ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 9 ເມສາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ອົງການສຸພານິມິດສາກົນ ສະໜັບສະໜູນສົ່ງເສີມການສຶກສາຂອງນັກຮຽນທີ່ດ້ອຍໂອກາດ



ອົງການສຸພານິມິດສາກົນ ປະຈໍາ ສປປ ລາວ (World Vition Laos PDR) ໃຫ້ທຶນສະໜັບສະໜູນຫຼາຍກວ່າ 8ໝື່ນໂດລາສະຫະລັດ ແກ່ໂຄງການສົ່ງເສີມການສຶກສາ

ຊຶ່ງກິດຈະກໍາສ່ວນໃຫຍ່ຂອງໂຄງການແມ່ນສະໜັບສະໜູນການຝຶກອົບຮົມ ແລະ ສະໜອງອຸປະກອນທີ່ຈໍາເປັນໃຫ້ແກ່ຄູສອນ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນແລະການສຶກສາໃຫ້ແກ່ນັກຮຽນທີ່ດ້ອຍໂອກາດ

ເພື່ອພັດທະນາຊຸມຊົນໄລຍະທີ II ຢູ່ເມືອງປາກອູ ແຂວງຫຼວງພະບາງ ຊຶ່ງແນໃສ່ປັບປຸງຜົນການຮຽນຂອງນັກຮຽນທີ່ດ້ອຍໂອກາດໃນ 12 ບ້ານເປົ້າໝາຍຢູ່ໃນເມືອງປາກອູ ໃຫ້ດີຂື້ນ…ອ່ານຕໍ່

ລູກຄ້າໜັງສືພິມວຽງຈັນທາຍ ສາມາດຊໍາລະອອນລາຍຜ່ານເວບໄຊໄດ້ແລ້ວ



ລູກຄ້າ ໜັງສືພິມພາສາຕ່າງປະເທດ (ວຽງຈັນທາຍ) ໄດ້ເປີດລະບົບຮັບການຊໍາລະອອນລາຍຜ່ານເວບ ໄຊຢ່າງເປັນທາງການ

ການຊໍາລະອອນລາຍຜ່ານເວບໄຊນີ້ເປັນໂຄງການຮ່ວມມື ລະຫວ່າງໜັງສືພິມວຽງຈັນທາຍ ແລະ ທະນາຄານການຄ້າຕ່າງປະເທດ ມະຫາຊົນ ພ້ອມທັງເປັນການສະເຫຼີມສະຫຼອງໜັງສືພິມວຽງຈັນທາຍ ຄົບຮອບ 27 ປີ…ອ່ານຕໍ່

ງານ​ມະຫະ​ກຳ​ຊັບ​ສິນ​ທາງ​ປັນຍາ 2021 ມີ 100 ຮ້ານເຂົ້າຮ່ວມ ທີ່ໄອເຕັກນະຄອນຫຼວງວຽງຈັນ



ການ​ຈັດ​ງານ​ມະຫະ​ກຳ​ຊັບ​ສິນ​ທາງ​ປັນຍາ ຈັດຂຶ້ນເພື່ອສະເຫຼີມສະຫຼອງ​ວັນ​ຊັບ​ສິນ​ທາງ​ປັນຍາ​ໂລກ ງານ​ດັ່ງກ່າວ ກໍ່ເພື່ອ​ເປັນ​ການ​ເຜີຍແຜ່ບົດບາດ​ຂອງ​ຊັບ​ສິນ​ທາງ​ປັນຍາ ຕໍ່​ການ​ສົ່ງເສີມ​ຫົວຄິດ​ປະດິດ​ສ້າງ, ຫົວຄິດ​ປະດິດ​ຄິດ​ແຕ່ງ

ທີ່​ນໍາ​ໃຊ້​ນະ​ວັດຕະ​ກຳ​ເຂົ້າ​ໃນ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ, ການ​ສ້າງ​ເອກະລັກ​ຂອງ​ສິນຄ້າ, ການ​ອອກ​ແບບ​ຜະລິດ​ຕະ​ພັນ​ທີ່​ໂດດ​ເດັ່ນ, ການ​ປັບປຸງ​ພັນ​ພືດ​ໃໝ່, ການ​ສ້າງສັນ​ຜົນງານ​ທາງ​ດ້ານ​ວິທະຍາສາດ, ສິລະ​ປະ​ກໍາ ແລະ ວັນ​ນະ​ກໍາ, ການ​ສົ່ງເສີມ​ຜະລິດ​ຕະ​ພັນ​ທາງ​ກະ​ສິ​ກໍາ, ການສະແດງ​ອອກ​ທາງ​ດ້ານ​ຮີດຄອງ​ປະເພນີ ວັດທະນະທຳ​ແບບ​ດັ່ງເດີມ…ອ່ານຕໍ່

ບໍ​ລິ​ສັດພັດ​ທະ​ນາ ທາງ​ດ່ວນ​ລາວ-ຈີນ ຈະ​ຮ​ວ່ມ​ມື​ກັບ​ສື່​ມວນ​ຊົນ ​ສ​ະ​ໜອງ​ຂໍ້​ມູນ​ທີ່​ຖືກ​ຕ້ອງ​ໃຫ້​ສັງ​ຄົມ



ທ່ານ ມາ​ຫົງ​ຫວາງ ຮອງ​ປະ​ທານ​ ບໍ​ລິ​ສັດ ​ຮ່ວມ​ທຶນ ພັດ​ທະ​ນາ ທາງ​ດ່ວນ ລາວ​-ຈີນ ໄດ້​​ຍົກຫຼາຍ​ບັນ​ຫາ​​ທີ່​ພົວ​ພັນ​ເຖິງ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ການທາງ​ ດ່ວນ ລວມ​ໄປ​ເຖິງ​ການ​ແກ້​ໄຂ​ບັນ​ຫາ​ຕ່າງໆເພື່ອ​ມາ​ປຶກ​ສາ​ຫາ​ລື​ກັບ​ສື່​ມວນ​ຊົນ

ບັນ​ຫາການ​​ລັກ​ສາຍ​ໄຟ, ທຳ​ລາຍຮົ້ວຕາມ​ເສັ້ນ​ທາງ​ດ່ວນ, ສັດ​​ລ້ຽງ​ຂອງ​ປະ​ຊາ​ຊົນ ຂື້ນ​ມາ​ທາງ​ດ່ວນ, ​ອຸປະ​ຕິ​ເຫດ ແລະການ​ລາຍ​ງານ​ຂ່າວ​​ສື່ອ​ອນ​ລາຍ ບໍ່​ຖືກ​ຕ້ອງ​ຕາມ​ຄວາມ​ຈິງ ແລະອອກ​ຂ່າວ​ໃນ​ຮູບ​ແບບໃສ່​ຮ້າຍ​ປ້າຍ​ສີ​ທາງ​ດ່ວນ

ທ່ານມາ​ຫົງ​ຫວາງ ​ລາຍ​ງານ​ຕື່ມ​ວ່າ: ສາຍ​ເຫດ ທີ່ອຸໂມງ​ມືດ​ຍ້ອນ​ມີ​ຄົນ​ລັກ​ສາຍ​ໄຟ​ຟ້າ, ບໍ​ລິ​ສັດ​ກໍ່ໄດ້​ມີ​ຄວາມ​ພະ​ຍາ​ຍາມສ້ອມ​ແປງ​ຄືນຫຼາຍ​ຄັ້ງແຕ່​ກໍ່​​ຍັງມີ​ຄົນ​ມາ​ລັກ​ອີກ…ອ່ານຕໍ່

1 ໃນ 4 ເດັກຍິງໄວລຸ້ນລາວອາຍຸປະມານ 15-19 ປີແມ່ນແຕ່ງງານແລ້ວ



ການເຝົ້າລະວັງແມ່ເສຍຊີວິດ ເປັນວຽກງານບູລິມະສິດອັນໜຶ່ງ ໃນແຜນຍຸດທະສາດແຫ່ງຊາດແລະແຜນປະຕິບັດງານສໍາລັບການບໍລິການ ເຊື່ອມສານສຸຂະພາບຈະເລີນພັນ, ແມ່ ແລະ ເດັກນ້ອຍ

ປະເທດລາວຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນລາວ ແມ່ນມີອາຍຸຕໍ່າກວ່າ 25 ປີ, ການແຕ່ງງານຂອງເດັກນ້ອຍ ແມ່ນມີຢູ່ທົ່ວໄປ

ຊຶ່ງເປັນສາເຫດທີ່ເຮັດໃຫ້ອັດຕາການ ເກີດລູກຂອງໄວໜຸ່ມຢູ່ລາວ ແມ່ນມີຫຼາຍກວ່າປະເທດອື່ນໆໃນພາກພື້ນ ເຊິ່ງມີປະມານ 83 ຄົນຕໍ່ເດັກຍິງໄວລຸ້ນ 1.000 ຄົນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...