​ຊົມ​ເຊີຍ! ພາກ​ລັດ​ຈະສົ່ງເສີມການຫັນບໍລິຫານ​ແລະບໍລິການຂອງ​ຕົນ ​ກ້າວໄປສູ່ລະບົບເອເລັກໂຕຣນິກ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສ້າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແລະ ນຳມາສະເໜີໃຫ້ສະມາຊິກສະພາແຫ່ງຊາດ ພິຈາລະນາ ແລະ ຮັບ ຮອງເອົາ, ເຊິ່ງການສ້າງກົດໝາຍດັ່ງກ່າວ ກໍເພື່ອສົ່ງເສີມການຫັນການບໍລິຫານ, ບໍລິການຂອງພາກລັດ ໄປສູ່ລະບົບເອເລັກໂຕຣນິກໄດ້ຢ່າງມີປະສິດທິ ພາບ ໂດຍຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານພາກລັດ, ທັງສ້າງເງື່ອນໄຂໃຫ້ພາກທຸລະກິດ ສາມາດດຳເນີນທຸລະກິດໄດ້ຢ່າງສະດວກ, ປະຫຍັດ ແລະ ປອດໄພ.


ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ໃຫ້ຮູ້ ໃນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນມື້​ວານນີ້ວ່າ: ການສ້າງກົດໝາຍສະບັບນີ້ ແມ່ນມີຄວາມຈຳເປັນເພື່ອຄຸ້ມຄອງ, ເກັບກຳ ແລະ ສົ່ງເສີມການນຳໃຊ້ລາຍເຊັນເອເລັກໂຕຣນິກ, ເຮັດໃຫ້ການນຳໃຊ້ ແລະ ການບໍລິການມີຄວາມຖືກຕ້ອງ ແລະ ໄດ້ມາດຕະຖານ ແນໃສ່ສ້າງຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ, ປອດໄພ ແລະ ຍຸຕິທໍາ ຕໍ່ຜູ້ບໍລິການ ແລະ ຜູ້ໃຊ້ບໍລິການໃນຂົງ ເຂດການຄ້າ, ການເງິນ ແລະ ບໍລິການທາງອິນເຕີເນັດອື່ນໆ, ທັງເປັນການ ຜັນຂະຫຍາຍ ແລະ ຮອງຮັບ ກົດ ໝາຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກົດໝາຍປົກປ້ອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ດຳລັດວ່າດ້ວຍສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ ໃຫ້ສາມາດປະຕິບັດໄດ້ຢ່າງສະດວກ ແລະ ຮັບປະກັນຄວາມປອດໄພເປັນການຊຸກຍູ້ການຄ້າເອເລັກໂຕຣນິກ (e-Commerce) ໃຫ້ສາມາດຂະຫຍາຍຕົວ ແລະ ເຊື່ອມໂຍງກັບສາກົນໄດ້.


ສຳລັບຜົນປະໂຫຍດທີ່ຈະໄດ້ ຈາກກົດໝາຍດັ່ງກ່າວ ແມ່ນຮັບປະກັນຄວາມປອດໄພ ໃນການສົ່ງ-ຮັບເອກະ ສານຂອງພາກລັດ ແລະ ປະຊາຊົນ ໂດຍສະເພາະວຽກງານ ປກສ, ປກຊ, ວຽກງານການເງິນ, ທະນາຄານ, e-Passport, e-VISA ແລະ ອື່ນໆ; ອໍານວຍຄວາມສະດວກ ໃນເຮັດທຸລະກິດຜ່ານອິນເຕີເນັດ ໂດຍສະເພາະທຸລະກໍາການເງິນ, ການຄ້າທາງເອເລັກໂຕຣນິກໃຫ້ມີການຂະຫຍາຍ ຕົວຫລາຍຂຶ້ນ; ສ້າງຄວາມເຊື່ອໝັ້ນໃນການລົງທຶນຂອງນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ; ປະຢັດງົບປະມານລາຍຈ່າຍສໍາລັບຜູ້ຊົມໃຊ້ ແລະ ສາມາດສ້າງລາຍຮັບເຂົ້າລັດ ແລະ ເຮັດໃຫ້ມີຄວາມໂປ່ງໃສ ກວດສອບໄດ້ ຊ່ວຍປ້ອງກັນການ ສໍ້ລາດບັງຫລວງ.

#insidelaos

#ອິນ​ໄຊ​ລາວ

ທີ່​ມາ: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...