ດ່ວນ!!! ວິທະຍາໄລ ວຽງຈັນພັດະນາອາຊີບ ຕ້ອງການພະນັກງານຄູ ແລະ ພະນັກງານປະຈຳຫ້ອງການຫຼາຍຕຳແໜ່ງ

ປະກາດຮັບສະຫມັກພະນັກງານຄູ ແລະ ພະນັກງານປະຈຳຫ້ອງການດ່ວນນນ ສາມາດເລີ່ມວຽກໄດ້ເລີຍ?? ທາງເຮົາຕ້ອງການຂະຫຍາຍກິດຈະການໃຫມ່

? ຄູສອນປະຈຳ ວັນຈັນ ຫາ ສຸກ ເວລາເຂົ້າການ 7.45 – 16.45
1. ວິຊາສອນ ປຸງແຕ່ງອາຫານ 2 ທ່ານ
2. ວິຊາສອນ ການໂຮງແຮມ . 2 ທ່ານ
3. ວິຊາສອນ ສ້ອມແປງລົດຈັກ 2 ທ່ານ
4. ວິຊາສອນ ສ້ອມແປງລດໃຫຍ່ 2 ທ່ານ
5. ວິຊາສອນ ການບໍລິການອາຫານ ແລະ ເຄື່ອງດື່ມ 2 ທ່ານ
6. ພະນັກງານປະຈຳຫ້ອງການ 1 ທ່ານ (ເພດຍິງ) ຕ້ອງສາມາດເຮັດບັນຊີລາວ ແລະ ບັນຊີໂຄງການໄດ້
7. ໄດ້ພາສາອັງກິດຈະພິຈາລະນາເປັນພິເສດ

ເງື່ອນໄຂຂອງຜູ້ສະຫມັກ

1. ຈົບວິຊາຄູຊັ້ນສູງກ່ຽວກັບວິຊາສະເພາະຂື້ນໄປເຊັ່ນ: ປຸງແຕ່ງອາຫານ. ການໂຮງແຮມ. ເຕັກໂນໂລຊີລົດຈັກ. ເຕັກໂນໂລຊີລົດຍົນ ມາໂດຍສະເພາະ
2. ມີຄວາມສາມາດແຕ່ງບົດສອນ ຄູ່ມືຄູ
3. ມີຄອມພິວໂນດບຸກ ແລະ ຍານພາຫະນະເປັນຂອງຕົນເອງ
4. ອົດທົນ ດຸຫມັ່ນ ຕົງຕໍ່ເວລາ ຊື່ສັດ ຮັກໃນອາຊີບຄູແທ້ຈິງ
5. ສຳລັບພະນັກງານຫ້ອງການຕ້ອງມີຄວາມຊື່ສັດ ອົດທົນ ດຸຫມັ່ນກົງຕໍ່ເວລາ

ຫມາຍເຫດ: ເງິນແລະສະວັດດີການຂື້ນກັບຄວາມສາມາດ ແລະ ປະສົບການ ສາມາດມາລົມກັນໃນຕອນສຳພາດ

ເອກະສານສະຫມັກງານມີດັ່ງນີ້

1 ສຳເນົາໃບປະກາດ
2 ສຳເນົາໃບຄະແນນ
3 ສຳເນົາໃບຜ່ານງານ
4 ສຳເນົາສຳມະໂນຄົວ
5 ໃບຢັ້ງຢືນທີ່ຢູ່
6 ໃບແຈ້ງໂທດ (ສຳລັບພະນັກງານປະຈຳຫ້ອງການ)
7 ຮູບຖ່າຍ 3×4 2 ໃບ

ສອບຖາມລາຍລະອຽດທີ່ເບີ what’s app 02054877037
ສະຖາທີ່ເຮັດວຽກ ບ້ານດົງປ່າແຫລບ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...