ຂໍຂອບໃຈນຳຜູ້ສະໜັບສະໜູນ

ຂັບລົດໄລຍະທາງໄກນັ້ນ ມັນໃຊ້ເວລາດົນເພື່ອໄປຮອດປາຍທາງ ອາຫານທີ່ເຮົາກິນກໍມີຄວາມສໍາຄັນຫຼາຍໃນເວລາເດີນທາງໄກ, ຄວນງົດອາຫານປະເພດ ນົມ, ຊີ້ນດິບ, ອາຫານທີ່ເປັນກົດເຊັ່ນ: ໝາກກ້ຽງ, ໝາກນາວ, ໝາກຫຸ່ງ ຫຼື ອາຫານຈືນ ແລະ ອື່ນໆ, ອາຫານເຫຼົ່ານີ້ຄວນຫຼີກລ່ຽງໃຫ້ໝົດ ເພາະມັນສາມາດເຮັດໃຫ້ເກີດອາການທ້ອງອືດ, ຖອກທ້ອງ ແລະ ອາຫານເປັນພິດ.

ທາງທີ່ດີຄວນກິນອາຫານເບົາໆກ່ອນເຊັ່ນ: ໝາກໄມ້ ເພື່ອຊ່ວຍໃຫ້ຢູ່ທ້ອງ ແລະ ບໍ່ອີ່ມຫຼາຍ. ເພາະ​ຖ້າ​ອີ່ມຈົນ​ເກີນ​ໄປ​ຈະ​ເຮັດ​ໃຫ້​ນອນ​ຫຼັບ​ໄດ້. ​ເຮັດ​ໃຫ້​ຂັບ​ລົດ​ບໍ່​ໄດ້ ​ແລະ ຄວນ​ບໍລິໂພກ​ອາຫານ​ກ່ອນ​ອອກ​ເດີນທາງ ​ເພື່ອ​ຊ່ວຍ​ບໍ່​ໃຫ້​ຫິວ​ເວລາ​ເດີນທາງ ເຮັດໃຫ້ການເດີນທາງໄປໄດ້ດ້ວຍດີ ແລະ ​ໄປ​ເຖິງ​ຈຸດ​ຫມາຍ​ປາຍ​ທາງ​ໄດ້​ຢ່າງ​ປອດ​ໄພ​.

ສໍາລັບຊ່ວງບຸນປີໃໝ່ລາວ ຜູ້ທີ່ຈະ​ໄປ​ຕ່າງແຂວງ ຫຼື​ ຫຼາຍ​ຄົນ​ຈະ​ເດີນ​ທາງກັບບ້ານ ​ໂດຍ​ລົດ​ໄຟ, ຍົນ ຫຼື ​ລົດ​ເມ ກໍຢ່າລືມດູແລສຸຂະພາບນຳເດີ້. ເພາະຖ້າສຸຂະພາບຂອງເຮົາບໍ່ດີໃນຊ່ວງວັນພັກຍາວ ອາດ​ເຮັດ​ໃຫ້​ເຮົາ​ເສຍ​ໂອກາດ​ໃນ​ການ​ເດີນ​ທາງ​ໄປ​ບ່ອນ​ຕ່າງໆ​ທີ່​ເຮົາ​ຢາກ​ໄປໄດ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້