Saturday, May 24, 2025
Kbank Laos โอน รับ จ่าย

ຟັງແລ້ວບໍ່! ເພງໃໝ່ “ປ່ອຍເຈົ້າໄປດີກວ່າ” ຂອງວົງ Blackeyes.

ຜົນງານເພງໃໝ່ເອີ້ນນໍ້າຕາຂອງວົງ Blackeyes ໄດ້ປ່ອຍອອກມາໃຫ້ໄດ້ຟັງກັນແລ້ວ ເຊິ່ງຜົນງານເພງໃໝ່ທີ່ອອກມາທີ່ມີຊື່ວ່າ ”ປ່ອຍເຈົ້າໄປດີກວ່າ” ພ້ອມກັບ MV ໃຫ້ເຮົາໄດ້ເບິ່ງກັນແລ້ວ.

ໂດຍໃນ MV ຈະເປັນການສື່ເຖິງປະມານວ່າ ເປັນການປ່ອຍຄົນທີ່ຮັກໄປເພື່ອໃຫ້ເຂົາໄດ້ຈັງມືກັບຄົນທີ່ດີກວ່າ ສຳລັບເລື່ອງລາວທີ່ເກີດຂຶ້ນແມ່ນໃຫ້ໄປເບິ່ງເຕັມໆໃນ MV ເພິ່ນໄດ້ ເຊື່ອວ່ສແຟນໆເພງວົງ Blackeyes ບໍ່ຜິດຫວັງ.

ແລ້ວທ່ານເດ້! ຮູ້ສຶກແນວໃດຫຼັງຈາກທີ່ໄດ້ຟັງເພງນີ້ ຄອມເມັ້ນມາບອກກັນແດ່ເດີ້!

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.