ເຈົ້າຂອງຫຼຽນຄຳ ຊີເກມ 5 ສະໄໝ ຮັບກຽດຖືທຸງຊາດນຳທັບນັກກິລາລາວ

ທ້າວ ສຸລະສິດ ຄຳວົງສາ ທັບ​ນັກ​ກິ​ລາ​ເປ​ຕັງ​ທີມ​ຊາດ​ລາວ ທັງຄູສອນກິລາ ຈາກໂຮງຮຽນພອນສະຫວັນກິລາ-ກາຍະກຳ (ຮພກ) ແລະ ທັງເປັນເຈົ້າຂອງຫຼຽນຄຳ ງານກິລາຊີເກມ 5 ສະໄໝ ແລະ ອະດີດແຊ໋ມຫຼຽນຄຳ ງານກິລາເປຕັງ ຊີງແຊ໋ມອາຊີປາຊີຟິກ ຄັ້ງທີ Vll ທີ່ນະຄອນຫຼວງ ບາງກອກ ປີ 2003.

ໄດ້ຮັບກຽດຢ່າງສູງ ຕາງໜ້າທັບນັກກິລາລາວຖືທຸງຊາດລາວ ເປັນຄັ້ງທີ 2 ນຳໜ້າຂະບວນທັບນັກກິລາລາວ ເດີນສວນສະໜາມໃນພິທີເປີດງານມະຫາກຳກິລາຊີເກມ ຄັ້ງທີ XXX ທີ່ປະເທດຟິລິບປິນ ຮັບກຽດເປັນເຈົ້າພາບ ທີ່ຈະເປີດສາກຂຶ້ນ ໃນວັນທີ 30 ພະຈິກນີ້.

ທ້າວ ສຸລະສິດ ຄຳວົງສາ ໃຫ້ສຳພາດວ່າ: ໃນທັດສະນະສ່ວນຕົວແລ້ວນ້ອງມີຄວາມຮູ້ສືກພາກພູມໃຈເປັນຢ່າງສູງ ທີ່ໄດ້ຮັບກຽດຖືທຸງຊາດ ຄັ້ງນີ້ ເປັນຄັ້ງທີ 2 ຖັດຈາກທີ່ເຄີຍໄດ້ຮັບກຽດຖືທຸງຊາດ ໃນງານກິລາຊີເກມ ຄັ້ງທີ XXVll ເມື່ອ ປີ2013 ທີ່ສະຫະພາບ ມຽນມາ ເປັນເຈົ້າພາບ ຜ່ານມາ

ແລະ ຂໍໃຫ້ສັນຍາວ່າ ຈະຂໍເຮັດໜ້າທີ່ນີ້ໃຫ້ດີທີ່ສຸດ ໃຫ້ສົມກຽດສັກສີທີ່ທາງລັດຖະບານໄວ້ເນື້ອເຊື່ອໃຈ ແລະ ມອບໝາຍຄວາມຮັບຜິດຊອບທີ່ມີກຽດອັນສະຫງ່າລາສີນີ້ໃຫ້ປະສົບຜົນສຳເລັດຕາມການມອບໝາຍ ພ້ອມທັງຈະສືບຕໍ່ນ້ຳໃຈຮັກຊາດນຳພາທັບນັກກິລາເປຕັງທີມຊາດລາວ ຍາດເອົາໄຊຊະນະລ່າຫຼຽນຄຳ ໃນງານກິລາຊີເກມ ປີນີ້ ໃຫ້ພໍ່ແມ່ປະຊາຊົນຊາວລາວມີພາກພູມໃຈໃນທົ່ວປະເທດ.

ສຳລັບຜົນງານຂອງ ທ້າວ ສຸລະສິດ ຄຳວົງສາ ສາມາດສ້າງຜົນງານຄວ້າຫຼຽນຄຳງານກິລາຊີເກມ ເຖິງ 5 ສະໄໝ ກໍຄື ງານກິລາຊີເກມ ຄັ້ງທີ XXl ທີ່ປະເທດມາເລເຊຍ ປີ 2001, ງານກິລາ ຊີເກມ ຄັ້ງທີ XXll ທີ່ ສສ ຫວຽດນາມ ເມືອປີ 2003, ງານກິລາ ຊີເກມ ຄັ້ງທີ XXlV ທີ່ປະເທດໄທ ເມື່ອປີ 2007, ງານກິລາ ຊີເກມ ຄັ້ງທີ XXV ຫຼື ວຽງຈັນ ເກມ ປີ 2009 ທີ່ສປປ ລາວ ເປັນເຈົ້າພາບ ແລະ ງານກິລາ ຊີເກມ ຄັ້ງທີ XXVll ທີ່ສະຫະພາຍບມຽນມາ ເມື່ອປີ 2013 ແລະ ປີ​ 2013​

ສຸລະສິດ ຄຳວົງສາ ກໍຍັງນຳພາທັບນັກກິລາເປຕັງລາວ ສາມາດກວາດໄດ້ເຖິງ 4 ຫຼຽນຄຳ, ໃນນັ້ນ 1 ຫຼຽນຄຳ ໄດ້ຈາກປະເພດທີມຊຸດຊາຍ, 1 ຫຼຽນຄຳ ຊຸດຕີ້ງ ທີມປະສົມ, 1 ຫຼຽນຄຳ ຊາຍ 2 ຍິງ 1 ແລະ 1 ຫຼຽນຄຳ ຈາກປະເພດທີມຊຸດ ຍິງ 1 ຊາຍ 2 ເປັນເຈົ້າຫຼຽນຄຳ ສ່ວນ ທີ 2 ແມ່ນໄທ. ນອກຈາກນັ້ນ, ສຸລະສິດ ຄຳວົງສາ ກໍຍັງຄວ້າຫຼຽນຄຳ ງານກິລາເປຕັງ ຊີງແຊ໋ມອາຊີປາຊີຟິກ ຄັ້ງທີ Vll ທີ່ນະຄອນຫຼວງ ບາງກອກ ປີ 2003 ອີກດ້ວຍ.

ແຫຼ່ງຂໍ້ມູນ: ໂດຍ ປາກ​ກາ​ດຳ Lao su su ລາວ ສູ້ ສູ້

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: