ເຜີຍເຄັດລັບ! ນັກຮຽນເກັ່ງລະດັບຊາດ ແນະນຳການຮຽນໃນໄລຍະຈຳກັດບໍລິເວນຢູ່ເຮືອນຢ່າງມີປະສິດທິພາບ

ໄລຍະນີ້ນັກຮຽນທົ່ວປະເທດພວມພ້ອມກັນປະຕິບັດມາດຕະການຕ້ານເຊື້ອພະຍາດໂຄວິດ 19 ໂດຍການ ຮຽນຢູ່ເຮືອນຜ່ານລະບົບອອນລາຍ, ແຕ່ຈະຮຽນແນວໃດໃຫ້ມີປະສິດທິພາບນັ້ນ,

ນາງ ສຸພາພອນ ທຳມະ ວົງສາ ນັກຮຽນເກັ່ງລະດັບຊາດ ອັນດັບທີ 1 ແລະ ເປັນຄົນດຽວທີ່ໄດ້ຄະແນນເຕັມ 10 ວິຊາ ຟີຊິກສາດ ຊັ້ນ ມ.4 ສົກຮຽນ 2016-2017 ຜ່ານມາ ຊຶ່ງປີນີ້ຮຽນຢູ່ຊັ້ນ ມ.7 ແລ້ວ ໂດຍນາງ ໄດ້ເປີດເຜີຍເຄັດລັບ ການຮຽນໃນໄລຍະຈຳກັດບໍລິເວນຢູ່ເຮືອນຢ່າງມີປະສິດທິພາບວ່າ:

ຕະຫລອດໄລຍະພັກການຮຽນ-ການ ສອນ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຖິງວ່າເຮົາຈະພັກຮຽນຢູ່ເຮືອນກໍ່ຕາມ, ແຕ່ເຮົາ ຕ້ອງໄດ້ສຶກສາໃຫ້ຫລາຍຂຶ້ນ ແລະ ໝັ່ນຮຽນຮູ້ສິ່ງໃໝ່ໆ ໂດຍຫລັກໆຈະຮຽນຕາມບົດຮຽນ ແລະບົດຝຶກຫັດ ທີ່ອາຈານໃຫ້, ຮຽນຜ່ານລະບົບອອນລາຍຜ່ານຊ່ອງທາງວັອດແອັບ ແລະ ຢູທູບ.

ພ້ອມນີ້, ນ້ອງໄດ້ສຶກສາ ຫາຄວາມຮູ້ໃໝ່ໆຜ່ານສື່ອອນລາຍຕ່າງໆໂດຍຕົນເອງຕື່ມໂດຍແບ່ງຕາຕະລາງຮຽນຢ່າງລະອຽດແຕ່ລະມື້ ໃຫ້ສົມສ່ວນກັນ ແລະ ເລືອກເວລາຮຽນທີ່ເໝາະສົມກັບຕົນເອງ ຊຶ່ງຈະກຳນົດເວລາ 9:00-17:00 ໂມງ ແລະ 20:00-22:00 ໂມງ,

ການຮຽນຫລັກໆແມ່ນຕິດຕາມ ແລະ ຮຽນຈາກກຸ່ມວັອດແອັບ ແລະ ຢູທູບ ທີ່ໂຮງຮຽນຕັ້ງຂຶ້ນ, ຈະເນັ້ນແກ້ບົດຝຶກຫັດສົ່ງໃຫ້ອາຈານ ແລະ ຖ້າບໍ່ເຂົ້າໃຈຈະຊອກຄຳຕອບ ໂດຍຕົນເອງກ່ອນເພື່ອຝຶກຂະບວນການຄວາມຄິດໄປໃນຕົວ, ຖ້າບໍ່ເຂົ້າໃຈແທ້ໆ ແລະ ຫາຄຳຕອບບໍ່ໄດ້ແທ້ ກໍ່ຈະສົ່ງຖາມເພື່ອໃຫ້ອາຈານອະທິບາຍ.

ນອກຈາກການຮຽນແລ້ວ, ນ້ອງຈະເຮັດກິດຈະກຳຄວບຄູ່ກັນໄປ ຢ່າງ ເໝາະສົມ ເພື່ອສ້າງປະສົບການໃຫ້ໂຕເອງມີຄວາມຮູ້ຫລາຍໆດ້ານຄຽງຄູ່ກັນໄປ.

ນາງ ສຸພາພອນ ເວົ້າອີກວ່າ:

ສ່ວນຮູບແບບການຮຽນ-ການສອນອອນລາຍໃນໄລຍະພັກຮຽນນີ້, ໂຮງຮຽນໄດ້ສອນທາງວັອດແອັບ ແລະ ຢູທູບ ຊຶ່ງບົດຮຽນທີ່ນຳມາສອນທຸກຢ່າງຈະຄືການສອນຢູ່ຫ້ອງຮຽນ, ມີທັງຂໍ້ດີ ແລະ ຂໍ້ບໍ່ດີເຊັ່ນ:

ຂໍ້ດີຂອງການຮຽນອອນລາຍສາມາດເບິ່ງຢ້ອນຫລັງໄດ້ຕະຫລອດເວລາ, ອາຈານບໍ່ເສຍເວລາອະທິບາຍໂຕເກົ່າຊ້ຳຄືນຫລາຍເທື່ອ ແລະ ນັກຮຽນສາມາດເລືອກຮຽນໄດ້ຕາມເວລາທີ່ຕົນຕ້ອງການ;

ສ່ວນຂໍ້ຫຍຸ້ງຍາກກໍ່ຄືຖ້າມີຄຳຖາມ ຫລື ບໍ່ເຂົ້າໃຈບົດຮຽນນັ້ນໆ ເຮົາຈະບໍ່ສາມາດຖາມອາຈານໄດ້ ໂດຍກົງ ແລະ ທັນທີ, ການຖາມ-ຕອບບົດຮຽນຈະບໍ່ມີປະສິດທິພາບເທົ່າການຮຽນໃນຫ້ອງ.

ນາງ ສຸພາພອນ ສົ່ງຄວາມຫວັງດີເຖິງນັກຮຽນ ແລະ ໝູ່ເພື່ອນທຸກຄົນ ໃຫ້ຕັ້ງໃຈສຸມໃສ່ສຶກສາຮ່ຳ ຮຽນທາງວັອດແອັບ ແລະ ຢູທູບ ທີ່ອາຈານສ້າງຂຶ້ນໃນໄລຍະພັກຮຽນນີ້, ໃຫ້ທຸກຄົນຈັດແບ່ງເວລາຮຽນ ແລະ ຈັດລຽງແຕ່ ລະວິຊາໃຫ້ເໝາະສົມກັບຕົນເອງ, ຝຶກແກ້ບົດຝຶກຫັດຫລາຍໆຖ້າບໍ່ເຂົ້າໃຈກໍ່ໃຫ້ຖາມອາຈານທັນທີ ເພື່ອເຮັດໃຫ້ການຮຽນເຮົາມີປະສິດທິພາບຫລາຍຂຶ້ນ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...