ງ “ເງິນ” ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ແທ້!

ເລື່ອງ​ຄົນ​ກັບ​ເງິນ ກໍ່​ຄື ເລື່ອງ​ສຸ­ຂະ­ພາບ​ກັບ​ຊີ­ວິດ ເຊິ່ງ​ລວມ​ໄປ​ເຖິງ​ວິ­ທີ​ການ​ຫາ​ເງິນ ແລະ ໃຊ້​ຈ່າຍ​ເງິນ​ຂອງ​ມະ­ນຸດ​ເດີນ​ດິນ ເພາະ​ອະ­ດີດ​ຜ່ານ​ມາ ສັງ­ຄົມ​ໄດ້​ຮຽນ​ຮູ້​ບົດ­ຮຽນ​ລາ­ຄາ​ແພງ​ແລ້ວ​ວ່າ ເສດ­ຖີ​ບາງ​ຄົນ​ມີ​ເງິນ​ມະ­ຫາ­ສານ ແຕ່​ບໍ່​ສາ­ມາດ​ຊື້​ຄວາມ­ສຸກ ແລະ ສຸ­ຂະ­ພາບ​ທີ່​ແຂງ­ແຮງ​ໄດ້​ນັ້ນ ສະ­ແດງ​ໃຫ້​ເຫັນ​ວ່າ ມະ­ນຸດ​ບາງ​ຄົນ​ໄດ້​ເລືອກ​ໃຊ້​ວິ­ຖີ​ການ​ດຳ­ລົງ​ຊີ­ວິດ​ຖືກ­ຕ້ອງ​ພຽງ​ໃດ ? ເພາະ​ບາງ​ຄົນ​ເສຍ​ເວ­ລາ​ໄຂວ່​ຄວ້າ​ຫາ​ເງິນ​ທັງ​ຊີ­ວິດ ເມື່ອ​ໄດ້​ເງິນ​ແລ້ວ​ກັບ​ສູນ​ເສຍ​ຄວາມ­ສຸກ ເພາະ​ມີ​ບັນ­ຫາ​ເລື່ອງ​ສຸ­ຂະ­ພາບ.

  ການ​ໃຊ້​ຈ່າຍ​ເງິນ​ຈິ່ງ​ມີ​ຄວາມ​ສຳ­ຄັນ​ພໍໆກັນ​ກັບ​ການ​ຫາ​ເງິນ ເຊິ່ງ​ຜູ້​ທີ່​ສະ­ຫຼາດ​ຕ້ອງ​ຮູ້­ຈັກ​ທົບ​ທວນ ແລະ ຫາ​ຈຸດ​ສົມ​ດຸນ​ຂອງ​ຊີ­ວິດ​ໃຫ້​ເກີດ​ຂຶ້ນ​ໃນ​ຊີ­ວິດ ເພາະ​ຈະ​ຕ້ອງ​ເລືອກ​ໄວ້​ລ່ວງ​ໜ້າ​ວ່າ ເຮົາ​ຈະ​ເລືອກ​ເງິນ ແລະ ສຸ­ຂະ­ພາບ​ໄປ​ຄຽງ​ຄູ່​ກັນ ດັ່ງ­ນັ້ນ ເສດ­ຖີ​ຂອງ​ໂລກ​ຫຼາຍ​ຄົນ​ຈຶ່ງ​ອອກ​ມາ​ສະ­ແດງ​ຄວາມ​ຄິດ​ວ່າ ເຖິງ​ເງິນ​ຈະ​ມີ​ມາກ​ມາຍ​ກ່າຍ­ກອງ ແຕ່​ບໍ່​ໄດ້​ສ້າງ​ປະ­ໂຫຍດ​ແກ່​ສັງ­ຄົມ ເງິນ​ນັ້ນ​ກໍ່​ຈະ​ບໍ່­ເກີດ​ປະ­ໂຫຍດ ເຊິ່ງ​ຕ່າງ​ຈາກ​ເສດ­ຖີ​ຄົນ​ອິນ​ເດຍ ສະ­ໄໝ​ພະ­ພຸດ­ທະ­ເຈົ້າ ພວກ​ເຂົາ​ມີ​ເງິນ​ຖວາຍ​ແກ່​ພະ­ສົງ​ດ້ວຍ​ການ​ສ້າງ​ວັດ ເຮັດ​ອາ­ຫານ​ຖວາຍ​ແກ່​ພະ­ສົງ​ຈຳ­ນວນ​ຫຼວງ­ຫຼາຍ ເພື່ອ​ເປັນ​ການ​ສ້າງ​ປັດ​ໄຈ​ອຳ­ນວຍ​ໃຫ້​ແກ່​ພະ­ສົງ​ໃນ​ການ​ສຶກ​ສາ​ປະ­ຕິ­ບັດ​ທຳ​ມະ ເພື່ອ​ມາ​ສອນ​ສັງ­ຄົມ ເປັນ​ການ​ໃຊ້​ເງິນ​ລົງ­ທຶນ​ໃຫ້​ສັງ­ຄົມ ໂດຍ​ເກີດ​ປະ­ໂຫຍດ​ຢ່າງ​ມະ­ຫາ­ສານ.

 ປະ­ເດັນ​ສຳ­ຄັນ​ຂອງ​ການ​ມີ​ເງິນ ເຊິ່ງ​ຄົນ​ສ່ວນ​ໃຫຍ່​ຈະ​ມີ​ຈິດ​ສຳ­ນຶກ​ວ່າ ເງິນ​ຄື​ອຳ­ນາດ ເງິນ​ຄື​ຄວາມ​ໝັ້ນ­ຄົງ ເງິນ​ຄື​ການ​ຍອມ­ຮັບ​ບົດ­ບາດ​ຂອງ​ສັງ­ຄົມ ດັ່ງ­ນັ້ນ ຄົນ​ສ່ວນ​ໃຫຍ່​ຈຶ່ງ​ຮີບ​ຮ້ອນ​ຟ້າວ​ຟັ່ງ​ຊອກ​ຫາ​ເງິນ ເພື່ອ​ມາ​ສະ­ໜອງ​ກິ­ເລດ​ຕັນ­ຫາ​ຂອງ​ຕົນ ເຊິ່ງ​ເທົ່າ​ກັບ​ການ​ສ້າງ​ຄ່າ​ນິ­ຍົມ​ຂອງ​ຕາ­ເວັນ­ຕົກ​ທີ່​ບູ­ຊາ​ເງິນ ເຫັນ​ເງິນ​ເປັນ​ພະ​ເຈົ້າ ທັງໆ​ທີ່​ເງິນ​ມັນ ກໍ່​ຄື ທະ​ນາ​ບັດ ເພື່ອ​ແລກ­ປ່ຽນ​ສິ່ງ​ທີ່​ຕ້ອງ­ການ ເຊິ່ງ​ຄົນ​ຕ່າງ­ຫາກ​ທີ່​ສ້າງ​ໂສ້​ຊີ­ວິດ ແລະ ພັນ­ທະ​ຂຶ້ນ​ມາ​ຈາກ​ເງິນ ແລ້ວ​ກໍ່​ຫຼົງ​ໄຂວ່​ຄວ້າ​ຫາ​ເງິນ ຈົນ​ຊີ­ວິດ​ບໍ່​ເປັນ​ສຸກ.

 ພຸດ​ທະ​ສາ­ສະ­ໜາ​ຖື​ວ່າ ເງິນ​ຄື​ປັດ​ໄຈ​ເປັນ​ເຄື່ອງ​ອາ­ໄສ​ຂອງ​ຊີ­ວິດ ເງິນ​ບາງ​ຄັ້ງ​ຄື​ອາ​ສໍ​ລະ​ພິດ (ງູ​ພິດ) ສາ­ມາດ​ກັດ​ຄົນ​ໃຫ້​ຕາຍ​ທັນ­ຕາ​ເຫັນ​ໄດ້ ເພາະ​ເມື່ອ​ເງິນ​ເຂົ້າ​ມື​ກ້ອນ​ໃຫຍ່ ຄົນ​ກໍ່​ຍອມ​ແຫກ​ກົດ​ປ່ຽນ​ທາດ​ຮັບ​ໃຊ້​ເງິນ​ໄດ້​ຢ່າງ​ໄວ­ວາ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.