ຄວາມຫມາຍ ຄວາມສໍາຄັນ ຂອງຫໍສະຫມຸດ ແລະ ພິພິທະພັນ ຕໍ່ກັບປະເທດຊາດ

ພາບປະກອບ

ຄວາມຫມາຍຄວາມສໍາຄັນຂອງຫໍສະມຸດ ແລະ ພິພິທະພັນຕໍ່ສັງຄົມ “ຕັ້ງແຕ່ນີ້ເມືອຫນ້າ ນັກປຣາດເຈົ້າທັງຫລາຍຜູ້ໃດມັກໄຄ່ຕື່ມ ໄຄ່ແຖມສືບຕໍ່ແຕ່ນີ້ໄປໃຫ້ກວ້າງໃຫ້ຂວາງກໍ່ຈົ່ງໃຫ້ຕື່ມໃຫ້ແປງຕາມແຕ່ຫູຮູ້ຕາເຫັນນັ້ນເຖີ້ນແຜ່ນດິນນີ້ບໍ່ມີຕໍານານໃຫ້ແປງສືບຕໍ່ໄປເຖີ້ນ” ນັ້ນຄືຄໍາເວົ້າຂອງພະອະຣິຍະວັງໂສ, ນັກຄົ້ນຄວ້າປະວັດສາດຜູ້ກໍ້າ ເກິ່ງເບິ່ງໄກໃນສະໄຫມ ຄ.ສ. 1572 (ຂໍ້ມູນຈາກປື້ມປະວັດສາດລາວ, ມະຫາສີລາວິລະວົງ) ນັກຄົ້ນຄວ້າປະຫວັດສາດ.

ຫລາຍທ່ານໄດ້ໃຫ້ສັນນິຖານວ່າຄໍາເວົ້າຂອງພະອະຣິຍະວັງໂສ ແມ່ນຫມາຍເຖິງການຂາດຕໍານານກໍາເນີດຊາດລາວຫລືປະວັດສາດລາວ.

ແຕ່ໃນທັດສະນະສ່ວນຕົວຂອງຂ້າພະເຈົ້າແລ້ວບໍ່ວ່າຄຳເວົ້າດັ່ງກ່າວຈະມີ ຄວາມຫມາຍຢ່າງໃດກໍຕາມ, ຂ້າພະເຈົ້າ ເຫັນວ່າມັນເປັນຄຳຮຽກຮ້ອງປຸກລະດົມໃຫ້ຄົນ ລາວເຮົາຮູ້ຈັກຮັກສາຂຸມຊັບປັນຍານັ້ນກໍຄື ຫ້ອງຫໍສະມຸດແລະພິພິທະພັນ.

ພາບປະກອບ

ຫ້ອງສະມຸດຄືສະຖານທີ່ຮວມຂອງທຸກວິທະຍາສາດເຊັ່ນ ປຶ້ມ ວາລະສານ, ສິ່ງພິມຕ່າງໆ, ຕົ້ນສະບັບຂຽນ, ຫນັງສືໃບລານ, ສະມຸດຊ່ອຍ ແລະ ອຸບປະກອນການ ສຶກສາທຸກຊະນິດ. ຫ້ອງສະມຸດມີຄວາມສໍາຄັນໃຫຍ່ຫລວງ ໃນການສ້າງສັງຄົມໃຫ້ກ້າວຫນ້າ. ປຶ້ມ ວາລະສານ, ຫນັງສືພິມ ແລະອື່ນໆ… ມີປະໂຫຍດຫລາຍໃນວຽກງານ ຄົ້ນຄວ້າສຶກສາ.

ນອກຈາກນີ້ຍັງ ເຕັມໄປດ້ວຍຄວາມຮູ້ແນວຄິດເວດທະກໍາ ປະຕິວັດຫລາຍຢ່າງ. ພ້ອມນັ້ນຍັງເປັນເຄື່ອງມືແລກ ປ່ຽນວັດທະນະທໍາຂອງຄົນເຮົາຈາກຊົນຊາດນີ້ໄປສູ່ຊົນຊາດອື່ນ.

ພາບປະກອບ

ຈາກຄວາມຄິດປັນຍາຂອງຄົນຮຸ່ນ ກ່ອນມາສູ່ຄົນຮຸ່ນປັດຈຸບັນ.  ສະຫລຸບແລ້ວກໍ່ຄືຫ້ອງສະມຸດແມ່ນຄັງແຫ່ງຄວາມຮູ້. ແລະຄວາມຮູ້ກໍ ຄືຂຸມຊັບສົມບັດຂອງຊາດນັ້ນເອງ. ຫໍພິພິທະພັນ ກໍເຊັ່ນກັນ ພິພິທະພັນຄືຂຸມສັບບູຮານນະການ ທີ່ເກັບກຳລັກຖານຂໍ້ມູນປະຫວັດສາດ. 

ພາບປະກອບ

ເປັນຄັງເກັບກໍາລັກຖານປະວັດສາດທີບົ່ງບອກເຖິງ ຄວາມເປັນມາຂອງຊາດ. ຫໍພິພິທະພັນນີ້ບໍ່ໄດ້ຫມາຍເຖີງເປັນຫ້ອງເປັນຫໍແຕ່ຫມາຍເຖິງ ກິດຈະກຳເກົ່າແກ່, ບໍ່ວ່າຈະເປັນການສະຖາປະນາວັດວາອາລາມ, ສ້າງຕັ້ງຕຶກຫໍອາຄານ, ພະລາດຊະວັງ, ຫລື ຈະເປັນສິ່ງຂອງບູຮານເກົ່າແກ່ ພາກສ່ວນເລົ່ານີ້ລ້ວນແລ້ວແຕ່ເປັນລັກ ຖານປະວັດສາດຂອງຊາດທັງນັ້ນ.

ພາບປະກອບ

ການທໍາລາຍສິ່ງຂອງເກົ່າແກ່ເລົ່ານີ້ເຊັ່ນ ການມ້າງເພຕຶກອາ ຄານເກົ່າແກ່, ທຳລາຍເຄື່ອງຂອງບູນຮານ ໆລໆ ນັ້ນກໍຄື ເປັນການທຳລາຍລັກຖານ ປະຫວັດສາດນັ້ນເອງ. ເຊັ່ນບູຮານເພິ່ນກ່າວໄວ້, ໄປຫນ້າໃຫ້ເບິ່ງຫລັງ ບໍ່ດັ່ງນັ້ນກໍຈະກາຍເປັນ ປະເທດໄຮ້ຕຳນານເຊັ່ນພະອະຣິຍະວັງໂສ ໄດ້ກ່າວໄວ້ດັ່ງນັ້ນແລ.

ແຫຼ່ງຂໍ້ມູນ: ປ.ສ

http://pranejonshortstory.blogspot.com/p/800×600-normal-0-false-false-false-en_67.html

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.