ໄອດໍ້ຄົນລຸ່ນໃໝ່! ນັກຮ້ອງຜູ້ໄທເຊໂປນ “ສິລິພອນ ສີປະເສີດ”

ໃນຊ່ວງນີ້ ບໍ່ມີໃຜທີ່ບໍ່ຮູ້ຈັກ “ສິລິພອນ ສີປະເສີດ” ນັກຮ້ອງສຽງດີ ປະຈຳຊ່ອງຢູທູບ Una studio

ເຊິ່ງຫຼາຍຄົນ! ເຄີຍຊົມຜົນງານຂອງລາວມາຫຼາຍແລ້ວ! ເຮົາມາຮູ້ຈັກທີ່ໄປທີ່ມາຂອງລາວນຳກັນເລີຍ!!!

ອ້າຍເທິ ຢູ່ນາ ເປັນຄົນຊັກຊວນສິລິພອນມາ Cover ເພງດັງ ທັງລາວ ແລະໄທ ແລະເພງ “ເຊລະນອງ” ເປັນເພງທຳອິດຂອງສາວຄົນນີ້ ເຊິ່ງປະພັນໂດຍ ອາຈານດອກເພັດ ແດນຈຳພອນ.

ສິລິພອນ ເກີດທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ເປັນດິນແດນຂອງຄົນຜູ້ໄທ (ສ່ວນຫຼາຍ) ທີ່ຢູ່ຕິດຊາຍແດນຫວຽດນາມ.

ຄອບຄົວຂອງລາວ ມີວົງດົນຕີເອເລັກໂທນ ຫຼືຮັບຈ້າງເສບສົດ ຕາມງານບຸນທົ່ວໄປ ແລະລາວກໍຮ້ອງເພງມາຕັ້ງແຕ່ອາຍຸ 4 ປີພຸ້ນ.

ໃນທຸກໆມື້, ລາວຈະຊ່ອຍແມ່ຂາຍເຂົ້າໜົມທີ່ຕະຫຼາດເຊໂປນ ກ່ອນໄປເຂົ້າໂຮງຮຽນ.

ຕອນເລີ່ມມີຊື່ສຽງໃນໂລກອອນລາຍ ສິລິພອນ ອາຍຸໄດ້ 14 ປີ ແລະໃນປັດຈຸບັນນີ້ 19 ປີ.

ແລະຮຽນຈົບ ມສ ເຊໂປນ ໃນປີ 2018.

ຄັນມີຂໍ້ມູນເພີ່ມຕື່ມ ແອັດຈະຊອກມາຂຽນລົງເພີ່ມອີກເດີ!!!

ແຫຼ່ງຂໍ້ມູນ: ຮູບພາບ: ເທິ ຢູ່ນາ, ຂໍ້ມູນ: ເປັນເລື່ອງເປັນລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...