Home Education & Sports ສ. ເກົາຫຼີ ຈະເພີ່ມທຶນການສຶກສາໃຫ້ບັນດາປະເທດອາຊຽນ ຈາກ 280 ຂຶ້ນເປັນ 700 ທຶນ!

ສ. ເກົາຫຼີ ຈະເພີ່ມທຶນການສຶກສາໃຫ້ບັນດາປະເທດອາຊຽນ ຈາກ 280 ຂຶ້ນເປັນ 700 ທຶນ!

0
ສ. ເກົາຫຼີ ຈະເພີ່ມທຶນການສຶກສາໃຫ້ບັນດາປະເທດອາຊຽນ ຈາກ 280 ຂຶ້ນເປັນ 700 ທຶນ!

ທ່ານນາງ Kang Kyung-wha  ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງ ສ.ເກົາຫຼີ ໄດ້ກ່າວໃນພິທີປິດງານ ASEAN-KOREA Train Tour ໃນວັນທີ 18/10 ທີ່ຜ່ານມາ ໂດຍທ່ານນາງໄດ້ກ່າວວ່າ ສ.ເກົາຫຼີ ຈະລົງທຶນໃສ່ການແລກປ່ຽນ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ ໃຫ້ຫຼາຍຂຶ້ນ ແລະ ວາງແຜນທີ່ຈະເພີ່ມຈໍານວນທຶນການສຶກສາ ໃຫ້ຊາດ ໃນອາຊຽນຂຶ້ນສອງ ທົບ, ຈາກປົກກະຕິແມ່ນ 280 ທຶນ ຂຶ້ນເປັນ 700 ທຶນ/ປີ ພາຍໃນປີ 2022. 

ໃນປີຜ່ານມາ ອາຊຽນໄດ້ກາຍເປັນຄູ່ຮ່ວມການຄ້າ ທີ່ໃຫຍ່ ອັນດັບສອງ ຂອງ ສ. ເກົາຫຼີ ໂດຍມີມູນຄ່າ ຄູ່ຮ່ວມຄ້າຂາຍ ທີ່ 160 ຕື້ໂດລາສະຫະລັດ.​

ແຫຼ່ງຂໍ້ມູນ: ​inquirer.net ແລະ ວິທະຍຸສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ