ຄວາມ​ຈິງປາ​ກົດ​ແລ້ວ! ກໍລະນີສື່ຕ່າງປະເທດ ອອກຂ່າວບິດເບືອນຕໍ່ໂຄງການທາງລົດໄຟ ລາວ-ຈີນ

ທ່ານ ຄຳສຸກ ບຸນຍະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 2 ແຂວງ ຜົ້ງສາລີ ຢືນຢັນຢ່າງໜັກແໜ້ນ ຕໍ່ສຳນັກຂ່າວສານປະເທດລາວວ່າ: ຕົນເອງບໍ່ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ວີໂອເອ (VOA ສຽງອາ ເມລິກາ) ຄືດັ່ງທີ່ນັກຂ່າວຂອງໂທລະພາບຊ່ອງ Sping News ຂອງໄທ ໄດ້ລາຍງານ ໃນວັນທີ 13 ທັນວາ 2018 ໃນເວລາປະມານ 21:00 ກ່ຽວກັບບັນຫາການກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ ທີ່ບິດເບືອນຄວາມຈິງ ແລະ ມີລັກສະນະໃສ່ຮ້າຍປ້າຍສີ.

ໃນໂອກາດໃຫ້ສຳພາດ ໃນວັນທີ 20 ທັນວາ 2018, ທ່ານ ຄຳສຸກ ບຸນຍະວົງ ຊີ້ແຈງວ່າ: ໂທລະພາບຊ່ອງ Sping News ອອກຂ່າວໃນຄັ້ງນີ້, ບໍ່ແມ່ນຄໍາເວົ້າຂອງຂ້າພະເຈົ້າ ທີ່ໄດ້ປະກອບຄຳເຫັນ ໃນກອງປະຊຸມສະພາ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ຂ້າພະ ເຈົ້າ ບໍ່ໄດ້ໄປໃຫ້ສະພາດ ຕໍ່ນັກຂ່າວວີໂອເອ ແລະ ຖືວ່ານັກຂ່າວຂອງໂທລະພາບຊ່ອງ Sping News (2 ທ່ານ ຍິງ-ຊາຍ) ຂາດຈັນຍາບັນ, ບໍ່ໜ້າເຊື່ອຖື ແລະ ເປັນການໃຫ້ຂ່າວທີ່ບໍ່ຖືກຕ້ອງ ກັບເນື້ອໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ປະການໃດ.

ການທີ່ໄດ້ອອກຂ່າວ ວິຈານຂ່າວບິດເບືອນນັ້ນ ແມ່ນເປັນການເສກສັນປັ້ນແຕ່ງ, ສ້າງກະແສຂ່າວໃຫ້ປະຊາຊົນ ແລະ ສັງຄົມເຂົ້າໃຈຜິດ ຕໍ່ການລົງທຶນຮ່ວມມື ລາວ-ຈີນ ໃນໂຄງການນີ້, ໂດຍສັງ ລວມໄດ້ ຄື: ນັກຂ່າວຊ່ອງ Sping News ເວົ້າວ່າ: “ປະຊາຊົນແຂວງຜົ້ງສາລີ ໄດ້ຮັບຜົນກະທົບໂດຍກົງຈາກໂຄງການນີ້” ແມ່ນບໍ່ຖືກຕ້ອງ ເພາະວ່າແຂວງຜົ້ງສາລີ ບໍ່ມີເສັ້ນທາງລົດໄຟຜ່ານເລີຍ, ຊຶ່ງເປັນການວິເຄາະຂ່າວທີ່ບໍ່ຮູ້ເລື່ອງ ເນື່ອງຈາກວ່າ ຕະຫລອດໄລຍະເສັ້ນທາງລົດໄຟ ທີ່ມີຄວາມຍາວທັງໝົດ 409 ກວ່າກິໂລແມັດ ໄດ້ຜ່ານບັນດາແຂວງເຊັ່ນ: ແຂວງຫລວງນ້ຳທາ 16,9 ກິໂລແມັດ, ອຸດົມໄຊ 126,9 ກິໂລແມັດ, ຫລວງພະບາງ 80 ກິໂລແມັດ, ແຂວງວຽງຈັນ 145,5 ກິໂລແມັດ ແລະ ນະຄອນຫລວງວຽງຈັນ 40 ກິໂລແມັດ.

ຂ່າວໄທລະບຸວ່າ: ລັດຖະບານລາວໄປຢືມເງິນນໍາຈີນ ແລ້ວຈ້າງຈີນ ມາເປັນຜູ້ກໍ່ສ້າງໃຫ້ ອັນນີ້ແມ່ນບໍ່ຖືກຕ້ອງ ເພາະວ່າພາຍຫລັງທີ່ມີ ບົດວິພາກເສດຖະກິດ-ເຕັກນິກ ຂອງໂຄງການນີ້ແລ້ວ ສອງລັດຖະບານ ລາວ-ຈີນ ໄດ້ມີການຮັບຮອງເອົາ ແລະ ເຫັນດີລົງທຶນຮ່ວມກັນ, ໂດຍແມ່ນຝ່າຍລາວ ຖືຮຸ້ນ 30% ແລະ ຝ່າຍຈີນ ຖືຮຸ້ນ 70% ແລ້ວທັງສອງຝ່າຍ ໄດ້ຕົກລົງສ້າງເປັນບໍລິສັດ ຮ່ວມທຶນທາງລົດໄຟ ລາວ-ຈີນ, ລວມທັງໄດ້ດຳເນີນການປະມູນ ເພື່ອຄັດເລືອກເອົາ 6 ບໍລິສັດກໍ່ສ້າງ, 3 ບໍລິສັດທີ່ປຶກສາ ແລະ 3 ບໍລິສັດ ທີ່ປຶກສາພາກສ່ວນທີ່ສາມ, ພ້ອມໄດ້ດຳເນີນການປະມູນ ຈັດຊື້-ຈັດຈ້າງຕາມລະບຽບການ. ຂ່າວລະບຸຕື່ມວ່າ: ທ້າວ ຄຳສຸກ ສສຊ ແຂວງຜົ້ງສາລີ ໄປໃຫ້ສຳພາດແກ່ວີໂອເອ ສຽງອາເມລິກາ ພາກພາສາລາວ ແລະ ເວົ້າວ່າ ຈີນ ກຳລັງທຳລາຍຄວາມ ໄວ້ເນື້ອເຊື່ອໃຈ ລະຫວ່າງກັນ, ລະຫວ່າງ ລາວ-ຈີນ, ແຕ່ຄວາມຈິງຂ້າພະເຈົ້າ ບໍ່ໄດ້ໃຫ້ສໍາພາດ ແລະ ບໍ່ໄດ້ເວົ້າແນວນີ້ເລີຍ. ຄຳເວົ້າທີ່ນັກຂ່າວທັງສອງ ເວົ້າອອກມານີ້ ເປັນການແບ່ງແຍກ ສາຍພົວພັນຮ່ວມມື ຍຸດທະສາດ ລະຫວ່າງລາວ-ຈີນ ແລະ ບໍ່ແມ່ນຄຳເວົ້າ ທີ່ປະກອບເຂົ້າໃນທິດທາງທີ່ດີ.

ກ່ຽວກັບບັນຫາແຮງງານ, “ນັກຂ່າວຊ່ອງ Sping News ກໍມີຄໍາເຫັນວ່າ: ເປັນເລື່ອງທີ່ທຸເລດນັ້ນ” ຊຶ່ງແປເປັນພາສາລາວ ກໍມີຄວາມໝາຍດູໝິ່ນປະມາດ ປະຊາຊົນລາວ ແລະ ຊາດລາວ ຊຶ່ງເປັນຄຳເຫັນ ທີ່ບໍ່ກົງກັບ ເວລາທີ່ຂ້າພະເຈົ້າ ປະກອບຄຳເຫັນ ໃນກອງປະຊຸມສະພາແຫ່ງຊາດ.

ນັກຂ່າວເວົ້າວ່າ: “ຈີນຕິດໜີ້ຄ່າຊົດເຊີຍ” ຊຶ່ງປະເດັນນີ້ ກໍເຫັນວ່າເຂົ້າໃຈບໍ່ຖືກຕ້ອງ ເພາະໃນສັນຍາສໍາປະທານໄດ້ລະບຸວ່າ ຄ່າຊົດເຊີຍທີ່ດິນ ແມ່ນລັດຖະບານລາວ ເປັນຜູ້ຮັບຜິດຊອບ ແລະ ຄ່າຊົດເຊີຍ ສິ່ງປຸກສ້າງ, ສິ່ງກີດຂວາງ ແມ່ນບໍລິສັດຮ່ວມທຶນ ລາວ-ຈີນ ເປັນຜູ້ຮັບຜິດຊອບ.

ນັກຂ່າວທັງສອງຄົນນັ້ນ ໄດ້ສະຫລຸບວ່າ: “ລາວຫາກະຮູ້ວ່າຕົນ ໄດ້ແຕ່ເສດເນື້ອ” ຫລື ຄວາມໝາຍພາສາລາວແປວ່າ ໄດ້ແຕ່ເສດຊີ້ນຕ່ອນນ້ອຍໆ ໃນໂຄງການກໍ່ສ້າງທາງລົດໄຟນີ້ ຊຶ່ງເປັນຄຳເວົ້າທີ່ບໍ່ສ້າງສັນ ແລະ ບໍ່ສອດ ຄ່ອງກັບຂໍ້ຕົກລົງ ລະຫວ່າງ ສະມາຊິກອາຊຽນ ກັບ ລັດຖະບານຈີນ ແລະ ເປັນຄຳເວົ້າທີ່ໄຮ້ສາລະ, ຊຶ່ງຂ້າພະເຈົ້າຜູ້ຖືກກ່າວຫາ, ປະຊາຊົນລາວ ແລະ ຄົນລາວ ບໍ່ຍອມຮັບເອົາໄດ້. ຕໍ່ບັນຫາເຫລົ້ານີ້, ທ່ານ ຄຳສຸກ ບຸນຍະວົງ ຜູ້ຊຶ່ງເປັນຫົວໜ້າ ຄະນະສະເພາະກິດ ຕິດຕາມກວດກາແຕ່ຫົວທີ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈຶ່ງຮຽກ ຮ້ອງໃຫ້ຄົນລາວ ມີຄວາມເຂົ້າໃຈຕາມການສະເໜີຂອງທ່ານ, ພ້ອມທັງຮຽກຮ້ອງ ແລະ ສະເໜີ ໃຫ້ຂະແໜງການທີ່ກ່ຽວຂ້ອງ ດຳເນີນມາດຕະການ ຕາມກົດໝາຍສື່ມວນຊົນຂອງລາວ, ພ້ອມທັງໄດ້ຮຽກຮ້ອງໃຫ້ນັກຂ່າວ ຂອງໂທລະພາບຊ່ອງ Sping News ທັງສອງຄົນ ຈົ່ງອອກມາສະແດງ ຄວາມຮັບຜິດຊອບ ແລະ ສະແດງຄວາມຂໍໂທດ ຕໍ່ປະຊາຊົນລາວ ທີ່ໄດ້ອອກຂ່າວ ວິຈານບິດເບືອນ ແລະ ບໍ່ຖືກຕ້ອງຕາມ ຄວາມເປັນຈິງ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.