ລັດ​ຖະ​ບານ​ເຜີຍ ໃນ​ປີ 2018 ນີ້, ຂະ­ແໜງ​ກະ­ສິ­ກຳ ຂະ­ແໜງ​ອຸດ­ສາ­ຫະ­ກຳ ບໍ່​ບັນ​ລຸ​ຕາມແຜນ​ກາ​ນທີ່​ວາງ​ໄວ້

ຂະ­ແໜງ​ກະ­ສິ­ກຳ ຂະ­ແໜງ​ອຸດ­ສາ­ຫະ­ກຳ ແລະ ຂະ­ແໜງ​ບໍ­ລິ­ການ​ເປັນ 3 ຂະ­ແໜງ​ສຳ­ຄັນ​ທີ່​ເປັນ​ເສົາ­ຄ້ຳ ແລະ ຕົວ​ຊີ້​ວັດ​ເຖິງ​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະ­ເທດ ເຊິ່ງ​ປີ 2018 ຂະ­ແໜງ​ກະ­ສິ­ກຳ ແລະ ອຸດ­ສາ­ຫະ­ກຳ ຈະ​ບໍ່​ສາ­ມາດ​ບັນ­ລຸ​ໄດ້​ຕາມ​ແຜນ­ການ​ທີ່​ວາງ​ໄວ້ ສ່ວນ​ຂະ­ແໜງ​ບໍ­ລິ­ການ ແມ່ນ​ລື່ນ​ແຜນ­ການ​ລະ­ດັບ 6,4%.

ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ກ່າວ​ໃນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 6 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ບາງ​ຕອນ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 9 ເດືອນ​ປີ 2018 ຄາດ​ຄະ­ເນ​ອັດ­ຕາ​ການ​ເພີ່ມ​ຂຶ້ນ​ຂອງ GDP ໝົດ​ປີ ຈະ​ບັນ­ລຸ 6,5% ຈາກ​ແຜນ­ການ 7% ມູນ​ຄ່າ 152.425 ຕື້​ກີບ ແຕ່​ຖ້າ​ຄິດ­ໄລ່​ເປັນ​ມູນ​ຄ່າ GDP ຕໍ່​ຫົວ​ຄົນ​ແມ່ນ​ສູງ​ກວ່າ​ແຜນ­ການ​ວາງ​ໄວ້ 2.599 ໂດ​ລາ​ສະ­ຫະ­ລັດ (ແຜນ­ການ 2.536 ໂດ​ລາ) ສ່ວນ​ການ​ຜະ­ລິດ​ຂອງ​ຂະ­ແໜງ­ການ​ເສດ­ຖະ­ກິດ ແລະ ບໍ­ລິ­ການ​ຢູ່​ພາຍ​ໃນ​ປະ­ເທດ ໂດຍ​ສະ­ເພາະ ຂະ­ແໜງ​ກະ­ສິ­ກຳ ແລະ ປ່າ­ໄມ້ ໂດຍ​ລວມ​ຄາດ​ວ່າ​ຈະ​ມີ​ອັດ­ຕາ​ການ​ເຕີບ​ໂຕ​ຫຼຸດ​ແຜນ­ການ ໂດຍ​ຈະ​ສາ­ມາດ​ບັນ­ລຸ​ໄດ້​ພຽງ 2,5% ຈາກ​ແຜນ­ການ 2,8% ເນື່ອງ​ຈາກ​ເນື້ອ­ທີ່​ການ​ຜະ­ລິດ 90.670 ເຮັກ­ຕາ ເສຍ​ຫາຍ​ຈາກ​ໄພ​ທຳ​ມະ​ຊາດ ມູນ​ຄ່າ​ຫຼາຍ​ກວ່າ 1.261,6 ຕື້​ກີບ ຂະ­ແໜງ​ອຸດ­ສາ­ຫະ­ກຳ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 7,7% ແຕ່​ຫຼຸດ​ແຜນ­ການ​ວາງ​ໄວ້ 1,4% ຍ້ອນ​ຜົນ​ກະ­ທົບ​ຈາກ​ປັດ­ໃຈ​ພາຍ​ນອກ ເປັນ­ຕົ້ນ ລາ­ຄາ​ແຮ່​ທາດ ແລະ ໄຟ­ຟ້າ​ທີ່​ຍັງ​ບໍ່​ປັບ​ໂຕ​ດີ​ຂຶ້ນ ສິນ­ຄ້າ​ສົ່ງ​ອອກ​ບໍ່​ສູງ ເຊິ່ງ​ການ​ຜະ­ລິດ​ໄຟ­ຟ້າ​ຄາດ​ວ່າ​ເພີ່ມ​ຂຶ້ນ​ປະ­ມານ 7,5% ໃນ​ປີ 2018 ຫຼຸດ​ລົງ 32,4% ໃນ​ປີ 2017 ຂະ­ແໜງ​ແຮ່​ທາດ​ຍັງ​ສືບ­ຕໍ່​ຕິດ​ລົບ 0,3% (ປີ­ຜ່ານ­ມາ​ຕິດ​ລົບ 4,3%) ຂະ­ແໜງ​ກໍ່­ສ້າງ ເພີ່ມ​ຂຶ້ນ 21,9% ຍ້ອນ​ຫຼາຍ​ໂຄງ­ການ​ໃຫຍ່​ມີ​ຄວາມ​ຄືບ​ໜ້າ​ດີ ໂດຍ​ສະ­ເພາະ ໂຄງ­ການ​ກໍ່­ສ້າງ​ທາງ​ລົດ­ໄຟ​ລາວ-ຈີນ ປັດ­ຈຸ­ບັນ​ຄືບ​ໜ້າ​ຫຼາຍ​ກວ່າ 40%.
#insidelaos
#ອິນ​ໄຊ​ລາວ
Cr.Vientianeai
https://uppicimg.com/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...