Monday, November 10, 2025
Kbank Laos โอน รับ จ่าย

ມ.ສ ວຽງ​ຈັນ ສະ​ເຫຼີມ​ສະ​ຫຼອງ​ ວັນ​ສ້າງ​ຕັ້ງ​ກາຍ​ເຄິ່ງ​ສະ​ຕະ​ວັດ​ແລ້ວ!

ໂຮງຮຽນ​ ມສ ວຽງ​ຈັນ ​ໄດ້​ຈັດ​ງານ​ສະ​ເຫລີ​​ມສະຫລອງ ວັນ​ສ້າງ​ຕັ້ງ​ໂຮງຮຽນ ຄົບຮອບ 60 ປີ ​(1958-2018) ຂຶ້ນ ທີ່​ໂຮງຮຽນ​ດັ່ງກ່າວ, ​ໂດ​ຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຊົ​ມພູ ​ແກ້ວ​ປັນຍາ ຫົວໜ້າພະ​ແນ​ກສຶກສາ​ທິການ ​ແລະ ກິລາ ​ແລະ ທ່ານ ຄໍາ​ຮຸ່ງ ສັກ​ລໍ​ຄໍາ​ ອາດີດຫົວໜ້າ​ກົມ​ສາມັນ, ອາ​ດີດຜູ້​ອໍານວຍ​ການວິທະຍາ​ໄລ​ວຽງ​ຈັນ, ອາ​ດີດ​ຜູ້​ອໍານວຍ​ການໂຮງຮຽນອຸດົມວຽງ​ຈັນ, ມີ​ຄະນະ​ອໍານວຍ​ການ, ພະນັກງານ​ຄູ​-ອາ​ຈານ, ຜູ້​ອາວຸ​ໂສ ​ແລະ ສິດ​ເກົ່າ ​ເຂົ້າ​ຮ່ວມ.

​​ໂອກາດ​ດັ່ງກ່າວ, ທ່ານ ນາງ ວຽງ​ສຸວັນ ພະ​ໄຊສົມ​ບັດ​ ​ໄດ້​ແຈ້ງ​ໃຫ້​ຮູ້​ເ​ຖິງປະຫວັດ ຄວາມ​ເປັນ​ມາ​ຂອງ​ໂຮງຮຽນ​ຮຽນດັ່ງກ່າວ, ແລະ ​ສ້າງຕັ້ງ​ຂຶ້ນ​​ເມື່ອ​ປີ1958 ກ່ອນ​ປີ 1975 ມີຊື່ວ່າ ວິທະຍາ​ໄລ​ວຽງ​ຈັນ, ຫລັງປີ 1975 ​ໄດ້​ປ່ຽນ​ຊື່​ມາ​ເປັນ ອຸດົມ​ວຽງ​ຈັນ ​ແລະ ​ແຕ່​ປີ 1999 ​ໄດ້​ປ່ຽນ​ມາ​ເປັນ ມັດທະຍົມ​ສົມບູນ​ວຽງ​ຈັນ ​ເຖິງ​ປັດ​ຈຸ​ບັນ​. ​ໂຄງປະກອບ​ການຈັດ​ຕັ້ງ​ ຂອງ​ໂຮງຮຽນປະກອບ​ມີ ຜູ້​ອໍານວຍ​ການ 1 ທ່ານ ​ຊີ້​ນໍາ​ລວມ ​ແລະ ຮອງ​ຜູ້​ອໍານວຍ​ການ 4 ທ່ານ ແລະ​ ມີ 4 ໜ່ວຍ​ງານ​ໃຫຍ່​ ຄື: ໜ່ວຍ​ງານ​ບໍລິຫານ, ​ໄອ​ຊີ​ທີ, ວິ​ຊາ​ການ ​ແລະ ໜ່ວຍ​ງານ​ຄຸ້ມ​ຄອງ, ມີ 29 ຈຸ​ງານ ​ແລະ 17 ກອງ​ງານ.

ສໍາລັບ​ສະ​ຖິຕິ​ພະນັກງານມີ ​ຄູແລະ ​ພະນັກງານ​ທັງ​ໝົດ 165 ຄົນ, ຍິງ 111 ຄົນ, ພະນັກງານ​ຫ້ອງ ການ 6 ຄົນ, ຍິງ 3 ຄົນ, ຄູ​ສອນ 140 ຄົນ, ຍິງ 108ຄົນ, ຄູ​ອະນຸບານ-​ລ້ຽງ​ເດັກ 4 ຄົນ, ຍິງ 1 ຄົນ, ຄູ​ຊ່ຽວຊານ 1 ຄົນ, ຍິງ 1 ຄົນ, ຄູ​ຊຳ​ນານ​ງານ 2 ຄົນ, ຄູ​ປະສົບ​ການ 7 ຄົນ, ຍິງ 5 ຄົນ ​ແລະ ຄູ​ອາສາ​ສະ ໝັກ 18 ຄົນ, ຍິງ 16 ຄົນ. ມີ​ອາຄານ​ທັງ​ໝົດ​ 16 ຫລັງ, 84 ຫ້ອງ, ຫ້ອງ​ຄອ​ມພິວ​ເຕີ 2 ຫ້ອງ (ບີ​ແລັງ 1 ຫ້ອງ) ​ແລະ ຫ້ອງ​ສາຍຮູບ​ເງົາ 1 ຫ້ອງ. ​ໃນ​ນັ້ນ, ​ຫ້ອງ​ຮຽນ ​ມີ 4 ພາກສ່ວນ ​ຄື: ຫ້ອງ​ຮຽນ​ພອນ​ສະຫວັນ ​ແມ່ນ​ສິດສອນ​ຕາມ​ໂຄງການ ​ຫລັກສູດ​ຂອງ​ກະຊວງ ​ສຶກສາ​ທິການ ​ແລະ ກິ​ລາ, ​ແຕ່​ລົງ​ເລິກ 4 ວິຊາ​ຫລັກ​ ຄື ວິຊາ​ຄະ ນິດສາດ, ຟີ​ຊິກ​ສາດ, ​ເຄມີ ​ແລະ ວິຊາ​ພາສາ​ລາວ-​ວັນນະ​ຄະດີ, ຫ້ອງ​ຮຽນ​ທົ່ວ​ໄປ​ແມ່ນ​ ສອນ​ຕາມ​ໂຄງການ​ຫລັກ ສູດ​ ຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ຫ້ອງ​ຮຽນ 2 ພາສາ​ ແມ່ນ​ສອນ​ວິຊາ​ສາຍ​ທໍາ​ມະ​ຊາດ​ເປັນ​ພາສາ​ຝຣັ່ງ ​ແລະ ຫ້ອງ​ໄອ​ຊີ​ທີ ​ແມ່ນ​​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ ເຂົ້າ​​ໃນ​ການ​ຮຽນ​ການ​ສອນ.​ນອກຈາກ​ນີ້, ​ໃນ​ພິທີ​ຍັງ​ໄດ້​ມີ​ການ​ແລກປ່ຽນ​ປະສົບ​ການ ​ແລະ ຜົນ​ສໍາ​ເລັດ ​ການ​ສຶກສາ​ຈາກ​ສິດ​ເກົ່າ, ຊົມ​ກ້ອນ​ກໍາລັງ​ຂອງນ້ອງນັກຮຽນ, ຊົມ​ງານ​ວາງສະ​ແດງ​ຜົນງານ ​ການ​ຮຽນ​ການ​ສອນ ​ແລະ ຊົມຜົນງານ​ການ​ປະດິດ​ຕ່າງ​ໆ ​ຈາກ​ສິ່ງ​ເສດ​ເຫລືອ​ ຂອງ​ນ້ອງ​ນັກຮຽນ.​

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.