ສຸດຍອດ! ນັກສຶກສາລາວທີ່ຮຽນຈົບຈາກມະຫາວິທະຍາໄລ Oxford

ມາຮູ້ຈັກ ນັກສຶກສາຄົນທໍາອິດ ຈາກ ສປປ ລາວ ທີ່ຈົບຈາກ ມະຫາວິທະຍາໄລ ທີ່ມີຊື່ສຽງລະດັບຕົ້ນໆ ຂອງໂລກ ມະຫາວິທະຍາໄລ Oxford ຊຶ່ງເປັນ ມະຫາວິທະຍາໄລ ທີ່ເກົ່າແກ່ທີ່ສຸດ ຂອງປະເທດອັງກິດ ?? ?? ??

ອາດິດຕະ ກິດຕິຄຸນ ເປັນນັກສຶກສາລາວ ທີ່ໄດ້ຮັບທຶນ Chevening ລະດັບປະລິນຍາໂທ ປະເທດອັງກິດ.

ຈົບສາຂາ ວິທະຍາສາດສັງຄົມ ທາງດ້ານອິນເຕີເນັດ ທີ່ສະຖາບັນ ອິນເຕີເນັດ Oxford ຊຶ່ງເປັນສະຖາບັນຄົ້ນຄົ້ວ ແລະ ສິດສອນ ຂອງມະຫາວິທະຍາໄລ Oxford ໃນປີ 2019 ນີ້ !

ສົນໃຈສະຫມັກທຶນ Chevening, ສະຫມັກໄດ້ທີ່ ເວັບໄຊທ໌ www.chevening.org ປິດຮັບສະຫມັກ ວັນທີ 05/11/2019

ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.