ໂຄງການເຂື່ອນໄຟຟ້ານໍ້າຕົກປາກລາຍ ເປີດ ກອງປະຊຸມແລກປ່ຽນຂໍ້ມູນ ຄັ້ງທີ 2

 ບໍ່​ດົນ​ຜ່ານ​ມາ, ທີ່ແຂວງບຶງການ, ກົມຊັບພະຍາກອນນໍ້າ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແຫ່ງປະເທດໄທ ໄດ້ຈັດກອງປະຊຸມແລກປ່ຽນຂໍ້ມູນລະດັບຊາດ ຄັ້ງທີ 2 ກ່ຽວກັບການປຶກສາຫາລືລ່ວງໜ້າຂອງໂຄງການເຂື່ອນໄຟຟ້າພະລັງນໍ້າ ນໍ້າຂອງປາກລາຍ ເພື່ອເປັນການໃຫ້ຂໍ້ມູນ ແລະ ຊີ້ແຈງບັນດາຂໍ້ກັງວົນ ຂອງຜູ້ທີ່ມີສ່ວນຮ່ວມ ຕາມທີ່ໄດ້ລະບຸໄວ້ໃນຂະ ບວນການແຈ້ງໃຫ້ຊາບ ການປຶກສາຫາລືລ່ວງໜ້າ ແລະ ການຕົກລົງ (PNPCA) ໃນກອບຂອງສັນຍາແມ່ນໍ້າຂອງ 1995.

ການປຶກສາຫາລືຄັ້ງນີ້, ແມ່ນໄດ້ຍົກເອົາບັນຫາທີ່ກຸ່ມປະຊະຊົນຈາກບັນດາແຂວງ ທີ່ອາໃສຢູ່ລຽບຕາມແຄມແມ່ ນໍ້າຂອງຢູ່ຝັ່ງໄທ ມີຄວາມກັງວົນ ເຊິ່ງບັນຫາສ່ວນໃຫຍ່ແມ່ນ ແຜນການຄຸ້ມຄອງການຜະລິດ ແລະ ບໍລິຫານຈັດການນໍ້າ, ຄວາມປອດໄພຂອງເຂື່ອນ, ການອອກແບບທາງຜ່ານຂອງປາ, ຄຸນນະ ພາບນໍ້າ, ການໄຫລຂອງຕະກອນ, ການເຊາະເຈື່ອນຂອງດິນຕາມແຄມນໍ້າຂອງ ແລະ ການຫລຸດລົງຂອງຈໍານວນປະຊາກອນແລະ ຊະນິດຂອງປາ.

ທີ່​ມາ: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.