Sunday, November 2, 2025
Kbank Laos โอน รับ จ่าย

6 ຄວາມເຊື່ອ ແລະ ຂໍ້ຫ້າມກ່ຽວກັບມື້ຂຶ້ນປີໃໝ່ຈີນ

ຊ່ວງເທດສະການມື້ຂຶ້ນປີໃໝ່ຈີນ ຂອງຊາວຈີນ ແລະ ຊາວລາວເຊື້ອສາຍຈີນ ກໍຈະມີຂັ້ນຕອນ ຫຼື ພິທີກຳ ທີ່ປະຕິບັດຫຼາກຫຼາຍ ເຊິ່ງກໍແນ່ນອນວ່າ ຖ້າມີສິ່ງທີ່ຕ້ອງປະຕິບັດ ກໍຕ້ອງມີສິ່ງທີ່ຫ້າມ ປະຕິບັດເຊັ່ນດຽວກັນ, ຈາກການສອບຖາມ ແມ່ເຖົ້າ ອາໂຂ້ງຈື່ ອາຍຸ 75 ປີ ຊາວລາວເຊື້ອສາຍຈີນ ຢູ່ ບ້ານ ຊຳເກດ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ເວົ້າວ່າ: ຄວາມເຊື່ອ ແລະ ຂໍ້ຫ້າມ ສຳລັບຄອບຄົວແມ່ເຖົ້າແລ້ວມີຢູ່ 6 ຢ່າງທີ່ບໍ່ຄວນເຮັດ ໃນມື້ຂຶ້ນປີໃໝ່ຈີນ ເຊິ່ງປີນີ້ກົງກັບວັນທີ່ 22 ມັງກອນ 2023.

1. ຫ້າມອະນະໄມ, ທໍາຄວາມສະອາດເຮືອນຊານ: ໃນມື້ທ່ຽວ ຫຼື ມື້ຂຶ້ນປີໃໝ່ ເຊິ່ງກົງກັບວັນທີ 22 ມັງກອນ 2023 ເນື່ອງຈາກວ່າ ການອະນະໄມບ້ານເຮືອນໃນມື້ນີ້ ຈະຖືເປັນການປັດກວາດຂັບໄລ່ຄວາມໂຊກດີອອກໄປ.

2. ຫ້າມສະຜົມ: ຄົນຈີນຖືກັນວ່າການສະຜົມ ເປັນການສະລ້າງຄວາມໂຊກດີ ເຊັ່ນດຽວກັນກັບການອະນະໄມບ້ານເຮືອນ ຈຶ່ງຈະບໍ່ສະຜົມໃນມື້ຂຶ້ນປີໃໝ່.

3. ຫຼີກລ້ຽງການໃຊ້ຂອງມີຄົມທຸກຊະນິດ: ບໍ່ວ່າຈະເປັນການຕັດເລັບ ເພາະເຊື່ອວ່າຈະເປັນການຕັດສິ່ງທີ່ດີ ຫຼື ອານະຄົດທີ່ດີອອກໄປ.

4. ຫຼີກລ້ຽງການຜິດຖຽງ ແລະ ຮ້າຍດ່າກັນ: ບໍ່ເວົ້າຄຳທີ່ມີຄວາມໝາຍ ໃນເຊິງລົບ ເຊັ່ນ: ການເຈັບໄຂ້ໄດ້ປ່ວຍ, ຫຼື ຄວາມເປັນຄວາມຕາຍ ເພາະຖືວ່າບໍ່ເປັນມຸງຄຸນ.

5. ຫ້າມເຮັດໃຫ້ເຄື່ອງໃຊ້ຕົກແຕກ: ເພາະຖືເປັນການ ເຮັດໃຫ້ໜ້າທີ່ວຽກງານມີການສະດຸດ ຫຼື ນໍາຄວາມໂຊກຮ້າຍມາໃຫ້ ໃນອານະຄົດ.

6. ຫ້າມນຸ່ງເຄື່ອງເກົ່າ ໃນມື້ຂຶ້ນປີໃໝ່ ຫຼື ມື້ທ່ຽວ: ຈະຕ້ອງນຸ່ງເຄື່ອງໃໝ່ ໃຫ້ເບິ່ງສະອາດງາມຕາ ສ່ວນຫຼາຍຈະເລືອກເປັນສີແດງ ເພາະເປັນສີມຸງຄຸນ.

ໝາຍເຫດ: ນີ້ເປັນຄວາມເຊື່ອ ສະເພາະບຸກຄົນເທົ່ານັ້ນ.

ແລ້ວທ່ານເດ່ ມີຂໍ້ຫ້າມຫຍັງແດ່ ທີ່ບໍ່ຄວນເຮັດ ໃນຊ່ວງເທດສະການກຸດຈີນ ຫຼື ມື້ຂຶ້ນປີໃໝ່ ສາມາດຄ່ອມເມັ້ນມາບອກກັນໄດ້ເດີ.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.