ຂໍຂອບໃຈນຳຜູ້ສະໜັບສະໜູນ

ຢູ່ທີຕໍ່ຫນ້າພະທາດຫລວງແຫ່ງຊາດອັນສັກສິດ ມີຜູ້ທີ່ມັກຮັກໂຍຄະໄດ້ມາເຕົ້າໂຮມກັນຢູ່ທີ່ນີ້ເພື່ອຫລີ້ນໂຍຄະ ເປັນການຮວມຕົວກັນທີ່ຍິ່ງໃຫຍ່ທີ່ສຸດໃນນະຄອນຫລວງວຽງຈັນ ເພື່ອຮູ້ເຖີງຜົນປະໂຫຍດຂອງໂຍຄະ ແລະ ຫລີ້ນໂຍຄະ.

ພະນະທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເປັນແຂກກິດຕິມະສັກໃນພິທີດັ່ງກ່າວ. ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານທູດ ສຸທັມ ສາກົນນິຍົມ ປະທານສະມາຄົມ ມິດຕະພາບ ລາວ-ອິນເດຍ, ບັນດາພະນັກງານຜູ້ອາວຸໂສຈາກລັດຖະບານ, ບັນດານັກການທູດ, ສື່ມວນຊົນ ແລະ ມວນຊົນ ລວມທັງຊາວອິນເດຍກໍ່ເຂົ້າຮ່ວມງານຄັ້ງນີ້.ກະ​ຊວງ​ການ​ຕ່າງ​ປະ​ເທດ; ກະຊວງສຶກສາທິການ ແລະ ກິລາ; ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ແລະ ອຳນາດການປົກຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືອັນລ້ຳຄ່າໃຫ້ແກ່ພິທີໃນຄັ້ງນີ້.

ຢ່າງທີ່ທຸກຄົນຮູ້ດີວ່າ ຄຸນປະໂຫຍດຂອງການຫລີ້ນໂຍຄະກໍ່ຄື ຫລີ້ນເພື່ອສຸຂະພາບທີ່ດີ ແລະ ຮ່າງກາຍມີພູມຕ້ານທານ. ໂຍຄະໄດ້ກາຍເປັນສິ່ງທີ່ກ່ຽວຂ້ອງເປັນພິເສດສຳລັບຄົນເຮົາຫຼັງຈາກມີການລະບາດຂອງພະຍາດ Covid19, ຍ້ອນຄວາມຕ້ອງການດ້ານຮ່າງກາຍ ແລະ ຈິດໃຈ ແລະ ການເສີມສ້າງພູມຕ້ານທານຕາມທໍາມະຊາດ ໂຍຄະເປັນວິທີທີສາມາດຮັບມືກັບຄວາມຕຶງຄຽດ ແລະ ຄວາມກົດດັນຕ່າງໆໃນການໃຊ້ຊີວິດ. ໂຍຄະໃນທຸກມື້ນີ້ໄດ້ກາຍເປັນພະລັງສາມັກຄີທີ່ມີອິດທິພົນທາງບວກໃນຊີວິດຂອງຄົນຫຼາຍລ້ານຄົນໃນທົ່ວໂລກ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ລິເລີ່ມຂອງ LiFE (Lifestyle for Environment) ເປັນການລິເລີ່ມທີ່ເນັ້ນໃນການໃຊ້ຊີວິດທີ່ຕ້ອງໃສ່ໃຈສີ່ງແວດລ້ອມ, ງານດັ່ງກ່າວນີ້ແມ່ນເປັນມິດກັບສິ່ງແວດລ້ອມ ເປັນງານປອດພາສຕິກ, ບໍ່ມີການໃຊ້ພາສສຕິກທີ່ໃຊ້ພຽງຄັ້ງດຽວແລ້ວຖີ້ມ.

ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA) ໃນປີ 2014 ໄດ້ຮອງຮັບເອົາ ວັນທີ 21 ມິຖຸນາ ເປັນວັນໂຍຄະສາກົນ ໂດຍມີການສະຫນັບສະຫນູນຮ່ວມ ເຖິງ 177 ປະເທດ.

ວັນໂຍຄະສາກົນຈະໄດ້ຈັດຂື້ນຢູ່ທີ່ສະຖານທີ່ມໍລະດົກໂລກ ກໍ່ຄື ວັດພູ ໃນວັນທີ 21 ມິຖຸນາ. ແລະ ກ່ອນທີ່ຈະຮອດງານວັນໂຍຄະສາກົນໄດ້ມີການເປີດຜ້າມ່ານຫລີ້ນໂຍຄະໃນຫລາຍສະຖານທີ່ມາແລ້ວໃນທົ່ວນະຄອນຫລວງວຽງຈັນ

ເຫດການເຫຼົ່ານີ້, ເຫັນໄດ້ໃນທົ່ວໂລກ, ຍັງຈະສ້າງພາບພົດ ແລະ ເປັນທ່າແຮງດ້ານການທ່ອງທ່ຽວ ໃຫ້ແກ່ຊາດລາວ.

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້