ທລຍ ວ່າ ປະຊາຊົນລາວຜູ້ທຸກຍາກໃນຊົນນະບົດ 1,2 ລ້ານຄົນ ມີຊີວິດການເປັນຢູ່ດີຂຶ້ນ

15 ປີ​ຜ່ານ​ມາ ກອງ​ທຶນ​ລຶບ​ລ້າງຄວາມ​ທຸ​ກ​ຍາກ (ທ​ລຍ) ໄດ້​ມີ​ຜົນ​ສຳ​ເລັດ​ຫລ​າຍ​ດ້ານ​ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ວຽກ​ງານ​ແກ້​ໄຂ​ຄວາມ​ທຸກ​ຍາກ​ ໃຫ້​ປະ​ຊາ​ຊົນ ເປັນ​ຕົ້​ນ ​ແມ່ນອົງ​ການ​ຈັດ​ຕັ້ງ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ ຢູ່​ໃນ​ເຂດ​ຊົນນະບົດ ​ຫ່າງ​ໄກ​ສອກຫລີກ ​ຂອງ 43ເມືອງທຸກ​ຍາກ ​ໃນ 10 ແຂວງ ຂອງ​ລາວ ເຊິ່ງ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ ກວມ​ເອົາ 1,2 ລ້ານກວ່າ​ຄົນ ມີ​ຊີ​ວິ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ.

ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ປະ​ທານ​ສະ​ພາ​ບໍ​ລິ​ຫານ ທ​ລຍ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ ໃນ​ໂອ​ກາດ​ການ​ສ້າງ​ຕັ້ງ​ ກອງ​ທຶນ​ລຶບ​ລ້າງ​ຄວາມ​ທຸ​ກ​ຍາກ ຄົບ​ຮອບ 15 ປີ (31/5/2003-31/5/2018) ​ວ່າ: ນັບ​ແຕ່​ສ້າງ​ຕັ້ງ ທ​ລຍ ຂຶ້ນ​ມາ​ເຫັນ​ວ່າມີ​ປະ​ສິດ​ທິ​ຜົນ ເຊິ່ງ​ສະ​ແດງ​ອອກ​ໃນ​ການ​ນຳ​ໃຊ້​ເງິນທຶນ ແມ່ນ​ມີ​ເປົ້າ​ໝາຍ​ ແລ​ະ ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ ໄປ​ໃຫ້​ປະ​ຊາ​ຊົນ ​ເຂດ​ຊົນນະບົດ ​ຢ່າງ​ແທ້​ຈິງ. ຍ້ອນ​ມີ​ແບບ​ແຜນ​ ໃນ​ການ​ເຮັດ​ວຽກ​ຢ່າງ​ເປັນ​ລະ​ບົບ​ ເຊິ່ງ​ພະ​ນັກ​ງານ ທ​ລຍ ໄດ້​ລົງ​ໄປ​ພົບ​ກັບ​ ປະ​ຊາ​ຊົນ​ທີ່​ຢູ່​ໃນ​ບ້ານ​ທຸກ​ຍາກ ແລະ ສຳ​ຫລວດ​ ສາ​ເຫດ​ທີ່​ພາ​ໃຫ້​ມີ​ຄວາມ​ທຸກ​ຍາກ​ ຂອງ​ປະ​ຊາ​ຊົນ, ຈາກ​ນັ້ນ, ກໍ​ໄດ້​ມີ​ການ​ພົບ​ປະ​ກັບ​ ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ບ້ານ ​ເພື່ອ​ປຶກ​ສາ​ຫາ​ລືຂັ້ຂຕອນ​ຕ່າງໆ​ ໃນ​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ​ໃຫ້​ປະ​ຊາ​ຊົນ ເພື່ອ​ສະ​ໜອງ​ສິ່ງ​ທີ່​ປະ​ຊາ​ຊົນ ​ຕ້ອງ​ການ​ໃນ​ການ​ທຳ​ມາ​ຫາ​ກິນ ​ແລະ ດຳລົງ​ຊີວິດ ເປັນ​ຕົ້ນ ​ແມ່ນ​ການ​ສະ​ໜອງຊົນ​ລະ​ປະ​ທານ ​ເພື່ອ​ປະ​ກອບ​ໃນ​ການ​ເຮັດ​ນາ, ກໍ່​ສ້າງ​ສ້ອມ​ແປງ​ເສັ້ນ​ທາງ, ຂົວ​ໄປ​ຫາ​ບ້ານ ແລະ ໄປ​ຫາ​ເຂດ​ທຳ​ການ​ຜະ​ລິດ, ການ​ກໍ່​ສ້າງ​ສ້ອມ​ແປງ​ໂຮງ​ຮຽນ,ສຸກ​ສາ​ລາ, ຖົງ​ຢາ​ປະ​ຈຳ​ບ້ານ, ການ​ກໍ່​ສ້າງ​ສ້ອມ​ແປງ​ ລະ​ບົບ​ນ້ຳ​ສະ​ອາດ ແລະ ການ​ຕັ້ງ​ກຸ່ມ​ຊ່ວຍ​ເຫລືອ​ ເຊິ່ງ​ກັນ ແລະ ກັນ. ທ​ລຍ ​ໄດ້​ປະ​ຕິ​ບັດ​ວຽກ​ງານ ​ຕາມ​ການມອບ​ໝາຍ​ ຂ​ອງ​ລັດ​ຖະ​ບ​ານ ​ໂດຍ​ສຸມ​ໃສ່ການ​ພັດ​ທະ​ນາ ​ຊົນ​ນະ​ບົດ​ ​ເຊິ່ງ​ມີ​ທ່າ​ກ້າ​ວ​ໜ້າ​ຫລາຍ​ດ້ານ ໂດຍ​ສະ​ເພາະ​ແມ່ນ ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ອັນ​ເປັນ​ການ​ປູ​ພື້ນ​ຖານ ​ໃຫ້​ກັບ​ປະ​ຊາ​ຊົນ​ ໄດ້​ເຂົ້າ​ເຖິງ​ການ​ບໍ​ລິກ​ານຂອງ​ລັດ​ໄດ້​ດີ​ຂຶ້ນ​ເລື້ອຍໆ.

​ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ທ​ລຍ ນີ້​ຕໍ່​ໄປ, ພ້ອ​ມ​ທັງ​ສືບ​ຕໍ່​ໃຫ້​ ການ​ສະ​ໜັບ​ສະ​ໜູນ​ ຈັດ​ສັນ​ງົບ​ປະ​ມານ​ຂຶ້ນ​ຕື່ມ ເຖິງ​ແມ່ນ​ວ່າ​ປະ​ເທດ ​ຂອງ​ພວກ​ເຮົາ​ຈະ​ເປັນ​ປະ​ເທດ​ ທີ່​ມີ​ລາຍ​ຮັບ​ປານ​ກາງ​ກໍຕາມ ແຕ່​ຕົວ​ຈິງ​ປະ​ຊາ​ຊົນ​ ໃນ​ເຂດ​ຊົນ​ນະ​ບົດ​ ຍັງ​ມີ​ຄວາມ​ທຸກ​ຍາກ ຫລາຍ​ສົມຄວນ ​ແລະ ອັດ​ຕາ​ສ່ວນ​ຄວາມ​ທຸກ​ຍາກ ​ຂອງ​ປະ​ເທດ​ເຮົາ​ຍັງ​ສູງກວ່າ​ ປະ​ເທດ​ອ້ອມ​ຂ້າງ.

Cr.KPl

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.