ອາຊຽນເກມ 2023 ຂອງປີນີ້ໃນໝວດກິລາ E-Sports ໄດ້ຈັດການແຂ່ງຂັນແບບຊິງຫຼຽນຄຳເປັນຄັ້ງທຳອິດ ຫຼັງຈາກແຂ່ງຂັນໃນຮູບແບບກິລາສາທິດໃນອາຊຽນເກມ 2018 ທີ່ອິນໂດເນເຊຍ.

ການແຂ່ງຂັນ E-Sports ຊິງທັງໝົດ 7 ຫຼຽນທອງ ຈາກ 7 ເກມໄດ້ແກ່: League of Legends, ROV ຫຼື AOV ຈີນ ເວີຊັນອາຊຽນເກມ, PUBG Mobile ຫຼື Peace Elite ຈີນ ເວີຊັນອາຊຽນເກມ, Dota 2, Dream Three Kingdoms 2, Street Fighter V: Champion Edition ແລະ EA Sports FC Online (ຊື່ເກົ່າ FIFA Online 4).
ສຳລັບ ສປປ ລາວ ເຮົາ ສະຫະພັນກິລາອີສະປອດແຫ່ງຊາດລາວ ໄດ້ສົ່ງ ຄູຝຶກ ແລະ ນັກກິລາ ຈຳນວນ 17 ຄົນ, ເປັນຍິງ ຈຳນວນ 2 ຄົນ ເຂົ້າຮ່ວມການແຂ່ງຂັນທັງໝົດ 4 ປະເພດເກມ ໄດ້ແກ່: Dream Three Kingdoms 2, AOV, PUBG Mobile, Street Fighter V: Champions Edition ມີກຳນົດການແຂ່ງຂັນຕັ້ງແຕ່ວັນທີ 24 ກັນຍາ-ວັນທີ 2 ຕຸລາ 2023.
ຮ່ວມສົ່ງກຳລັງໃຈ ແລະ ເຊຍໃຫ້ກັບທັບນັກກິລາລາວ ໃນການແຂ່ງຂັນກິລາ E-Sports ໃນ AsianGames ຄັ້ງທີ 19 ນີ້ແນ່ເດີ້.