Monday, April 21, 2025

ຜົນຕອບຮັບດີ! ເຂົ້າລາວ ຖືກນຳໄປຂາຍຢູ່ປະເທດຝຣັ່ງ ເປັນຄັ້ງທີ 2

ພາຍຫຼັງທີ່ບໍລິສັດ ຈຳປາຫອມ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ເຊັນສັນຍາກັບບໍລິສັດ ອາລີເເມັກ ອິນເຕີເນຊັນເເນວ ໃນວັນທີ 22 ກັນຍາ 2022 ແລະ ໄດ້ສົ່ງເຂົ້າສານໜຽວ ຈຳນວນ 25 ໂຕນ ໄປຈຳໜ່າຍທີ່ປະເທດຝຣັ່ງແລ້ວ 1 ຄັ້ງ ໃນຕົ້ນປີ 2023 ເຊິ່ງກໍໄດ້ຮັບຜົນຕອບຮັບທີ່ດີຈາກຜູ້ບໍລິໂພກ ແລະ ກໍຖືວ່າເປັນຜົນສຳເລັດອີກໜຶ່ງບາດກ້າວໜຶ່ງ ທີ່ເຂົ້າລາວ ໄດ້ໄປຂາຍຢູ່ໃນຕະຫຼາດປະເທດຝຣັ່ງ.

ສຳລັບການສົ່ງເຂົ້າໄປຂາຍໃນຄັ້ງທີ 2 ນີ້ ມີເຂົ້າສານຈຳນວນ 25 ໂຕນ ລວມມີ ເຂົ້າສານຈ້າວ 23 ໂຕນ ແລະ ເຂົ້າສານໜຽວໄກ່ນ້ອຍ 2 ໂຕນ ທີ່ເພິ່ນທົດລອງເອົາໄປຈຳໜ່າຍຢູ່ທີ່ປະເທດຝລັ່ງຕື່ມອີກ. ເພື່ອເຮັດໃຫ້ ຜະລິດຕະພັນຂອງຄົນລາວເຮົາເປັນທີ່ຮູ້ຈັກ ແລະ ຖືກຍອມຮັບໃນຕະຫຼາດສາກົນ ໂດຍສະເພາະແມ່ນຕະຫຼາດທາງ ທະວີບເອີຣົບ.

ທ່ານນາງ ບຸນຮຽງ ພົມມີໄຊ, ປະທານບໍລິສັດ ຈຳປາຫອມ ການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ກ່າວວ່າ: ການຈັດສົ່ງເຂົ້າສານໄປປະເທດຝຣັ່ງ ຄັ້ງນີ້ກໍເປັນຄັ້ງທີ 2 ແລ້ວ ທີ່ບໍລິສັດ ຈຳປາຫອມການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ສົ່ງເຂົ້າໄປຈຳໜ່າຍຢູ່ປະເທດຝຣັ່ງ ເຊິ່ງໃນ 14 ມິຖຸນາ 2023 ນີ້ ກໍໄດ້ຈັດພິທີສົ່ງເຂົ້າໄປປະເທດຝຣັ່ງຢ່າງເປັນທາງການ ໂດຍການເຂົ້າຮ່ວມ ຂອງທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ສັງຄົມ ຈັນສຸກ, ປະທານສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ພາກສ່ວນຕ່າງໆທີ່ກຽ່ວຂ້ອງ ເຂົ້າຮ່ວມ.
“ໃນປີທ້າຍປີ 2023 ເຮົາໄດ້ມີແຜນ ກຽມເຊັນສັນຍາສົ່ງອອກເຂົ້າໄປ ສະຫະລັດອາເມລິກາ ເຊິ່ງຄາດວ່າ ຈະໄດ້ສົ່ງເຂົ້າໄປອາເມລິກາ ໃນຕົ້ນປີ 2024 ນີ້” ທ່ານນາງ ບຸນຮຽງ ກ່າວ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.