ຂໍຂອບໃຈນຳຜູ້ສະໜັບສະໜູນ

ບໍ່ຕ້ອງຍຸ້ງຢາກອີກຕໍ່ໄປ ຖ້າເຮົາຮູ້ຈັກກັບເວັບໄຊນີ້ ພຽງແຕ່ເວັບໄຊດຽວກໍສາມາດເຮັດໄດ້ທຸກຢ່າງທີ່ສຳຄັນຄືໃຊ້ງານຟຣີ ບໍ່ຕ້ອງດາວໂຫຼດແອັບຕ່າງໆລົງເລີຍ ແລະ ຖືວ່າເປັນເຄື່ອງມືທີ່ຄວນ bookmark ໃນບາວເຊີເຮົາໄວ້ ໂດຍສະເພາະຜູ້ທີ່ເຮັດວຽກກັບການອອກແບບ ຫຼື ຈັດໄຟລ໌ເອກະສານຕ່າງໆ.

tinywow.com ເປັນເວັບໄຊລວມເຄື່ອງມືທຸກຢ່າງທີ່ຊ່ວຍແກ້ບັນຫາໄຟລ໌ທຸກຮູບແບບ ທັງໄຟລ໌ຮູບພາບ, ໄຟລ໌ວີດີໂອ ແລະ ໄຟລ໌ເອກະສານຕ່າງໆ ເຊິ່ງສາມາດໃຊ້ເຄື່ອງມືໂຕນີ້ແກ້ໄຂໄຟລ໌ ໄດ້ຢ່າງເຕັມທີ່ ເຊັ່ນ:

  • PDF ເວັບໄຊນີ້ສາມາດ ແກ້ໄຂ ແຍກ, ລວມ, ບີບອັດ, ໝຸນເອກະສານ, ເພີ່ມລາຍເຊັນ, ໃສ່ລະຫັດ, ລົບລະຫັດ, ແປງໄຟລ໌ PDF ເປັນໄຟລ໌ອື່ນໆໄດ້ອີກຫຼາກຫຼາຍ.
  • ຮູບພາບ ເວັບໄຊສາມາດ ເພີ່ມຂໍ້ຄວາມລົງໃນຮູບພາບ, ແປງໄຟລ໌ຮູບພາບ, ແຍກຮູບພາບອອກຈາກ PDF, ສ້າງ MEME.
  • ວີດີໂອ ເວັບໄຊນີ້ສາມາດ ຕັດຕໍ່ວີດີໂອ, ບີບອັດວີດີໂອ, ແປງໄຟລ໌ວີດີໂອ, ປັບຂະໜາດວີດີໂອ ລວມໄປເຖິງດາວໂຫຼດວີດີໂອໃນໂຊຊ້ຽວມີເດຍຕ່າງໆອີກດ້ວຍ

ເວົ້າໄດ້ເລີຍວ່າເວັບໄຊດຽວ ມີເຄື່ອງມືຫຼາຍຄວບຄຸມທຸກໄຟລ໌ເອກະສານ ທັງໄຟລ໌ຮູພາບ, ເອກະສານ ແລະ ວີດີໂອ, ນອກນັ້ັນ ຍັງມີຄວາມສາມາດອື່ນໆອີກຫຼາກຫຼາຍທີ່ໃຫ້ທຸກຄົນໄດ້ລອງໄປໃຊ້ງານ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳລັບເລື່ອງຂອງຄວາມປອດໄພ ແລະ ຄວາມເປັນສ່ວນໂຕ ຂອງເວັບໄຊ ແມ່ນຈະບໍ່ມີການໃຊ້ຂໍ້ມູນສ່ວນໂຕຂອງເຮົາໃດໆກໍສາມາດໃຊ້ງານໄດ້, ແຕ່ເຖິງຢ່າງໃດກໍຕາມ ຖ້າເວົ້າເຖິງຄວາມປອດໄພທາງອີເລັກໂທນິກ ຫຼື ໃນອິນເຕີເນັດ ບໍ່ມີສິ່ງໃດປອດໄພ 100% ສະນັ້ນກ່ອນທີ່ຈະນໍາໃຊ້ໄຟລ໌ເອກະສານທີ່ສຳຄັນກໍຄວາມພິຈາລະນາດີໆກ່ອນ.

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້