ສະໜັບສະໜູນໂຄງການ ສົ່ງເສີມແຜ່ນແພລາວອອກສູ່ຕະຫຼາດເອີຣົບ

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ສະມາຄົມຫັດຖະກຳລາວ ແລະ CBI ເຊັນບົດບັນທຶກຮ່ວມກັນ ສະໜັບສະໜູນໂຄງການ ສົ່ງເສີມແຜ່ນແພລາວອອກສູ່ຕະຫຼາດເອີຣົບ, ໂດຍໃຫ້ໂອກາດ15 ບໍລິສັດຂອງລາວ ໄດ້ພັດທະນາສິນຄ້າຕົນໃຫ້ຖືກກັບຄ່ານິຍົມຜູ້ບໍລິໂພກໃນເອີຣົບ.

ໂຄງການຮ່ວມມືລະຫວ່າງ ສະມາຄົມຫັດຖະກຳລາວ ແລະ ສູນສົ່ງເສີມການນຳເຂົ້າສິນຄ້າຈາກບັນດາປະເທດກຳລັງພັດທະນາຂອງປະເທດໂຮນລັງ ຫຼື CBI ໄດ້ເລີ່ມຂຶ້ນແຕ່ປີ 2016 ເປັນຕົ້ນມາ, ພາຍຫຼັງທີ່ CBI ໄດ້ຮ່ວມເຮັດວຽກກັບປະເທດມຽນມາ, ກຳປູເຈຍ ແລະ ຫວຽດນາມ ຫຼື ບັນດາປະເທດ CLMV (ປະເທດອາຊຽນທີ່ມີລາຍໄດ້ຕ່ຳ).

ສປປລາວ, ເບື້ອງຕົ້ນໄດ້ມີການປຶກສາຫາລືກັນ ໂດຍທາງສະມາຄົມຫັດຖະກຳລາວ ໄດ້ເຊື້ອເຊີນຜູ້ຕາງໜ້າຈາກ CBI ມາຢ້ຽມຊົມງານມະຫະກຳຫັດຖະກຳລາວ ແລະ CBI ເຫັນວ່າສິນຄ້າຫັດຖະກຳລາວນັ້ນມີຄວາມຫຼາກຫຼາຍ, ມີຄວາມປານີດ ແລະ ມີຄວາມເປັນເອກະລັກຂອງລາວ ແລະ ທາງ CBI ຈຶ່ງໄດ້ເລືອກເອົາຂະແໜງຫັດຖະກຳລາວ.

ການເຊັນສັນຍາຮ່ວມກັນໃນຄັ້ງນີ້ກໍເພື່ອລະບຸບົດບາດຂອງແຕ່ລະພາກສ່ວນເພື່ອອຳນວຍຄວາມສະດວກໃນການປະຕິບັດໂຄງການ ໂດຍຈະເລີ່ມແຕ່ນີ້ຈົນເຖິງປີ 2024.

ຜູ້ຈັດການໂຄງການ CBI ກ່າວວ່າ: “CBI ເປັນສູນສົ່ງເສີມການນຳເຂົ້າສິນຄ້າຈາກປະເທດກຳລັງພັດທະນາ ແລະ ເປັນໜ່ວຍງານໜຶ່ງຂອງລັດຖະບານໂຮນລັງ ພວກເຮົາສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງທົ່ວໂລກໃນຂະແໜງການຕ່າງໆໃນການເຂົ້າເຖິງຕະຫຼາດເອີຣົບ“.

ຊ່ຽວຊານດ້ານການພັດທະນາອົງການຈັດຕັ້ງຂອງໂຄງການ CBI ກ່າວວ່າ:

“ການໃຫ້ການຊ່ວຍເຫຼືອດ້ານວິຊາການໃຫ້ແກ່ບັນດາບໍລິສັດໃນການສົ່ງອອກ ແມ່ນສຸມໃສ່ 15 ບໍລິສັດທີ່ກຳລັງສົ່ງອອກ ຫຼື ມີທ່າແຮງສູງໃນການສົ່ງອອກສິນຄ້າແຜ່ນແພຕົກແຕ່ງເຮືອນ ແລະ ຈະມີການພັດທະນາປັບປຸງສິນຄ້າໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດເອີຣົບ ຫຼື ປັບປຸງຂະບວນການດຳເນີນທຸລະກິດໃຫ້ເປັນມືອາຊີບໃນການສົ່ງອອກ“.

ແຫຼ່ງຂໍ້ມູນ: Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...