ປະກົດການປະຫຼາດ ແມ່ນໍ້າຂອງກາຍເປັນສີຟ້າ

ນັກວິຊາການອະທິບາຍເຖິງສາເຫດທີ່ແມ່ນໍ້າຂອງໃສຈົນເບິ່ງເຫັນເປັນສີຟ້າ ມັນເກີດຂຶ້ນຈາກມະນຸດ ຊຶ່ງເປັນບັນຫາທີ່ອັນຕະລາຍ ຫາກບໍ່ໄດ້ຮັບການແກ້ໄຂ ອາດມີຜົນກະທົບກັບ ລະບົບນິເວດໃນໄລຍະຍາວ

ແມ່ນໍ້າຂອງຢູ່ແຖວພາກອີສານ ຈັງຫວັດນະຄອນພະນົມ (ປະເທດໄທ) ກົງກັນຂ້າມກັບແຂວງ ຄຳມ່ວນ ສປປ ລາວ, ເກີດມີການປ່ຽນແປງໂດຍ ມີລະດັບນໍ້າລົດລົງຢ່າງໄວວາ ລະດັບນໍ້າຕໍ່າສຸດ ສະເລ່ຍປະມານ 1 ແມັດ ເຮັດໃຫ້ບາງບ່ອນກາຍເປັນດອນຊາຍທີ່ກວ້າງ ນໍ້າໃນນໍ້າຂອງກໍ່ໄຫຼບໍ່ແຮງ ຈົນເຮັດໃຫ້ນໍ້າເປັນສີຟ້າ ຄ້າຍຄືກັບສີນໍ້າທະເລ, ປະຊາຊົນ ແລະ ນັກທ່ອງທ່ຽວ ຕ່າງກໍ່ພາກັນໄປເບິ່ງຄວາມງາມຂອງແມ້ນໍ້າຂອງໃນຄັ້ງນີ້ຈຳນວນຫຼາຍ

ທັງນີ້ ຜູ້ຊ່ວຍສາສະດາຈານ ດຣ. ນັດ ມາແຈ້ງ ພາກວິຊາ ວິສະວະກຳຊັບພະຍາກອນນໍ້າ ຄະນະວິທະຍາສາດ ມະຫາວິທະຍາໄລ ກະເສດສາດ ( ປະເທດໄທ ) ໄດ້ອະທິບາຍປາກົດການດັ່ງກ່າວວ່າ ສາເຫດທີ່ນໍ້າໃນແມ່ນໍ້າຂອງມີຄວາມໃສ ຈົນເຫັນເປັນສີຟ້າໃນ ຍ້ອນເກີດຈາກການຍົກລະດັບຂອງນໍ້າໜ້າເຂື່ອນ ຂອງແຂວງໄຊຍະບູລີ ເພື່ອຜະລິດກະແສໄຟຟ້າ ຫຼັງຈາກເຂື່ອນກໍ່ສ້າງສຳເລັດໃນປີ 2019 ທີ່ ສປປ ລາວ, ເຂື່ອນແຂວງໄຊຍະບູລີ ບໍ່ໄດ້ສ້າງຂຶ້ນມາເພື່ອຄວບຄຸມປະລິມານນໍ້າ ແຕ່ມີໜ້າທີ່ຫຼັກຄືການກັ້ນແມ່ນໍ້າຂອງ ຍົກລະດັບນໍ້າໃຫ້ສູງຂຶ້ນ ໃຫ້ກາຍເຂື່ອນເພື່ອຜະລິດກະແສໄຟຟ້າ ໄດ້ຫຼາຍຂຶ້ນ

ດັ່ງນັ້ນປະລິມານນໍ້າໄຫຼລົງອ່າງຈຶ່ງມີໜ້ອຍ ຕະກອນໜັກຕົກຄ້າງລົງຂອບອ່າງ ເຮັດໃຫ້ນໍ້າທີ່ປ່ອຍຜ່ານເຄື່ອງຜະລິດໄຟຟ້າຈຶ່ງໃສ ບໍ່ມີຕະກອນ ນໍ້າທີ່ໄຫຼລົງມາແຕ່ ຈັງຫວັດເລີຍ ລົງໄປຮອດ ຈັງຫວັດ ອຸບົນຣາດຊະທານີ ( ປະເທດໄທ ) ຈຶ່ງມີຄວາມໃສເປັນສີຟ້າ

ຂະນະທີ່ ໜ່ວຍງານປະມົງ ຈັງຫວັດນະຄອນພະນົມ ( ປະເທດໄທ ) ໄດ້ບອກເຖິງສາເຫດວ່າ ທີ່ນໍ້າຂອງເປັນສີຟ້າແບບນີ້ມັນເປັນແນວເບິ່ງບອກເຖິງ ວິກິດຂອງແມ່ນໍ້າຂອງ ທີ່ສົ່ງຜົນກະທົບຕໍ່ລະບົບນິເວດ ຈະເກີດຄວາມເສຍຫາຍໃນອະນາຄົດ ເນື່ອງຈາກແມ່ນໍ້າຂອງ ບໍ່ໄຫຼ ແລະ ຕົກຕະກອນ, ຈາກຜົນກະທົບໃນການສ້າງເຂື່ອນຂອງ ສປປ ລາວ ແລະ ຈະສົ່ງຜົນກະທົບຕໍ່ປາແມ່ນໍ້າຂອງທີ່ຈະສູນພັນໃນອະນາຄົດ ລະບົບນິເວດຈະຖືກທຳລາຍຫາກບໍ່ມີການແກ້ໄຂ ເພາະປົກກະຕິແລ້ວແມ່ນໍ້າຂອງຕ້ອງໄຫຼແຮງ ແລະ ເປັນສີຄຸ້ນ ຈຶ່ງຈະມີຄວາມອຸດົມສົມບູນຈາກແພງຕັອນໃນນໍ້າ

ແລະ ຈະເຮັດໃຫ້ຊາວປະມົງໃນແມ່ນໍ້າຂອງ ລວມທັງຜູ້ລ້ຽງປາໃນກະຊັງໄດ້ຮັບຜົນກະທົບ ເນື່ອງຈາກແມ່ນໍ້າຂອງຈະມີປະລິມານອອກຊີເຈນຕໍ່າ ສ່ຽງຕໍ່ບັນຫານ໋ອກນໍ້າຕາຍ ແລະ ຫາປາຍາກຂຶ້ນ ຍ້ອນການສູນພັນ ເພາະປາບໍ່ສາມາດໄປວາງໄຂ່ຕົ້ນນໍ້າໄດ້ ຊຶ່ງປັດຈຸບັນປາເລີ່ມສູນພັນໄປແລ້ວ 100 ກວ່າຊະນິດ

ຂໍ້ມູນ: ກະປຸກ

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,