ວິ​ທີເບິ່ງ​ຊະ​ຕາ​ຄູ່​ຊີ​ວິດ ​ເຂົ້າ​ກັນ​ໄດ້​ຫຼືບໍ່?

        ຖ້າ​ຢາກ​ຮູ້​ວ່າ​ຜົວ​ເມຍ​ຄູ່ນີ້, ຈະ​ຢູ່​ດ້ວຍ​ກັນ​ດີ​ຫຼືບໍ່​ດີ ທ່ານ​ໃຫ້​ເອົາ​ວັນ​ເດືອນ​ປີ​ເກີດ ຂອງ​ຄົນ​ທັງ​ສອງ​ຄົນ​ມາ​ລວມ​ກັນ ແລ້​ວ​ເອົາ​ 3 ຄູນ ເອົາ 7 ຫານ ໄດ້​ເສດ​ເທົ່າ​ໃດ? ໃຫ້​ທາຍ​ຕາມ​ເສດນັ້ນໆ ດັ່ງ​ນີ້:

        ເສດ 1 ຕົ້ນໆ​ຈ​ະ​ລຳ​ບາກ​ຕ້ອງ​ອົດ​ທົນ​ກັນ​ແດ່ ແຕ່​ວຽກ​ທີ່​ເຮັດ​ຈະ​ຊ່ວຍ​ໃຫ້​ມັ່ງ​ມີ.

        ເສດ 2 ຈະ​ມີ​ປາກ​ສຽງ​ກັນ ໃຫ້​ທຸກ​ຄົນ​ໃຈ​ເຢັນໆ ຈະ​ດີ.

        ເສດ 3 ດີ, ຈະ​ມັ່ງ​ມີ​ເງິນ​ຄຳ​ ແຕ່​ຢ່າ​ນອນ​ລໍ.

        ເສດ 4 ຈະ​ໄດ້​ຮັບ​ຄວາ​ມ​ລຳ​ບາກ ຢ່າ​ປະ​ໝາດ​ຈະ​ດີ​ຫຼາຍ.

        ເສດ 5 ຈະ​ລ້ຳ​ລວຍ​ມີ​ເງິນ​ຄຳ ແຕ່​ຢ່າ​ນອນ​ລໍ.

        ເສດ 6 ຊີ​ວິດ​ຈະ​ໄດ້​ຮັບ​ກຽດ​ຈາກ​ຊຸມ​ຊົນ ລະ​ວັງ​ການ​ຈົກ​ເງິນ​ຈາກ​ກະ​ເປົ໋າ ດຽວ​ຈະ​ບໍ່​ມີ​ໃຫ້​ຈົກ​ອີກ.

        ເສດ 7 ໃຊ້​ຊີ​ວິດ​ຄູ່​ຄຸ້ມ​ຄ່າ​ໜ້າ​ພູມ​ໃຈ.

        ໝາຍ​ເຫດ: ຜູ້​ອ່ານ​ຄວນ​ຮູ້ ຖ້າ​ເຈົ້າ​ຮັກ​ກັນ​ ແລະ​ເຂົ້າ​ໃຈ​ກັນ​ແລ້ວ ຢ່າ​ໃຫ້​ກົດ​ເກນ​ໃດ​ເປັນ​ອຸ​ປະ​ສັກ​ຂັດ​ຂວາງ​ການ​ແຕ່ງດອງ ຖ້າ​ທ່ານ​ຕົກ​ເກນ ຫຼື​ເສດບໍ່​ດີ ກໍ​ຢ່າ​ຕົກ​ໃຈ ບໍ່​ມີ​ເທວະ​ດາ​ອົງ​ໃດ? ທ່ານ​ຈະ​ໃຫ້​ສົມ​ບັດ​ແກ່​ຜູ້​ໃດ? ໂດຍບໍ່​ຕ້ອງ​ອອກ​ແຮງ​ງານ ເພາະ​ເທວະ​ດາ​ກໍ​ຄື​ເອ​ກະ​ລັກ​ແຫ່ງ​ຄຸນນ​ະ​ທຳ, ບໍ່​ມີ​ອະ​ຄະ​ຕິ ເພື່ອ​ໃຫ້​ເກີດ​ຄວາມ​ສະ​ບາຍ​ໃຈ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.