ການຄຸ້ມຄອງກິດຈະການ ແລະ ທຸລະກິດແນວພັນພືດ ພົບຂໍ້ຫຍຸ້ງຍາກຫລາຍບັນຫາ

ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ແນວ​ພັນ ​ແລະ ​ເມັດ​ພັນ​ພືດ ສຳລັບ​ການ​ປູກຝັງ ​ໃນ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ຍັງ​ມີ​ຂໍ້​ຫຍຸ້ງຍາກ​ ​ແລະ ບັນຫາ​ຕ່າງໆ ຫລາຍພໍ​ສົມຄວນ ​ເປັນ​ຕົ້ນ ການ​ຜະລິດ ​ແລະ ການ​ກວດກາ​ຢັ້ງຢືນ​ຄຸນ​ນະພາ​ບ​ເມັດ​ພັນ​ ຍັງ​ບໍ່​ທັນ​ເປັນ​ລະບົບ, ການ​ນຳ​ເຂົ້າ, ການຈຳໜ່າຍ, ການ​ປົກ​ປັກ​ຮັກສາ, ການ​ອະນຸ​ລັກ ​ແລະ ການ​ນຳ​ໃຊ້​ເຊື້ອ​ພັນ​ພືດ ຍັງ​ບໍ່​ທັນ​ໄດ້​ດີ, ການ​ຄົ້ນຄວ້າ ​ແລະ ການ​ພັດທະນາ​ແນວ​ພັນ​ພືດ​ໃໝ່ ຍັງ​ບໍ່​ທັນ​ພຽງພໍ, ການ​ລົງທຶນ​ໃສ່​ທຸລະ​ກິດ ​ເຕັກ​ໂນ​ໂລ​ຊີ​ ເມັດ​ພັນ​ພືດ, ຜູ້​ຜະລິດ ​ແລະ ຜູ້​ປະກອບ​ການ ຍັງ​ບໍ່​ທັນ​ເຂົ້າ​ໃຈ ​ໃນ​ການຈັດ​ຕັ້ງ​ປະຕິບັດລະບຽບ​ການ ​ແລະ ການ​ພັດທະນາ​ບຸກຄະລາ​ກອນ ຍັງ​ຈຳກັດທາງດ້ານ​ປະ​ລິ​ມານ ​ແລະ ຄຸນ​ນະພາ​ບ.

ທ່ານ ​ບຸນຂວາງ ຄຳບຸນເຮືອງ ກ່າວ​ວ່າ: ໃນ​ການຈັດ​ຕັ້ງ​ປະຕິບັດນິຕິ​ກຳ ​ເຫັນ​ວ່າ​ ບັນຫາ​ຕ່າງໆ ​ ເກີດ​ຂຶ້ນ​ຍັງແມ່ນຍ້ອນຂັ້ນ​ຕອນ ຂອງ​ນິຕິ​ກຳ ​ ທີ່​ນຳ​ໃຊ້ຍັງ​ມີ​ຂອບ​ເຂດ, ອຳນາດ​ໃນ​ການ​ບັງຄັບ​ໃຊ້ຍັງ​ຈຳກັດ, ​ໂດຍ​ສະ​ເພາະ ການ​ກວດກາ, ການ​ສະກັດ​ກັ້ນ ​ແລະ ການ​ນຳ​ໃຊ້​ມາດ​ຕະການ​ຕໍ່​ຜູ້​ກະທຳ​ຜິດ ຍັງ​ບໍ່​ທັນ​ເປັນ​ລະບົບ​ຄົບ​ຊຸດ; ​ເນື້ອ​ໃນ​ຂໍ້​ບັງຄັບ​ບໍ່​ທັນ​ຄົບ​ຖ້ວນ ​ແລະ ສອດຄ່ອງ​ກັບ​ພາກ​ພື້ນ ​ແລະ ສາກົນ ​ທີ່ ສປປ ລາວ ​ເປັນ​ພາຄີ; ຂໍ້​ກຳ​ນົດກ່ຽວ​ກັບການ​ຄຸ້ມ​ຄອງ​ແນວ​ພັນ​ພືດ ​ແລະ ​ເມັດ​ພືດ ​ໃນ​ແຫ​ລ່ງຜະລິດ, ການ​ນຳ​ເຂົ້າ, ການສົ່ງ​ອອກ, ສົ່ງ​ຜ່ານ, ສົ່ງ​ອອກ​ຕໍ່​ຜ່ານ​ດ່ານ​ ຍັງ​ບໍ່​ທັນ​ທົ່ວ​ເຖິງ; ​ໃນ​ພາກ​ປະຕິບັດ​ຕົວ​ຈິງ. ການ​ມີ​ສ່ວນ​ຮ່ວມ​ຂອງ​ຂະ​ແໜງ​ການ​ກ່ຽວຂ້ອງ ​ໃນ​ການ​ອະນຸລັກ​ເຊື້ອ​ພັນ​ພືດ, ພັດທະນາ​ການ​ຄຸ້ມ​ຄອງ​ແນວ​ພັນ​ພືດ ຍັງ​ພົບ​ບັນຫາ ​ແລະ ມີ​ຂອດ​ຈຳກັດ.

ພ້ອມ​ດຽວ​ກັນ​ນີ້, ຍັງ​ຂາດ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ ​ໃນ​ການ​ຕິດຕາມ​ກວດກາ​ແນວ​ພັນ​ພືດ ພາຍ​ໃນ​ຂະ​ແໜງ​ການ​ກະສິກຳ ແມ່ນຍັງ​ບໍ່​ທັນ​ລະອຽດເທົ່າທີ່ຄວນ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.