Microsoft ຈະນໍາ AI ເຂົ້າມາເຮັດວຽກຮ່ວມກັບລະບົບປະຕິບັດການ Windows ຫຼາຍຂຶ້ນ.

ເທັກໂນໂລຢີ AI ຈະເປັນໂຕຢືນຢັນການພັດທະນາຂອງໂລກໃນອະນາຄົດເລີຍກໍວ່າໄດ້ ເມື່ອມີຂໍ້ມູນອອກມາວ່າ ຈະມີການນໍາໃຊ້ AI ເຂົ້າຊ່ວຍໃນລະບົບປະຕິບັດການ Windows ທີ່ເຮົາໃຊ້ຢູ່ທຸກມື້ນີ້.

ໃນງານ CES 2023 ທີ່ຜ່ານມາ Panos Panay ຮອງປະທານບໍລິຫານ ຂອງ Microsoft ໄດ້ຖືກເຊີນຂຶ້ນເວທີເປີດໂຕຜະລິດຕະພັນໃໝ່ຂອງ AMD ແລະ ຖືກຖາມຄຳຖາມກ່ຽວກັບທິດທາງການພັດທະນາຂອງ Microsoft ໃນອະນາຄົດ ເຊິ່ງລາວກໍໄດ້ເວົ້າເຖິງແນວທາງໃນການນໍາເອົາ AI ມາພັດທະນາແລະປະຍຸກໃຊ້ກັບງານທຸກດ້ານຂອງ Microsoft ລວມໄປເຖິງ Windows 12 ທີ່ຈະຫັນໄປຂັບເຄື່ອນດ້ວຍພະລັງຂອງ AI ຫຼາຍຂຶ້ນ.

ເຮົາອາດຈະເຫັນຍຸກທີ່ການປະມວນຜົນຂໍ້ມູນຕ່າງໆ ບໍ່ຈຳເປັນຕ້ອງໃຊ້ຮາດແວແຕ່ຢ່າງດຽວ ດ້ວຍການທີ່ເອົາພະລັງຂອງ AI ທີ່ສົ່ງຕົງມາຈາກ Cloud ຈະສາມາດມາເຮັດວຽກຮ່ວມກັບລະດັບ OS ເຂົ້າມາຊ່ວຍເສີມທາງໃຫ້ກັນ ເຮັດໃຫ້ມີການປະມວນຜົນໄວຂຶ້ນກວ່າທີ່ຜ່ານໆມາ.

ເຖິງຢ່າງໃດກໍຕາມ ຈາກຂໍ້ມູນຂອງ Microsoft ໄດ້ໃຫ້ຮູ້ອີກວ່າ Microsoft ກຳລັງພັດທະນາ AI ແລະ ຂໍຮ່ວມລົງທຶນກັບ OpenAI ເຊິ່ງນັ້ນສະແດງໃຫ້ເຫັນວ່າ ແນວທາງການໃຊ້ AI ເຂົ້າຮ່ວມໃນການເຮັດວຽກຂອງ Microsoft ອາດຈະມາເຖິງໃນໄວໆນີ້.

ຂໍ້ມູນຈາກ: AMD

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...