ບຸນທາດຫຼວງ ເລີ່ມ 23-27 ພະຈິກ 2023.

ຕາມກຳນົດການຂອງບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2023 ແມ່ນຈະມີການຈັດຂຶ້ນ ໃນລະຫວ່າງວັນທີ 23-27 ພະຈິກ 2023 ຢູ່ທີ່ຂອບເຂດເດີ່ນພຣະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ.

ເຊິ່ງບັນດາກິດຈະກໍາປະກອບມີ :

  • ວັນທີ 23 ພະຈິກ 2023 ເວລາ 16:30 ໂມງ ສືບຕໍ່ຄົບງັນຕາມປະເພນີ.
  • ວັນທີ 25 ພະຈິກ 2023 ເວລາ 16:30 ສູດປະຣິຕະມຸງຄຸນ ຢູ່ທີ່ດ້ານໃນກົມມະລຽນພຣະທາດຫຼວງ.
  • ວັນທີ 26 ພະຈິກ 2023 ເວລາ 13:30 ໂມງ ພິທີແຫ່ຜາສາດເຜີ້ງ.
  • ວັນທີ 27 ພະຈິກ 2023 ເວລາ 07:00 ໂມງ ພິທີໃສ່ບາດຖວາຍສັງຄະທານ, ເວລາ 13:00 ໂມງ ພິທີແຂ່ງຂັນກີລາພື້ນເມືອງຕີຄີ ເວລາ 19:30 ໂມງ ພິທີວຽນທຽນ ແລະ ຈູດບັ້ງໄຟ ເພື່ອສັກກາຣະບູຊາພຣະທາດຫຼວງ ແລະ ຄົບງັນຕາມປະເພນີ ໂດຍເປີດໃຫ້ມ່ວນຊົນເຂົ້າທ່ຽວຊົມງານ ເລີ່ມແຕ່ເວລາ 09:00-23:00 ໂມງ.

ຕາມຂໍ້ມູນໃຫ້ຮູ້ວ່າ, ງານບຸນຄັ້ງນີ້ໄດ້ກໍານົດເອົາຂອບເຂດກົມມະລຽນດ້ານໃນ ເປັນບ່ອນສັກກາຣະບູຊາໄຫວ້ພຣະທາຕຸຫລວງ ເປັນບ່ອນເຮັດພິທີທາງສາສະໜາ ແລະຮີດຄອງປະເພນີ ກໍານົດເຂດກົມມະລຽນດ້ານນອກ ບໍ່ມີການຂາຍສິນຄ້າທຸກປະເພດ ຍົກເວັ້ນດອກໄມ້ ທູບທຽນບູຊາ ແລະ ກິດຈະກໍາທີ່ຄະນະກໍາມະການອະນຸຍາດ ສະເພາະເຂດສະໜາມຫຼວງແບ່ງອອກເປັນ 4 ເຂດຄື:

  1. ເຂດ A ດ້ານເໜືອນັບແຕ່ແຈຕິດຖະໜົນໄກສອນ ພົມວິຫານ ຫາທາງເຂົ້າສະພາແຫ່ງຊາດດ້ານເໜືອແມ່ນເປັນບ່ອງວາງສະແດງ-ຈໍາໜ່າຍສິນຄ້າປະເພດບໍລິສັດຂາອອກ-ຂາເຂົ້າ ສິນຄ້າໃຊ້ສອຍທົ່ວໄປ ທັງເປັນບ່ອນຈອດລົດຂອງຄະນະກໍາມະການ ແລະເຄື່ອງຫຼີ້ນທົ່ວໄປ.
  2. ເຂດ B ຕໍ່ໜ້າສະພາແຫ່ງຊາດຫຼັງໃໝ່ມີລານສາຍຮູບເງົາ ເວທີສະແດງກິດຈະກໍາຂອງໄວໜຸ່ມ ວາງລໍ້ເຄື່ອງດື່ມ ອາຫານເບົາແບບຍຸກໃໝ່ສໍາລັບໄວໜຸ່ມ (ບໍ່ມີເຄື່ອງດື່ມທີ່ເປັນທາດເຫຼົ້າ).
  3. ເຂດ C ນັບແຕ່ແຈສະພາແຫ່ງຊາດດ້ານໃຕ້ ຫາປະຕູທາງເຂົ້າສວນອະນຸສາວະລີ ເຈົ້າໄຊເຊດຖາທິຣາຊ ພື້ນທີ່ທາງຍ່າງແມ່ນວາງສະແດງສິນຄ້າຜະລິດຕະພັນພາຍໃນ ແລະສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ສໍາລັບພື້ນທີ່ທາງກາງເດີ່ນສະໝາມຫຼວງແມ່ນຕົບແຕ່ງເປັນເຂດວາງສະແດງການທ່ອງທ່ຽວ ວາງສະແດງສິນຄ້າ ແລະ ຜະລິດຕະພັນບັນດາແຂວງຕ່າງທັງພາຍໃນ ແລະຕ່າງປະເທດ ທີ່ຖືກເຊີນ (ເພື່ອເປັນເຂດໃຫ້ແຂກເຂົ້າຊົມທາງການ).
  4. ເຂດ D ນັບແຕ່ທາງເຂົ້າປະຕູສວນອະນຸສາວະລີ ເຈົ້າໄຊເຊດຖາ ຫາກໍໍາແພງຮົ້ວສະຖານີໄຟຟ້າ ເຂດທາຕຸຫລວງ ແມ່ນເປັນບ່ອນຕັ້ງຜາມກໍາມະການ ແລະການວາງສະແດງຂາຍເບັ້ຍໄມ້ກະສິກໍາ ເນັ້ນເປັນສວນຕົ້ນໄມ້ປະດັບ ແຄມຮົ້ວແຖວກົງກັນຂ້າມແມ່ນວາງສະແດງຈໍາໜ່າຍສິນຄ້າປະເພດອຸດສາຫະກໍາປຸງແຕ່ງ ພາຍໃນ ກາງເດີ່ນ ເປັນບ່ອນຕັ້ງເວທີສິລະປະມວນຊົນ (ເວທີກາງ) ແລະບ່ອນຕີຄີໃນງານບຸນ.

ສ່ວນງານວາງສະແດງຂາຍສິນຄ້າຢູ່ສູນການຄ້າລາວ-ໄອເຕັກ ໄດ້ກໍານົດຂາຍສິນຄ້າປະເພດຫັດຖະກໍາ ສິນຄ້າອຸດສາຫະກໍາ ແລະເຄື່ອງໃຊ້ສອຍທົ່ວໄປທັງພາຍໃນ ແລະຕ່າງປະເທດກໍານົດ 5 ວັນ ເຊັ່ນດຽວກັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...