ຕໍ່​ໄປ​ນີ້ ກະຊວງສາທາ ຈະພັດທະນາຄຸນນະພາບວິຊາຊີບ ​ແລະປິ່ນປົວແບບຍືນຍົງ

ໃນທ້າຍອາທິດທີ່ຜ່ານມາ ທີ່ໂຮງແຮມແລນມາກ  ນະຄອນຫລວງວຽງຈັນ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ  ແລະ ສະພາຄຸ້ມຄອງວິຊາຊີບປິ່ນປົວ,  ກະຊວງສາທາລະນະສຸກ  ໄດ້ຈັດກອງປະຊຸມ ເພື່ອປະກາດເລີ່ມດຳເນີນການຈັດຕັ້ງປະຕິບັດ ໂຄງການພັດທະນາ  ແລະ ຮັບປະກັນຄຸນນະພາບວິຊາຊີບປິ່ນປົວແບບຍືນຍົງ ຂອງບພະຍາບານ ໃນ ສປປ ລາວ  ດີຂຶ້ນກວ່າເກົ່າ. ກອງປະຊຸມ ຍັງມີການແລກປ່ຽນຂໍ້ມູນ-ຂ່າວສານ  ກ່ຽວກັບຄວາມຄືບໜ້າ ແລະ ແຜນການໃນຕໍ່ໜ້າ.

ທ່ານ ດຣ. ບຸນໜັກ ໄຊຊະນະສົງຄາມ  ຫົວໜ້າກົມປິ່ນປົວ ແລະ ຟືີນຟູໜ້າທີ່ການ ກະຊວງສາທາລະນະສຸກ ກ່າວວ່າ:  ໂຄງການນີ້ເປັນໂຄງການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກ  ແລະ ອົງການໄຈກາ ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ  ໂດຍມີກຳນົດການຈັດຕັ້ງປະຕິບັດ 5 ປີ  ເຊິ່ງເລີ່ມຕົ້ນແຕ່ເດືອນ ກໍລະກົດ 2018 ແລະ ຈະສິ້ນໂຄງການໃນເດືອນ  ກໍລະ ກົດ 2023 ເປົ້າໝາຍ ລວມຂອງໂຄງການນີ້  ແມ່ນເພື່ອປັບປຸງຄຸນນະພາບ ຂອງຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ  ເຮັດໃຫ້ຄຸນນະພາບປິ່ນປົວດີຂຶ້ນ ໂດຍສະເພາະ ແມ່ນວິຊາຊີບພະຍາບານ.

ການຈັດຕັ້ງປະຕິບັດໂຄງການນີ້  ຍັງຈະມີຜົນໄດ້ຮັບດ້ານ ນິຕິກຳ  ແລະ ລະບຽບການຕ່າງໆ ສຳລັບລະບົບການອອກໃບອະນຸຍາດ ແລະ ຂຶ້ນທະບຽນ ຜູ້ປະກອບການວິຊາຊີບປິ່ນປົວ  ໃນ ສປປ ລາວ ໄດ້ຈັດຕັ້ງປະຕິບັດການສອບເສັງລະດັບຊາດ  ເພື່ອຢັ້ງຢືນຂີດຄວາມສາມາດ ໃນການອອກໃບອະນຸຍາດ ແລະ ຮັບປະກັນຄຸນນະພາບ ຂອງວິຊາຊີບພະຍາບານ  ໄດ້ຮັບການຈັດຕັ້ງ ປະຕິບັດໂຄງ ການ ຫລັກສູດຝຶກງານ ຂອງພະຍາບານຢູ່ໃນໂຮງໝໍຄູ່ຮ່ວມງານ  ແລະ ປະຕິບັດຕາມຂັ້ນຕອນຕ່າງໆ  ເພື່ອອອກໃບອະນຸຍາດປະກອບວິຊາຊີບປິ່ນປົວສົມບູນ  ໃຫ້ແກ່ຜູ້ປະກອບວິຊາຊີບການພະຍາບານ.

ພາບປະກອບ: http://www.laolanexang-gold.com

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...