ້າ ຄຳພູແສງ ນາງແບບທີ່ຫຼາກຫຼາຍຄວາມສາມາດ.

ນາງ ລິ່ນດ້າ ຄຳພູແສງ ໄວ 21 ປີ ຖືວ່າເປັນນາງແບບ, ນັກສະແດງ ອີກຄົນໜຶ່ງທີ່ມີຄວາມສາມາດທີ່ຫຼາກຫຼາຍ ແລະ ຍັງເຮັດວຽກເປັນຄູສອນ ຄວບຄູ່ໄປນຳອີກ, ປັດຈຸບັນ ລິ່ນດ້າ ສັງກັດຢູ່ຄ້າຍຕົ້ນຄຳ ໂມເດວລິ້ງ ໂດຍໄດ້ເລີ່ມເຂົ້າສູ່ວົງການບັນເທີງຊ່ວງອາຍຸ 18 ປີ ແລະ ຜົນງານທຳອິດ ເປັນການໂຄສະນາ ແອັກເນ້.

ລິ່ນດ້າ ໃຫ້ສຳພາດວ່າ: ວົງການບັນເທີງ ເປັນອີກວຽກງານໜຶ່ງທີ່ໜ້າສົນໃຈ, ມີຄວາມທ້າທາຍ ແລະ ສ້າງ passion ໃຫ້ເຮົາມີແຮງ ໃນການສ້າງຜົນງານອອກມາຢ່າງເຕັມທີ່, ສ່ວນຕົວແລ້ວຄິດວ່າການເປັນຄູ ກັບການເປັນດາຣາ ມີຄວາມຍາກງ່າຍທີ່ແຕກຕ່າງກັນເຊັ່ນ: ໃນສ່ວນຂອງວຽກໃນວົງການ ຈະເປັນການສ້າງໃຫ້ຕົນມີເປັນຄົນກ້າສະແດງອອກ ແລະ ດຶງສັກກະຍາພາບທີ່ມີ ມາສົບທົບໃນການເປັນນັກສະແດງ ເພື່ອໃຫ້ຜົນງານແຕ່ລະອັນ ອອກມາດີ ແລະ ສົມບູນແບບທີ່ສຸດ.

ສ່ວນອາຊີບຄູ ຄືເຮົາຕ້ອງຄຸກຄີກັບການສຶກສາ ຄວາມຮູ້ຕ້ອງມີຮອບດ້ານ ລວມເຖິງການດູແລເອົາໃຈໃສ່, ຄວາມປອດໄພຂອງເດັກ ຕ້ອງຮັບມືໃຫ້ໄດ້ທຸກສະຖານະການ ເພາະເຮົາເຮັດໜ້າທີ່ເປັນແມ່ພິມຂອງຊາດ ທຸກບາດກ້າວການສະແດງອອກ ຈຶ່ງຕ້ອງສະແດງເຖິງການມີຄວາມຮັບຜິດຊອບສູງ.

ຜົນງານທີ່ຜ່ານມາ ຈະເປັນການສະແດງຊີຣີ, ຖ່າຍແບບປະຕິທິນຕ່າງໆ ເຊິ່ງປັດຈຸບັນຈະເນັ້ນໄປທີ່ການຖ່າຍແບບໂຄສະນາ ແລະ ຣີວິວເປັນສ່ວນໃຫຍ່, ອະນາຄົດຖ້າເປັນໄປໄດ້ ຢາກເຮັດທັງສອງອາຊີບນີ້ຄຽງຄູ່ກັນໄປ.

ລິ່ນດ້າ ຍັງເວົ້າອີກວ່າການແບ່ງເວລາ ເປັນສິ່ງທີີ່ຍາກພໍສົມຄວນ ແຕ່ປັດຈຸບັນ ແມ່ນກຳລັງຈັດສັນເວລາໃຫ້ແທດເໝາະ ກັບໜ້າທີ່ວຽກງານທັງສອງສາຍ ທີ່ໄດ້ຮັບມອບໝາຍ ໃຫ້ລົງຕົວທີ່ສຸດເທົ່າທີ່ຈະເຮັດໄດ້.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.